ໂດຍໄດ້ຮັບການມອບສິດຈາກການນໍາກົມໃຫຍ່ການເມືອງ, ທ່ານພົນຈັດຕະວາ ເຈີ່ນວັນນາມ, ຮອງຫົວໜ້າກົມພະນັກງານ ໄດ້ເຂົ້າຮ່ວມ, ກ່າວຄຳເຫັນຊີ້ນໍາ ແລະມອບໜ້າທີ່ໃຫ້ຄະນະ.

ທ່ານພົນຈັດຕະວາ ເຈີ່ນວັນນາມ ຢືນຢັນວ່າ: ການພັດທະນາການສຶກສາ-ບຳລຸງສ້າງ ເພື່ອແນໃສ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນສັງກາດໃໝ່. ໄປຄຽງຄູ່ກັບການຝຶກອົບຮົມຢູ່ບັນດາຮາກຖານພາຍໃນປະເທດ, ການຈັດສົ່ງນັກສໍາມະນາກອນໄປຝຶກອົບຮົມ, ບໍາລຸງສ້າງຢູ່ຕ່າງປະເທດສໍາລັບປະເທດເວົ້າລວມ ແລະກອງທັບເວົ້າສະເພາະມີທີ່ຕັ້ງສຳຄັນທີ່ສຸດ ເພື່ອແນໃສ່ຕອບສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບຄວາມຮູ້, ມີຄວາມຮູ້ດ້ານວິທະຍາສາດເຕັກນິກທີ່ກ້າວໜ້າ, ປະກອບສ່ວນກໍ່ສ້າງ ແລະປົກປັກຮັກສາປະເທດຊາດ ໃຫ້ໝັ້ນຄົງເຂັ້ມແຂງ.

leftcenterrightdel
ມອບດອກໄມ້ ແລະຂອງຂວັນເພື່ອລະດົມກໍາລັງໃຈນັກສໍາມະນາກອນໄປຝຶກອົບຮົມ, ບໍາລຸງສ້າງຢູ່ຕ່າງປະເທດໃນປີ 2025. ພາບ: qdnd.vn

ທ່ານພົນຈັດຕະວາ ເຈີ່ນວັນນາມ ສະເໜີໃຫ້ບັນດານັກສໍາມະນາກອນຍາມໃດກໍ່ຮັກສາຄຸນທາດດ້ານການເມືອງຢ່າງໜັ້ກແໜ້ນ, ຢຶດໝັ້ນຫຼັກໝັ້ນແນວຄິດ, ຈົງຮັກພັກດີຕໍ່ກັບພາລະກິດການປະຕິວັດຂອງພັກຢ່າງເດັດຂາດ, ຍາມໃດກໍ່ສົມເປັນທະຫານປະຕິວັດ-ທະຫານລຸງໂຮ່, ຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ແລະກອງທັບປະຊາຊົນຫວຽດນາມ, ຖືນັ້ນເປັນກຳລັງໜູນເພື່ອຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ສູ້ຊົນ; ປະຕິບັດຕາມກົດໝາຍຫວຽດນາມ, ກົດໝາຍຂອງປະເທດປະຈໍາຖິ່ນ, ລະບຽບການການທູດດ້ານປ້ອງກັນຊາດ, ລະບຽບການຂອງຮາກຖານຝຶກອົບຮົມຢ່າງເຂັ້ມງວດ; ເອົາໃຈໃສ່ເຖິງການສ້າງຈິດໃຈສາມັກຄີ, ເປັນເອກະພາບ, ສະໜັບສະໜູນເຊິ່ງກັນ ແລະກັນໃນການຮ່ຳຮຽນ, ປະຕິບັດງານ, ດໍາເນີນຊີວິດ, ເພີ່ມທະວີຄວາມສາມັກຄີມິດຕະພາບສາກົນ; ຍົກສູງຈິດໃຈສະຕິຕື່ນຕົວ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍາດແຍ່ງເອົາທຸກເງື່ອນໄຂ ແລະເວລາ, ສຸມໃສ່ສະຕິປັນຍາເພື່ອຮ່ຳຮຽນ, ຄົ້ນຄວ້າ.

ໂດຍ: ຈາງຫງວຽນ