leftcenterrightdel
ພົນໂທ ຫງວຽນເຕິນເກືອງ ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບດອກໄມ້ອວຍພອນພະນັກງານ, ຄູອາຈານຂອງວິທະຍາຄານປ້ອງກັນຊາດ. ພາບ: qdnd.vn

ຢູ່ທີ່ນີ້, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດມາຍັງຄູອາຈານຣຸ່ນຕ່າງຂອງວິທະຍາຄານ; ຍ້ອງຍໍ ແລະຕີລາຄາສູງຄວາມມານະພະຍາຍາມຂອງພະນັກງານ, ຄູອາຈານ, ນັກສໍາມະນາກອນ, ພາລະກອນ ແລະນັກຮົບທົ່ວວິທະຍາຄານ.

ທ່ານພົນໂທ ຫງວຽນເຕິນເກືອງ ສະເໜີໃຫ້ວິທະຍາຄານປ້ອງກັນຊາດ ສືບຕໍ່ຊາບຊຶມ ແລະປະຕິບັດຍຸດທະສາດດ້ານການສຶກສາ-ກໍ່ສ້າງຢ່າງມີປະສິດທິຜົນ, ປະຕິບັດສໍາເລັດໜ້າທີ່ຂອງຕົນເປັນຢ່າງດີ; ເອົາໃຈໃສ່ປ່ຽນແປງໃໝ່ເນື້ອໃນ, ລາຍການກໍ່ສ້າງ...

ກໍ່ໃນວັນດຽວກັນ, ວິທະຍາຄານປ້ອງກັນຊາດໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ (20-11) ແລະປຸກລະດົມການແຂ່ງຂັນເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອວິທະຍາຄານ.

ຕອນບ່າຍວັນທີ 19 ພະຈິກ, ວິທະຍາຄານການເມືອງ, ວິທະຍາຄານທະຫານເຮືອ ກໍ່ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ.

ໂດຍ: ທະນາພອນ