ກອງທັບ ນີເຈ ກອບກູ້ຕົວປະກັນກວ່າ 30 ຄົນຖືກລັກພາຕົວໃນວັນບຸນ Easter
ກຳລັງກອງທັບໄດ້ຜັນຂະຫຍາຍບັ້ນກອບກູ້ໂດຍໄວ, ມີການປະທະກັນໂດຍກົງກັບບັນດາເປົ້າໝາຍ, ບັງຄັບກຸ່ມເປົ້າໝາຍນີ້ຕ້ອງຖອນຕົວ ແລະ ປ່ອຍຕົວໃຫ້ແກ່ ຕົວປະກັນ 31 ຄົນ.
ວັນທີ 6 ເມສາ, ກອງທັບ ນີເຈ ໃຫ້ຮູ້ວ່າໄດ້ກອບກູ້ສຳເລັດ ສາສະນິກກະຊົນສາສະໜາເຢຊູ 31 ຄົນຖືກລັກພາຕົວໃນເຫດບຸກໂຈມຕີໃນວັນບຸນ Easter ຢູ່ລັດ Kaduna ໃນວັນທີ 5 ເມສາ. ຕາມແຈ້ງການຂອງກອງທັບ, ເຫດການເກີດຂຶ້ນຢູ່ໝູ່ບ້ານ Ariko, ຫ່າງຈາກນະຄອນຫຼວງ Abuja ທາງທິດເໜືອ ປະມານ 100 ກິໂລແມັດ. ບັນດາມືປືນໄດ້ບຸກໂຈມຕີ ແລະ ລັກພາຕົວຫຼາຍຄົນທີ່ເຂົ້າຮ່ວມພິທີກຳ.
ກຳລັງກອງທັບໄດ້ຜັນຂະຫຍາຍບັ້ນກອບກູ້ໂດຍໄວ, ມີການປະທະກັນໂດຍກົງກັບບັນດາເປົ້າໝາຍ, ບັງຄັບກຸ່ມເປົ້າໝາຍນີ້ຕ້ອງຖອນຕົວ ແລະ ປ່ອຍຕົວໃຫ້ແກ່ ຕົວປະກັນ 31 ຄົນ. ກອງທັບໃຫ້ຮູ້ວ່າມີຜູ້ເສຍຊີວິດຢ່າງໜ້ອຍສຸດ 5 ຄົນໃນເຫດດັ່ງກ່າວ. ໃນຂະນະນັ້ນ, ສື່ມວນຊົນທ້ອງຖິ່ນໄດ້ລົງຂ່າວບັນດາມືປືນອາດຈະບຸກໂຈມຕີໂບດ ສາສະໜາກາໂຕລິກ ແລະ ໂບດໂປແຕສຕັງໃນເວລາດຽວກັນ ເຮັດໃຫ້ຈຳນວນຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນສູງກວ່າຕົວເລກໄດ້ຮັບການປະກາດ.
ແຫຼ່ງຄັດຈາກ vovworld.vn