leftcenterrightdel
ທ່ານພົນຕີ ຈິ້ງວັນກວຽດ ມອບດອກໄມ້, ອວຍພອນຖັນແຖວພະນັກງານ, ຄູອາຈານວິທະຍາຄານການເມືອງ. ພາບ: qdnd.vn

ຕາງໜ້າການນໍາກົມໃຫຍ່ການເມືອງ, ທ່ານພົນຕີ ຈິ້ງວັນກວຽດ ໄດ້ຊົມເຊີຍຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາຂອງສອງໂຮງຮຽນ ແລະເນັ້ນໜັກວ່າ: ວິທະຍາຄານການເມືອງ ແລະໂຮງຮຽນນາຍທະຫານການເມືອງ ແມ່ນສອງໂຮງຮຽນກໍ່ສ້າງ, ບຳລຸງພະນັກງານໃຫ້ພັກ ແລະກອງທັບ. ນີ້ແມ່ນກຳລັງສຳຄັນປະກອບສ່ວນຮັບປະກັນໃຫ້ແກ່ການຊີ້ນຳນຳພາຢ່າງເດັດຂາດ, ໂດຍກົງຂອງພັກທີ່ມີຕໍ່ກອງທັບ. ໃນຊຸມປີມໍ່ໆມານີ້, ສອງໂຮງຮຽນໄດ້ກໍ່ສ້າງ, ບຳລຸງຖັນແຖວພະນັກງານ “ທັງມີຄຸນສົມບັດທັງມີຄຸນນະວຸດທິ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ຕົວຈິງຂອງກົມກອງ, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງກອງທັບ “ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ”, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ.

ຕອນບ່າຍຂອງວັນດຽວກັນ, ທ່ານພົນໂທ ໂດ໊ກັນ, ຮອງຫົວໜ້າກົມໃຫຍ່ການເມືອງ ໄດ້ໄປຢ້ຽມຢາມ ແລະອວຍພອນຖັນແຖວພະນັກງານ, ຄູອາຈານມະຫາວິທະຍາໄລວັດທະນະທຳ ແລະສິລະປະກອງທັບ.

ທ່ານພົນໂທ ໂດ໊ກັນ ຮັບຮູ້ຜົນງານຂອງພະນັກງານ, ຄູອາຈານ ແລະພະນັກງານຄຸ້ມຄອງການສຶກສາ. ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງ ສະເໜີວ່າ: ໃນໄລຍະຈະມາເຖິງ, ມະຫາວິທະຍາໄລວັດທະນະທຳ-ສິລະປະກອງທັບ ຄວນສືບຕໍ່ຍົກສູງຄຸນນະພາບການສອນ, ປະຕິບັດຕາມຄາດໝາຍ, ຄວາມຮຽກຮ້ອງຕ້ອງການກໍ່ສ້າງໃກ້ຊິດຕິດແທດກັບໜ້າທີ່ການເມືອງຂອງບັນດາກົມກອງ; ສືບຕໍ່ປ່ຽນແປງໃໝ່ການສຶກສາກໍ່ສ້າງໂດຍພື້ນຖານ ແລະຮອບດ້ານ, ຍົກສູງຄຸນນະພາບຖັນແຖວຄູອາຈານ ແລະພະນັກງານຄຸ້ມຄອງການສຶກສາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່.

ວັນທີ 18 ພະຈິກ, ຢູ່ໂຮງຮຽນນາຍທະຫານບົກເລກ 1, ວິທະຍາຄານເຕັກນິກການທະຫານ, ວິທະຍາຄານພະລາທິການ, ວິທະຍາໄລເຕັກນິກ-ສື່ສານ (ເຫຼົ່າຮົບສື່ສານ) ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ.

ໂດຍ: ທະນາພອນ