ບ້ວງທຶນຊ່ວຍເຫຼືອລ້າຂັ້ນຮາກຖານຂອງລັດຖະບານຍີ່ປຸ່ນ ດ້ວຍມູນຄ່າ 132,822 ໂດລາສະຫະລັດ ເພື່ອກໍ່ສ້າງຕືກອາຄານ 2 ຊັ້ນ ລວມມີຫ້ອງຮຽນ  4 ຫ້ອງ ແລະຫ້ອງນໍ້າ 4 ຫ້ອງ, ເນື້ອທີ່ທັງໝົດ 245 ຕາແມັດ ທີ່ໂຮງຮຽນປະຖົມ ແລະມັດທະຍົມຕອນຕົ້ນບາແຄ, ແນໃສ່ປັບປຸງເງື່ອນໄຂການຮຽນ-ການສອນໃຫ້ແກ່ຄູອາຈານ ແລະນັກຮຽນຂອງໂຮງຮຽນ.

leftcenterrightdel
ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ ແລະທ່ານ ຮ່າບຽນເກືອງ ປະທານຄະນະກຳມະການປະຊາຊົນຕາແສງກາດທິ້ງ, ແຂວງລາວກາຍ ລົງນາມໃນໂຄງການ. ພາບ: qdnd.vn

ແບ່ງປັນທີ່ພິທີລົງນາມ, ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ ຕັ້ງຄວາມຫວັງວ່າ ໂຄງການຈະປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການສຶກສາ, ເງື່ອນໄຂຮ່ຳຮຽນຂອງນັກຮຽນ ແລະເງື່ອນໄຂສິດສອນຂອງຄູອາຈານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນເວົ້າລວມ.

ຜ່ານບັນດາໂຄງການຄືດັ່ງກ່າວ, ຍີ່ປຸ່ນ ປາດຖະໜາຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງຫວຽດນາມ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາ, ພ້ອມທັງປາດຖະໜາຢາກຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຍີ່ປຸ່ນ ນັບມື້ນັບພັດທະນາໃຫ້ດີກວ່າອີກ. ຍີ່ປຸ່ນ ແບ່ງປັນກັບທັດສະນະຂອງລັດຖະບານຫວຽດນາມ ໃນການພັດທະນາແບບຍືນຍົງ ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ. ນີ້ກໍ່ແມ່ນຄວາມໝາຍເຊິ່ງໂຄງການຊ່ວຍເຫຼືອລ້າຂະໜາດນ້ອຍຂັ້ນຮາກຖານຂອງລັດຖະບານຍີ່ປຸ່ນ ມຸ່ງໄປເຖິງ, ດ້ວຍເປົ້າໝາຍຮັບປະກັນຄວາມໝັ້ນຄົງໃຫ້ແກ່ມະນຸດ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີລົງນາມ. ພາບ: qdnd.vn

ທ່ານ ຮ່າບຽນເກືອງ ປະທານຄະນະກຳມະການປະຊາຊົນຕາແສງກາດທິ້ງ (ແຂວງລາວກາຍ) ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ກັບລັດຖະບານຍີ່ປຸ່ນ ແລະທ່ານເອກອັກຄະລັດຖະທູດ ທີ່ໄດ້ຕັ້ງໜ້າໜູນຊ່ວຍເພື່ອໃຫ້ໂຄງການໄດ້ຮັບການອະນຸມັດຜ່ານ ແລະຮັບຮອງເອົາຢ່າງວ່ອງໄວ. ໂຄງການດັ່ງກ່າວບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການກ່ຽວກັບພື້ນຖານດ້ານວັດຖຸເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂເພື່ອຍົກສູງຄຸນນະພາບການສຶກສາ, ຮັບປະກັນສະພາບແວດລ້ອມແຫ່ງການຮໍ່າຮຽນທີ່ປອດໄພ ແລະເປັນປົກກະຕິໃຫ້ແກ່ນັກຮຽນ; ພ້ອມທັງປະກອບສ່ວນຊ່ວຍໃຫ້ໂຮງຮຽນປັບປຸງເງື່ອນໄຂຕາມຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ຂອງການສຶກສາໃນປະຈຸບັນເທື່ອລະກ້າວ.

ໂດຍ: ທູຈາງ