ອີີຣານ ສືບຕໍ່ບຸກໂຈມຕີເຂົ້າໃສ່ບັນດາຮາກຖານທີ່ຈຳເປັນຂອງ ອິດສະລາແອັນ
ວັນທີ 3 ເມສາ, ອີຣານ ເພີ່ມບັນດາບັ້ນບຸກໂຈມຕີດ້ວຍລູກສອນໄຟ ແລະວັດຖຸບິນບໍ່ມີຄົນຂັບ (UAV) ເລັ່ງໃສ່ ອິດສະລາແອັນ ແລະຫຼາຍປະເທດເຂດອ່າວ, ໃນສະພາບການທີ່ ອາເມລິກາ ອອກກ່າວເຕືອນທີ່ແຂງກະດ້າງກ່ຽວກັບຄວາມອາດສາມາດເປີດກວ້າງບັ້ນການທະຫານ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າ ກຳລັງ ອາເມລິກາ ຍັງບໍ່ທັນໄດ້ເລີ່ມຕົ້ນທຳລາຍສິ່ງທີ່ຍັງເຫຼືອຂອງ ອີຣານ ເທື່ອ, ພ້ອມທັງໃຫ້ຮູ້ວ່າ ບັນດາເປົ້າໝາຍຕໍ່ໄປອາດຈະລວມມີຂົວ ແລະລະບົບໄຟຟ້າ. ໃນສື່ສັງຄົມອອນໄລ Truth Social, ທ່ານຊີ້ແຈ້ງວ່າ ບັນດາແຮ້ວບຸກໂຈມຕີໃນໄລຍະຈະມາເຖິງອາດຈະເລັ່ງໃສ່ບັນດາພື້ນຖານໂຄງລ່າງທີ່ສຳຄັນຂອງອີຣານ.
ໃນພູມີສາດຕົວຈິງ, ກອງທັບ ອິດສະລາແອັນ ໃຫ້ຮູ້ວ່າ ໄດ້ພົບເຫັນບັ້ນຍິງລູກສອນໄຟໜຶ່ງຈາກ ອີຣານ ເລັ່ງເຂົ້າໃສ່ດິນແດນປະເທດນີ້ ແລະໄດ້ເປີດບັນດາລະບົບປ້ອງກັນອາກາດເພື່ອສະກັດກັ້ນ. ສ່ວນຫຼາຍເປົ້າໝາຍນີ້ຖືກທຳລາຍ, ເຖິງຢ່າງໃດກໍຕາມລູກສອນໄຟຈຳນວນໜຶ່ງຍັງສ້າງຜົນເສຍຫາຍຕໍ່ເຮືອນຢູ່ຂອງປະຊາຊົນ ແລະພື້ນຖານໂຄງລ່າງ, ໃນນັ້ນມີສະຖານີລົດໄຟແຫ່ງໜຶ່ງຢູ່ Tel Aviv.
ແຫຼ່ງຄັດຈາກ: vovworld.vn