ການ​ກະ​ທຳ​ນີ້​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ອາ​ເມ​ລິ​ກາ ສືບ​ຕໍ່​ບັ້ນ​ການ​ທະ​ຫານ​ເລັ່ງ​ໃສ່​ອີ​ຣານ ແລະຕ້ອງ​ປະ​ເຊີນ​ໜ້າ​ກັບ​ກຳ​ລັງກົດ​ດັນ​ດ້ານ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ລາ​ຄາ​ພະ​ລັງ​ງານ​ທີ່ເພີ່ມ​ຂຶ້ນ​ສູງ. ຕາມ​ຂໍ້​ສະ​ເໜີ​ແລ້ວ, ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ຊາດ​ຈະ​ເພີ່ມ​ຂຶ້ນຫຼາຍ​ພໍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ກັບ​ລະ​ດັບປະ​ມານ 1.000 ຕື້ໂດລາສະຫະລັດຂອງ​ປີ 2026, ລວມ​ມີ​ການ​ເພີ່ມ​ເງິນ​ເດືອນໃຫ້​ແກ່​ນາຍ​ທະ​ຫານ​ທີ່​ພວມ​ເຂົ້າ​ຮ່ວມ​ການປະ​ທະ​ກັນ 5-7%.

ໃນ​ຂະ​ນະ​ນັ້ນ, ທຳ​ນຽບ​ຂາວ​ໄດ້​ສະ​ເໜີ​ການຫຼຸດລາຍ​ຈ່າຍ​ດ້ານພົນ​ລະ​ເຮືອນລົງ​ຢ່າງ​ແຮງ. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນການ​ສະ​ເໜີ​ງົບ​ປະ​ມານ​ບໍ່​ເຕື້ອງ​ເຖິງ​ບ້ວງ​ລາຍ​ຈ່າຍພາກ​ບັງ​ຄັບ​ໃຫຍ່​ຄືໂຄງ​ການ​ສະ​ຫວັດ​ດີ​ການ​ສັງ​ຄົມ ຫຼື​ ໂຄງ​ການ​ປະ​ກັນ​ສຸ​ຂະ​ພາບ Medicare ສຳລັບ​ຜູ້​ອາ​ຍຸ​ສູງ, ເຊິ່ງ​ໄດ້​ຮັບ​ຖື​ວ່າ​ເປັນເລື່ອງລະອຽດອ່ອນທາງ​ດ້ານ​ການ​ເມືອງ ແລະຍາກ​ທີ່​ຈະຫຼຸດລົງ​ໄດ້.

ແຫຼ່ງຄັດຈາກ: vovworld.vn