leftcenterrightdel
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ທີ່ກອງປະຊຸມຂ່າວ. ພາບ: qdnd.vn

ໃນສົກຮຽນ 2026-2027, ລັດຖະບານກູບາ ສະຫງວນທຶນການສຶກສາ 15 ທຶນບຳລຸງສ້າງຂັ້ນມະຫາວິທະຍາໄລໃຫ້ແກ່ຫວຽດນາມ, ລວມມີ 7 ທຶນ ຂຶ້ນກັບຂະແໜງການ ໂດຍກະຊວງສຶກສາມະຫາວິທະຍາໄລກູບາ (MES) ແລະ 8 ທຶນຂະແໜງແພດສາດ.  ນັກສຶກສາທີ່ມີສິດໄດ້ຮັບທຶນການສຶກສາຕ້ອງມີອາຍຸໃນລະຫວ່າງ 16 ຫາ 25 ປີ, ໄດ້ຮຽນຈົບມັດທະຍົມຕອນປາຍ ຫຼືລະດັບທຽບເທົ່າ, ມາຈາກຄອບຄົວທີ່ມີລາຍຮັບຕໍ່າ, ບໍ່ສາມາດຈ່າຍຄ່າຮຽນດ້ວຍຕົນເອງໄດ້, ບຸລິມະສິດແມ່ນບັນດາກໍລະນີທີ່ມາຈາກເຂດຫ່າງໄກສອກຫຼີກ.

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ເຖິງວ່າປະຈຸບັນ ກູບາ ພວມປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດຫຼາຍຢ່າງ, ແຕ່ປະເທດນີ້ຍັງຮັກສາທຶນການສຶກສາປະຈຳປີໃຫ້ແກ່ນັກສຶກສາຫວຽດນາມ, ແມ່ນການສະແດງໃຫ້ເຫັນສາຍພົວພັນແບບພິເສດ ແລະປະຫວັດສາດສະໜິດຕິດພັນລະຫວ່າງສອງປະເທດ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ໂຄງການທຶນການສຶກສາກູບາ ໃຫ້ແກ່ຫວຽດນາມ ຈະປະກອບສ່ວນແທດຈິງເຂົ້າໃນການຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍພັດທະນາໃນຂົງເຂດການສຶກສາຂັ້ນມະຫາວິທະຍາໄລ, ພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ພິເສດແມ່ນປະກອບສ່ວນຍົກສູງຄຸນນະພາບຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ