ການປະທະກັນຢູ່ຕາເວັນອອກກາງ: ອີຣານ ປະຕິເສດຂໍ້ສະເໜີຂອງ ອາເມລິກາ
ວັນທີ 6 ເມສາ, ສຳນັກຂ່າວສານ IRNA ໃຫ້ຂ່າວວ່າ: ອີຣານ ໄດ້ປະຕິເສດຂໍ້ສະເໜີຢຸດຕິການຕໍ່ສູ້ກັບ ອາເມລິກາ ແລະ ອິດສະຣາແອັນ ໂດຍຊົ່ວຄາວ.
ສຳນັກຂ່າວສານ IRNA ໃຫ້ຮູ້ວ່າ: “ອິຣານ ໄດ້ສົ່ງຄຳຕອບໃຫ້ແກ່ ປາກິດສະຖານ ສຳລັບຂໍ້ສະເໜີຂອງ ອາເມລິກາ ເພື່ອແນໃສ່ຢຸດຕິສົງຄາມ” ແຕ່ບໍ່ເຜີຍໃຫ້ຮູ້ເນື້ອໃນລະອຽດຂອງຂໍ້ສະເໜີ. ອີຣານ ໄດ້ເນັ້ນໜັກຄວາມຈຳເປັນຕ້ອງຢຸດຕິການປະທະກັນຢ່າງສິ້ນເຊິງ.
ກ່ອນໜ້ານັ້ນ, ທ່ານ Esmail Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ປະກາດວ່າ ເຕເຮຣານ ໄດ້ປະຕິບັດສຳເລັດທຸກຄວາມຮຽກຮ້ອງຂອງຕົນທີ່ກ່ຽວຂ້ອງເຖິງຂໍ້ສະເໜີຢຸດຕິການປະທະກັນ, ແຕ່ວ່າ ພຽງປະກາດເມື່ອເໝາະສົມ. ທ່ານ Baghaei ໃຫ້ຮູ້ວ່າ ອາເມລິກາ ໄດ້ຍົກອອກແຜນການລວມມີ 15 ຈຸດຜ່ານ ປາກິດສະຖານ ແລະ ປະເທດເປັນກາງໄກ່ເກຍຈຳນວນໜຶ່ງ, ພ້ອມທັງຖືວ່າບັນດາຂໍ້ສະເໜີນີ້ ມີຄວາມມັກໃຫຍ່ໃຝ່ສູງ, ຜິດປົກກະຕິ ແລະ ໄຫ້ເຫດຜົນ.
    |
 |
|
ທ່ານ Esmail Baghaei, ໂຄສົກກະຊວງການຕ່າງປະເທດ ອີຣານ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຂະນະນັ້ນ, ການປະທະກັນຢູ່ຕາເວັນອອກກາງຍັງສືບຕໍ່ເພິ່ມຂຶ້ນ. ວັນທີ 6 ເມສາ, ທ່ານ Katz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Netanyahu ໄດ້ອອກຄຳສັ່ງໃຫ້ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ສືບຕໍ່ບຸກໂຈມຕີເຂົ້າພື້ນຖານໂຄງລ່າງຢູ່ ອີຣານ.
ຕໍ່ໜ້າສະພາບຄວາມເຄັ່ງຕຶງໄດ້ເພີ່ມຂຶ້ນຢູ່ຕາເວັນອອກກາງ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ກ່າວເຕືອນວ່າ: ຜົນຕາມມາຂອງບັນດາການກະທຳດ້ານການທະຫານເລັ່ງໃສ່ ອີຣານ ແມ່ນອັນຕະລາຍທີ່ສຸດ, ໃນນັ້ນ ມີການກະທົບທີ່ຫຍໍ້ທໍ້ຕໍ່ພື້ນຖານເສດຖະກິດທົ່ວໂລກ, ພ້ອມທັງໃຫ້ຮູ້ວ່າ ຂອບເຂດພູມສາດຂອງການປະທະກັນໄດ້ເປີດກວ້າງແລ້ວ.
ແຫຼ່ງຄັດຈາກ vovworld.vn