ຕາເວັນອອກກາງ: ບັນດາຝ່າຍເຂົ້າຮ່ວມການປະທະກັນໄດ້ບຸກໂຈມຕີໃສ່ກັນຢ່າງດຸເດືອດ
ບົດລາຍງານລວມກ່ຽວກັບຄວາມເສຍຫາຍຍ້ອນບັນດາການບຸກໂຈມຕີຂອງ ອີຣານ ຍັງບໍ່ທັນໄດ້ປະກາດເທື່ອ.
ວັນທີ 04 ເມສາ, ບັນດາຝ່າຍເຂົ້າຮ່ວມການປະທະກັນຢູ່ ຕາເວັນອອກກາງ ສືບຕໍ່ບຸກໂຈມຕີໃສ່ກັນ. ໃນການບຸກໂຈມຕີໃນຕອນເຊົ້າ, ລູກສອນໄຟຂອງ ອີຣານ ໄດ້ກໍ່ຄວາມເສຍຫາຍຢູ່ເຂດໃກ້ກັບສຳນັກງານຂອງກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢູ່ Tel Aviv, ທາງພາກກາງ ອິດສະຣາແອັນ. ບົດລາຍງານລວມກ່ຽວກັບຄວາມເສຍຫາຍຍ້ອນບັນດາການບຸກໂຈມຕີຂອງ ອີຣານ ຍັງບໍ່ທັນໄດ້ປະກາດເທື່ອ. ນອກຈາກບັນດາການບຸກໂຈມຕີດ້ວຍລູກສອນໄຟຂອງ ອີຣານ ແລ້ວ, ສື່ມວນຊົນ ອິດສະຣາແອັນ ກໍຢັ້ງຢືນວ່າ ກຳລັງ Houthi ຢູ່ ເຢແມັນ ແລະຂະບວນການ Hezbollah ຢູ່ ລີບັງ ໄດ້ຍິງລູກສອນໄຟ ແລະ ລູກຈະຫຼວດໃສ່ຜືນແຜນດິນຂອງ ອິດສະຣາແອັນ.
ກົງກັນຂ້າມ, ກອງທັບອາກາດ ອິດສະຣາແອັນ ໄດ້ຖິ້ມລະເບີດຢູ່ຫຼາຍເປົ້າໝາຍຂອງອຳນາດການປົກຄອງ ອິດສະຣາແອັນ ໃນວັນທີ 04 ເມສາ, ໃນນັ້ນ ມີບັນດາໂຮງງານເຄມີຢູ່ທາງທິດໃຕ້ ອີຣານ. IDF ຢືນຢັນວ່າ ບັນດາການບຸກໂຈມຕີໄດ້ເຮັດໃຫ້ສູນຜະລິດຍຸດທະສາດຂອງ ອີຣານ ຖືກໂຈະໄວ.
ກ່ຽວກັບອະນາຄົດຂອງການປະທະກັນ, ຕອນຄ່ຳວັນທີ 04 ເມສາ, ທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາແອັນ ຖະແຫຼງວ່າ ປະເທດນີ້ຈະສືບຕໍ່ບຸກໂຈມຕີ ອີຣານ ຢ່າງແຮງ.
ແຫຼ່ງຄັດຈາກ: vovworld.vn