leftcenterrightdel
ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດຫວຽດນາມ ມອບຫຼຽນໄຊແຮງງານ ໃຫ້ແກ່ບັນດານັກຮຽນ. ພາບ: ສໍານັກຂ່າວສານຫວຽດນາມ

ປີ 2025 ນີ້, ຫວຽດນາມ ມີ 7 ຄະນະນັກຮຽນ ເຂົ້າຮ່ວມການເສັງ Olympic ສາກົນ ແລະ ພາກພື້ນ, ດ້ວຍການເຂົ້າຮ່ວມຂອງນັກຮຽນ 37 ເທື່ອຄົນ. ນັກຮຽນທັງໝົດຂອງຫວຽດນາມ ທີ່ເຂົ້າຮ່ວມການເສັງລ້ວນແຕ່ຄວ້າໄດ້ລາງວັນ, ລວມມີ:  ຫຼຽນຄຳ 13 ຫຼຽນ, ຫຼຽນເງິນ 16 ຫຼຽນ, ຫຼຽນທອງ 8 ຫຼຽນ.

ໃນໄລຍະຈະມາເຖິງ, ທ່ານຮອງປະທານປະເທດ ສະເໜີໃຫ້ຂະແໜງການສຶກສາຕ້ອງນຳໜ້າໃນການປ່ຽນແປງໃໝ່ຈິນຕະນາການ, ແບບວິທີບໍລິຫານ; ສ້າງຖັນແຖວຄູອາຈານທີ່ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ, ມີຄຸນສົມບັດ, ມີຄວາມຄາດຫວັງຢາກອຸທິດສ່ວນ; ສ້າງສະພາບແວດລ້ອມ ແລະກຳລັງໜູນເພື່ອໃຫ້ລຸ້ນໜຸ່ມພັດທະນາຢ່າງຮອບດ້ານ, ກາຍເປັນແຫຼ່ງກຳລັງທີ່ຍອດຍິ່ງ, ເປັນເຈົ້າຂອງອະນາຄົດຂອງປະເທດຊາດ.

ແຫຼ່ງຄັດຈາກ: vovworld.vn