ທ່ານເອກອັກຄະລັດຖະທູດ ເຢືອງກວ໊ກແທັງ ໄດ້ມີການເຮັດວຽກກັບທ່ານ Carlos Omar Arce ຮອງຜູ້ວ່າການແຂວງ Misiones ກໍ່ຄືການນຳບັນດາພະແນກການທ່ອງທ່ຽວແຂວງ ແລະພະແນກເສດຖະກິດແຂວງ. ທ່ານເອກອັກຄະລັດຖະທູດ ໄດ້ແນະນຳໃຫ້ການນຳແຂວງ Misiones ຮັບຊາບກ່ຽວກັບຮູບແບບພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ການນຳແຂວງ Misiones ຕີລາຄາສູງຜົນງານຂອງຫວຽດນາມ ໃນພາລະກິດພັດທະນາເສດຖະກິດ ແລະສ້າງສາປະເທດຊາດໃນຊຸມປີມໍ່ໆມານີ້, ຖືວ່າ ດ້ວຍຊັບພະຍາກອນມະນຸດຢ່າງຫຼວງຫຼາຍ, ແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກ, ຫວຽດນາມ ຈະສືບຕໍ່ບັນລຸຜົນສຳເລັດຫຼາຍກວ່າເກົ່າບົນເສັ້ນທາງພັດທະນາຂອງຕົນ.

ທ່ານ Arce ໃຫ້ຮູ້ວ່າ ແຂວງ Misiones ມີທ່າແຮງໃນການພັດທະນາຜະລິດຕະພັນປະເພດຕ່າງໆ, ຄື: ໄມ້, ໝາກຖົ່ວເຫຼືອງ ແລະຊາ ກໍ່ຄືທ່າແຮງບົ່ມຊ້ອນໃນການຂຸດຄົ້ນການທ່ອງທ່ຽວ, ທ່ານ Arce ປາດຖະໜາວ່າ ສະຖານທູດຫວຽດນາມ ປະຈຳ ອາກຊັງຕີນ ຈະໜູນຊ່ວຍ ແລະເປັນຂົວຕໍ່ໃຫ້ບັນດາວິສາຫະກິດຂອງແຂວງ Misiones ສໍາຜັດກັບບັນດາຄູ່ຮ່ວມມືທີ່ເໝາະສົມຂອງຫວຽດນາມ, ເປີດກາລະໂອກາດເພື່ອຍົກສູງປະສິດທິຜົນການຮ່ວມມືໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ເຢືອງກວ໊ກແທັງ ກໍ່ໄດ້ມີການພົບປະກັບວິສາຫະກິດ Misiones ຈຳນວນໜຶ່ງ ເພື່ອແລກປ່ຽນຂໍ້ມູນຂ່າວສານ ກໍ່ຄືກໍາແໜ້ນຄວາມມຸ່ງມາດປາດຖະໜາຢາກຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ.

ໂດຍ: ທະນາພອນ