ຮຸງກາຣີ ແລະ ສະໂລວາກີ ຮຽກຮ້ອງໃຫ້ ອີຢູ ເຊື່ອມຕໍ່ການເຈລະຈາກັບ ລັດເຊຍ ແລະ ຍົກເລີກຄຳສັ່ງລົງໂທດດ້ານພະລັງງານ
ວັນທີ 4 ເມສາ, ຮຸງກາຣີ ແລະ ສະໂລວາກີ ຮຽກຮ້ອງໃຫ້ສະຫະພາບ ເອີລົບ (ອີຢູ) ເຊື່ອມຕໍ່ການເຈລະຈາກັບ ລັດເຊຍ ແລະ ຍົກເລີກບັນດາຄຳສັ່ງລົງໂທດດ້ານພະລັງງານ ໃນສະພາບທີ່ລາຄາພະລັງງານຢູ່ ເອີລົບ ເພີ່ມຂຶ້ນສູງ.
ກ່າວຄຳເຫັນພາຍຫຼັງການໂອ້ລົມທາງໂທລະສັບໃນວັນທີ 04 ເມສາ, ກັບທ່ານ Viktor Orbán, ນາຍົກລັດຖະມົນຕີ ຮຸງກາຣີ, ທ່ານ Robert Fico, ນາຍົກລັດຖະມົນຕີ ສະໂລວາກີ, ໃຫ້ຮູ້ວ່າ ອີຢູ ຕ້ອງສ້າງສະພາບແວດລ້ອມດ້ານການເມືອງ - ນິຕິກຳສະດວກ ເພື່ອໃຫ້ບັນດາປະເທດສະມາຊິກ ກໍຄືທົ່ວກຸ່ມສາມາດເພີມເຕີມການເກັບຮັກສານ້ຳມັນ ແລະນ້ຳມັນບໍຈາກທຸກແຫຼ່ງສະໜອງທີ່ສາມາດສອງໜອງໄດ້, ລວມທັງຈາກ ລັດເຊຍ. ຕາມທ່ານແລ້ວ, ບັນດາຄຳສັ່ງລົງໂທດຂອງ ອີຢູ ແນໃສ່ຂົງເຂດພະລັງງານຂອງ ລັດເຊຍ ແມ່ນບໍ່ເໝາະສົມໃນສະພາບລາຄາພະລັງງານເພີ່ມຂຶ້ນສູງຄືໃນປະຈຸບັນ ແລະຕ້ອງໄດ້ຍົກເລີກໂດຍໄວ.
    |
 |
|
ທ່ານ Viktor Orbán, ນາຍົກລັດຖະມົນຕີ ຮຸງກາຣີ ແລະທ່ານ Robert Fico, ນາຍົກລັດຖະມົນຕີ ສະໂລວາກີ. ພາບ: CTK |
ທ່ານນາຍົກລັດຖະມົນຕີ Viktor Orbán, ກໍ່ຍົກອອກຄຳຖະແຫຼງທີ່ຄ້າຍຄືກັນ, ໃນນັ້ນເນັ້ນໜັກວ່າ ອີຢູ ຕ້ອງຢຸດຕິທຸກຄຳສັ່ງລົງໂທດ ແລະ ຂໍ້ຈຳກັດສຳລັບພະລັງງານຂອງ ລັດເຊຍ ຍິ່ງໄວກໍ່ຍິ່ງດີ. ການນຳ ຮຸງກາຣີ ກໍ່ຮຽກຮ້ອງໃຫ້ ອີຢູ ກໍ່ຄວາມກົດດັ່ນເພື່ອໃຫ້ປະທານາທິບໍດີ ຢູແກຼນ ເຊື່ອມຕໍ່ຕໍ່ສົ່ງ Druzhba ຄືນໃໝ່, ພ້ອມກັນນັ້ນຕຳໜິຕິຕຽນແຜນການຂອງ ອີຢູ ທີ່ຕັດແຫຼ່ງສະໜອງຈາກພະລັງງານຈາກ ລັດເຊຍ ຢ່າງແຮງ, ແທນທີ່ນັ້ນແມ່ນຫັນໄປສູ່ນະໂຍບາຍພະລັງງານແພງກວ່າ.
ແຫຼ່ງຄັດຈາກ: vovworld.vn