ອີຣານ ເດັດດຽວບໍ່ເປີດຊ່ອງແຄບ Hormuz ຄືນໃໝ່
ໂດຍບໍ່ຫົວຊາຕໍ່ການນາບຂູ່ຂອງປະທານາທິບໍດີອາເມລິກາ ທີ່ຈະນຳ ອີຣານ ກັບຄືນສູ່ສະໄໝຍຸກຫີນ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ຖະແຫຼງວ່າ ຈະບໍ່ເປີດຊ່ອງແຄບທະເລ Hormuz ຄືນໃໝ່ຕາມຄຳຮຽກຮ້ອງຂອງອາເມລິກາ, ພ້ອມທັງກະກຽມ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍໃໝ່ຢູ່ເຂດອ່າວ ເປີເຊຍ.
ຄຳຖະແຫຼງດັ່ງກ່າວໂດຍ IRGC ປະກາດໃນຕອນຄ່ຳວັນທີ 5 ເມສາ, ພາຍຫຼັງປະທານາທິບໍດີອາເມລິກາ Donald Trump ແຈ້ງວ່າ ໄດ້ຕໍ່ກຳນົດເວລາຕື່ມອີກ 24 ຊົ່ວໂມງ ເພື່ອໃຫ້ ອີຣານ ເປີດຊ່ອງແຄບທະເລ Hormuz ຄືນໃໝ່ ພຽງ 2-3 ຊົ່ວໂມງ. ໃນສື່ສັງຄົມ X, ກອງບັນຊາການກອງທັບເຮືອ IRGC ຊີ້ແຈ້ງວ່າ ຊ່ອງແຄບທະເລ Hormuz ຈະບໍ່ສາມາດກັບຄືນສູ່ສະພາບເດີມຢ່າງແນ່ນອນ, ພິເສດແມ່ນສຳລັບ ອາເມລິກາ ແລະ ອິດສະຣາແອັນ. ກອງທັບເຮືອ IRGC ພວມກະກຽມໃຫ້ແກ່ການປະກາດແຜນການຂອງອຳນາດການປົກຄອງ ອີຣານ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍໃໝ່ຢູ່ເຂດອ່າວ ເປີເຊຍ.
ການກະທຳດັ່ງກ່າວຂອງ ອີຣານ ເຮັດໃຫ້ແຫຼ່ງສະໜອງພະລັງງານທົ່ວໂລກເຄັ່ງຕຶງຂຶ້ນ, ເຮັດໃຫ້ລາຄາເຊື້ອເພີງເພີ່ມຂຶ້ນສູງ, ກໍ່ຄວາມກົດດັນຢ່າງແຮງຕໍ່ບັນດາພື້ນຖານເສດຖະກິດໃນທົ່ວໂລກ.
ແຫຼ່ງຄັດຈາກ: vovworld.vn