ພິທີໄດ້ຈັດຕັ້ງຢູ່ສະຖານທູດຫວຽດນາມ. ທີ່ພິທີ, ACBA ໄດ້ມອບສິນຄ້າບໍລິຈາກໃຫ້ຜູ້ຕາງໜ້າອົງການປົກຄອງແຂວງ Buenos Aires. ລາຍການກຸສົນທີ່ມີຄວາມໝາຍດັ່ງກ່າວແມ່ນນອນໃນຂອບເຂດບັນດາການເຄື່ອນໄຫວຂອງ ACBA ໃນ 6 ເດືອນຕົ້ນປີ 2021.

leftcenterrightdel
ສະຖານທູດຫວຽດນາມ ຕັ້ງໜ້າເຂົ້າຮ່ວນການເຄື່ອນໄຫວກຸສົນຂອງອາຊຽນ ໜູນຊ່ວຍຜູ້ທຸກຍາກຢູ່ອາກຊັງຕີນ, ໃນວັນທີ 5 ກໍລະກົດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຢືອງກ໊ວກແທັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາກຊັງຕີນ ຢັ້ງຢືນວ່າ ນີ້ແມ່ນຂໍ້ລິເລີ່ມມະນຸດສະທໍາເພື່ອແນໃສ່ເສີມຂະຫຍາຍຈິດໃຈສາມັກຄີ ແລະມິດຕະພາບລະຫວ່າງອາຊຽນ ແລະປະຊາຊົນປະເທດປະຈໍາຖິ່ນ, ພິເສດແມ່ນໃນສະພາບພະຍາດໂຄວິດ-19 ກຳລັງສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການດໍາລົງຊີວິດຂອງຜູ້ທຸກຍາກຢູ່ອາກຊັງຕີນ.

ໃນປີ 2020, ຍ້ອນຜົນກະທົບຈາກພະຍາດໂຄວິດ-19 ແລະສະພາບເສດຖະກິດຫຍຸ້ງຍາກ, ຈໍານວນຜູ້ທຸກຍາກຢູ່ອາກຊັງຕີນ ໄດ້ເພີ່ມຂຶ້ນ 42% ຈໍານວນພົນລະເມືອງ, ໃນນັ້ນແຂວງ Buenos Aires ແມ່ນເຂດທີ່ມີຈໍານວນພົນລະເມືອງຫຼາຍທີ່ສຸດ ແລະມີອັດຕາສ່ວນຜູ້ທຸກຍາກສູງທີ່ສຸດແມ່ນ 51%.

ໂດຍ: ຈາງຫງວຽນ