ຂະແໜງສຶກສາຕ້ອງກາຍເປັນກຳລັງໜູນຫຼັກແຫຼ່ງເພື່ອພັດທະນາປະເທດຊາດ
ກປ.ອອນໄລ - ຕອນເຊົ້າວັນທີ 5 ກັນຍາ, ຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ), ກະຊວງສຶກສາ ແລະກໍ່ສ້າງ ໄດ້ຈັດພິທີສະເຫຼີມສະຫຼອງວັນມູນເຊື້ອຂະແໜງສຶກສາ ຄົບຮອບ 80 ປີ ແລະເປີດສົກຮຽນ 2025-2026.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອຂະແໜງສຶກສາ ຄົບຮອບ 80 ປີ ແລະເປີດສົກຮຽນ 2025-2026. ພາບ: ເລິມຮ່ຽນ |
ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢືນຢັນວ່າ: ໃນສະພາບການໂລກາພິວັດ, ເສດຖະກິດຄວາມຮູ້, ວິທະຍາສາດເຕັກໂນໂລຢີ ແລະການຫັນປ່ຽນດີຈີຕອນພັດທະນາຢ່າງແຂງແຮງ, ຂະແໜງສຶກສາ ແລະກໍ່ສ້າງ ຕ້ອງຮັກສາທີ່ຕັ້ງເປັນນະໂຍບາຍອັນດັບໜຶ່ງຂອງປະເທດ ແລະກາຍເປັນກຳລັງໜູນຫຼັກແຫຼ່ງເພື່ອພັດທະນາປະເທດຊາດ.
    |
 |
ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ: “ທົ່ວພັກຕ້ອງປ່ຽນແປງໃໝ່ຈິນຕະນາການນໍາພາດ້ານການສຶກສາຢ່າງແຂງແຮງ, ບໍ່ວາງມາດຕະຖານເກົ່າໃຫ້ແກ່ພື້ນຖານການສຶກສາທີ່ທັນສະໄໝ, ແຕ່ຕ້ອງຊີ້ນຳຢ່າງໃກ້ຊິດ, ແທດຈິງ, ຈັດຕັ້ງ ແລະ ປະຕິບັດຢ່າງຂ້ຽວຂາດ ແລະມີປະສິດທິຜົນ, ຖືການສຶກສາແມ່ນນະໂຍບາຍອັນດັບໜຶ່ງຂອງປະເທດຊາດຢ່າງສະເໝີຕົ້ນສະເໝີປາຍ. ສະພາແຫ່ງຊາດຕ້ອງສືບຕໍ່ປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ສ້າງກອບນິຕິກໍາໃຫ້ທະລຸລ່ວງ, ໝັ້ນຄົງ ແລະກ້າວໜ້າ ແກ່ພາລະກິດປ່ຽນແປງໃໝ່ການສຶກສາ ແລະກໍ່ສ້າງ. ລັດຖະບານຄວນເພີ່ມທະວີການລົງທຶນ, ຮັບປະກັນແຫຼ່ງເງິນ, ພື້ນຖານດ້ານວັດຖຸ, ຖັນແຖວບຸກຄະລາກອນ, ພ້ອມທັງເດັດດ່ຽວແກ້ໄຂຂໍ້ຕິດຂັດກ່ຽວກັບກົນໄກ ນະໂຍບາຍເພື່ອລະດົມທຸກແຫຼ່ງທຶນຂອງສັງຄົມໃຫ້ການສຶກສາ. ຂະແໜງສຶກສາຕ້ອງນໍາໜ້າໃນການປ່ຽນແປງໃໝ່ຈິນຕະນາການ ແລະ ວິທີການຄຸ້ມຄອງ, ສ້າງຖັນແຖວຄູອາຈານທັງມີຄວາມຮູ້ຄວາມສາມາດ, ທັງມີຈັນຍາບັນ ແລະຄວາມປາຖະໜາຢາກອຸທິດຕົນ. ຄູອາຈານຕ້ອງເປັນແບບຢ່າງອັນໃສແຈ້ງ ແລະແມ່ນແຫຼ່ງບັນດານໃຈໃຫ້ນັກຮຽນ. ນັກຮຽນ, ນັກສຶກສາຕ້ອງບຳລຸງສ້າງຈິດໃຈ ແລະຄວາມມຸ່ງມາດປາດຖະໜາອັນໃຫຍ່ຫຼວງ, ຮ່ຳຮຽນ ແລະຝຶກຝົນຫຼໍ່ຫຼອມເພື່ອກາຍເປັນພົນລະເມືອງທົ່ວໂລກ, ເຊື່ອມໂຍງເຂົ້າກັບມາດຖານສາກົນເທື່ອລະກ້າວ, ແຕ່ຍາມໃດກໍ່ຮັກສາສີສັນຂອງຫວຽດນາມ”.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ກະຊວງສຶກສາ ແລະ ກໍ່ສ້າງ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຂະແໜງສຶກສາຕ້ອງປ່ຽນແປງໃໝ່ຈິນຕະນາການ ແລະ ການກະທຳຢ່າງແຂງແຮງ; ປ່ຽນແປງໃໝ່ການສຶກສາຕາມທິດຮອບດ້ານ; ຕ້ອງສ້າງບາດກ້າວບຸກທະລຸໃນການສຶກສາມະຫາວິທະຍາໄລ ແລະການສຶກສາວິຊາຊີບ; ຍູ້ແຮງການຫັນປ່ຽນດີຈີຕອນ ແລະປັນຍາປະດິດໃນການສຶກສາ; ກໍ່ສ້າງສັງຄົມແຫ່ງການຮໍ່າຮຽນ, ຮໍ່າຮຽນຕະຫຼອດຊີວິດ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕີກອງເປີດສົກຮຽນໃໝ່ 2025-2026. ພາບ: qdnd.vn |
ທີ່ພິທີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕີກອງເປີດສົກຮຽນໃໝ່ 2025-2026.
ໂດຍ: ທູຈາງ