ແຂວງດ້ຽນບຽນ ລົງມືກໍ່ສ້າງ 3 ໂຮງຮຽນກິນນອນລະຫວ່າງຊັ້ນ, ສ້າງກຳລັງໜູນພັດທະນາການສຶກສາ
ນີ້ແມ່ນ 3 ໃນຈຳນວນ 9 ໂຄງການໂດຍແຂວງມອບໜ້າທີ່ຜັນຂະຫຍາຍໃນປີ 2025 ຕາມແຜນນະໂຍບາຍຂອງກົມການເມືອງ ກ່ຽວກັບການກໍ່ສ້າງໂຮງຮຽນກິນນອນລະຫວ່າງຊັ້ນ ຢູ່ 248 ຕາແສງຊາຍແດນ ໃນທົ່ວປະເທດ.
    |
 |
|
ພິທີລົງມືກໍ່ສ້າງໂຮງຮຽນກິນນອນຊົນເຜົ່າລະຫວ່າງຊັ້ນປະຖົມ ແລະມັດຖະຍົມຕອນຕົ້ນ. ພາບ: vov.vn |
ວັນທີ 2 ພະຈິກ, ຢູ່ 3 ຕາແສງຊາຍແດນ ຄື ນົວງາມ, ນາບຸງ ແລະຊາມມື້ນ, ແຂວງດ້ຽນບຽນ ໄດ້ພ້ອມກັນຈັດພິທີລົງມືກໍ່ສ້າງໂຮງຮຽນກິນນອນຊົນເຜົ່າລະຫວ່າງຊັ້ນປະຖົມ ແລະມັດຖະຍົມຕອນຕົ້ນ 3 ແຫ່ງ. ນີ້ແມ່ນ 3 ໃນຈຳນວນ 9 ໂຄງການ ໂດຍ ແຂວງມອບໜ້າທີ່ຜັນຂະຫຍາຍໃນປີ 2025 ຕາມແຜນນະໂຍບາຍຂອງກົມການເມືອງ ກ່ຽວກັບການກໍ່ສ້າງໂຮງຮຽນກິນນອນລະຫວ່າງຊັ້ນ ຢູ່ 248 ຕາແສງຊາຍແດນໃນທົ່ວປະເທດ. ທ່ານ ນົງກວາງທັ້ງ, ເລຂາພັກຕາແສງ, ປະທານຄະນະກຳມະການປະຊາຊົນຕາແສງ ນົວງາມ ໃຫ້ຮູ້ວ່າ:
ນັບແຕ່ມີແຜນນະໂຍບາຍ, ຕາແສງ ໄດ້ເຊື້ອເຊີນຄະນະຄຸ້ມຄອງໂຄງການລົງເຮັດວຽກ ແລະເຮັດແຈ້ງໜ້າທີ່ຂອງແຕ່ລະຫົວໜ່ວຍ, ເລືອກເອົາສະຖານທີ່ ແລະມອບໃຫ້ຫົວໜ່ວຍວິຊາການສຳຫຼວດຂອບຂະໜາດ, ຈຳນວນຄອບຄົວທີ່ກ່ຽວຂ້ອງທີ່ດິນ. ຫຼັງຈາກນັ້ນຂົນຂວາຍ, ໂຄສະນານັບແຕ່ຄະນະພັກ ຈົນຮອດອຳນາດການປົກຄອງຂອງບ້ານ, ພິເສດບັນດາຄອບຄົວທີ່ມີດິນຖືກເກັບຄືນ ແລະມີຄວາມເຫັນດີສູງເພື່ອໃຫ້ໂຄງການໄດ້ປະຕິບັດຖືກຕ້ອງຕາມຄວາມຄືບໜ້າແມ່ນວັນທີ 31 ສິງຫາ 2026 ຈະມອບຮັບ ແລະກະກຽມໄຂສົກຮຽນໃໝ່.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ