ຫວຽດນາມ-ລາວ ຊຸກຍູ້ການຮ່ວມມືບໍາລຸງສ້າງດ້ານວິທະຍາສາດ-ເຕັກໂນໂລຊີ
ກປ.ອອນໄລ - ໃນບັນຍາກາດຂໍ່ານັບຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໃນວັນທີ 15 ທັນວາ, ທີ່ນະຄອນ ໄກສອນ ພົມວິຫານ, ພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ ໄດ້ສົມທົບກັບໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ຈັດການແຂ່ງຂັນ VR Robots ຊັ້ນມັດທະຍົມຕອນປາຍ ປະຈໍາປີ 2025.
ກ່າວຄຳເຫັນທີ່ເຫດການ, ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໄດ້ຍົກອອກຄວາມໝາຍຂອງການແຂ່ງຂັນ Robots ຄັ້ງທຳອິດ, ໂດຍຖືວ່ານີ້ແມ່ນການເຄື່ອນໄຫວແທດຈິງປະກອບສ່ວນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາວິທະຍາສາດ-ເຕັກໂນໂລຊີໃນອະນາຄົດ, ພ້ອມທັງເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ ແລະລາວ.
    |
 |
|
ບັນດາຜູ້ສອບເສັງ ປະຕິບັດເນື້ອໃນແຂ່ງຂັນ. ພາບ: ສໍານັກຂ່າວສານຫວຽດນາມ |
ການແຂ່ງຂັນ VR Robots ຊັ້ນມັດທະຍົມຕອນປາຍ ປະຈໍາປີ 2025 ໄດ້ຈັດຂຶ້ນເປັນຄັ້ງທໍາອິດ ຢູ່ແຂວງສະຫວັນນະເຂດ, ດຶງດູດການເຂົ້າຮ່ວມຂອງຫຼາຍທີມໃນໂຮງຮຽນມິດຕະພາບລາວ-ຫວຽດນາມ. ການແຂ່ງຂັນລວມມີ 3 ຮອບ, ໃນແຕ່ລະຮອບ, ຜູ້ສອບເສັງຕ້ອງໝູນໃຊ້ຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ ແລະຄະນິດສາດ (STEM) ເຂົ້າໃນການອອກແບບ, ສ້າງໂປຼແກຼມ ແລະບັນຊາ robot ເພື່ອປະຕິບັດໜ້າທີ່ລະອຽດໂດຍຄະນະຈັດຕັ້ງວາງອອກ. ບັນດາສິ່ງທ້າທາຍ ບໍ່ພຽງແຕ່ຮຽກຮ້ອງຈິນຕະນາການ logic, ຄວາມສາມາດປະດິດຄິດສ້າງເທົ່ານັ້ນ, ຫາກຍັງຮຽກຮ້ອງໃຫ້ມີຈິດໃຈເຮັດວຽກເປັນທີມ, ທັກສະແກ້ໄຂບັນຫາ ແລະຄວາມສາມາດຮັບມືຢ່າງໄຫວພິບອີກດ້ວຍ.
ຜ່ານການແຂ່ງຂັນຄັ້ງນີ້, ພວກນ້ອງນັກຮຽນໄດ້ມີໂອກາດເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ, ສ້າງຄວາມລື້ງເຄີຍກັບການສ້າງໂປຼແກຼມ ແລະ robotics, ຜ່ານນັ້ນ, ປະກອບສ່ວນຍົກສູງຄຸນນະພາບການຮຽນ-ການສອນວິຊາວິທະຍາສາດທຳມະຊາດ ຕາມທິດຝຶກຫັດ ແລະໝູນໃຊ້. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຄູອາຈານແລກປ່ຽນປະສົບການໃນການສອນ STEM, ນຳຮູບແບບການສຶກສາທີ່ກ້າວໜ້າເຂົ້າໃນຫຼັກສູດຂອງໂຮງຮຽນເທື່ອລະກ້າວ.
    |
 |
|
ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ມອບຂັນໃຫ້ແກ່ທີມໄດ້ຮັບລາງວັນທີໜຶ່ງ. ພາບ: ສໍານັກຂ່າວສານຫວຽດນາມ |
ສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງ ໄດ້ມອບລາງວັນໃຫ້ແກ່ບັນດາທີມຍາດໄດ້ຜົນງານດີເດັ່ນ, ຮັບຮູ້ຄວາມມານະພະຍາຍາມ ແລະການປະດິດຄິດສ້າງຂອງພວກນ້ອງນັກຮຽນ. ການແຂ່ງຂັນດັ່ງກ່າວໄດ້ສ້າງຄວາມປະທັບໃຈ, ໝັ້ນໝາຍຈະກາຍເປັນກິດຈະກໍາປະຈຳປີ, ປະກອບສ່ວນຊຸກຍູ້ຂະບວນການຮໍ່າຮຽນ, ຄົ້ນຄວ້າວິທະຍາສາດ, ປ່ຽນແປງໃໝ່ປະດິດຄິດສ້າງໃນໄວໜຸ່ມແຂວງສະຫວັນນະເຂດ.
ໂດຍ: ທູຈາງ