leftcenterrightdel
ເປັນຄັ້ງທຳອິດໃນທົ່ວປະເທດຈະໄດ້ພ້ອມກັນຈັດພິທີໄຂສົກຮຽນໃໝ່. ພາບປະກອບ: vovworld.vn 

ວັນທີ 5 ກັນຍາ, ນັກຮຽນຫຼາຍກວ່າ 23 ລ້ານຄົນຢູ່ 52.000 ຮາກຖານການສຶກສາ ໃນທົ່ວປະເທດຫວຽດນາມ ຈະເລີ່ມກ້າວເຂົ້າສົກຮຽນໃໝ່ 2025– 2026 ດ້ວຍພິທີໄຂສົກຮຽນໃໝ່ພິເສດ ທີ່ໄດ້ຈັດຂຶ້ນແຕກຕ່າງກັບປີກ່ອນໆ. ຕາມນັ້ນແລ້ວ, ເປັນຄັ້ງທຳອິດໃນທົ່ວປະເທດ ຈະໄດ້ພ້ອມກັນຈັດພິທີໄຂສົກຮຽນໃໝ່: ໃນຈຸດເວລາດຽວກັນ, ມີພິທີກຳດຽວກັນສຳລັບນັກຮຽນທຸກຊັ້ນ. ມາຮອດຈຸດເວລານີ້, ບັນດາຮາກຖານການສຶກສາ ໃນທົ່ວປະເທດ ກໍ່ປະຕິບັດສຳເລັດວຽກງານກະກຽມ ໃຫ້ແກ່ພິທີໄຂສົກຮຽນໃໝ່ແລ້ວ.

ພິທີໄຂສົກຮຽນໃໝ່ 2025–2026 ຈັດຂຶ້ນຢູ່ສູນກອງປະຊຸມແຫ່ງຊາດ, ທີ່ຮ່າໂນ້ຍ, ເຊື່ອມຕໍ່ທາງໄກກັບບັນດາຮາກຖານການສຶກສາໃນທົ່ວປະເທດ, ນັບແຕ່ຂັ້ນອະນຸບານ ຕະຫຼອດຮອດຂັ້ນມະຫາວິທະຍາໄລ, ດ້ວຍບັນດາພິທີກຳສຳຄັນ, ຄື: ເຄົາລົບທຸງ, ຮ້ອງເພງຊາດ, ຕີກອງໄຂສົກຮຽນໃໝ່. ພ້ອມກັບນັກຮຽນໃນທົ່ວປະເທດ, ນັກຮຽນ ຢູ່ເຂດພູດອຍ, ເຂດຊາຍແດນ, ທະເລໝູ່ເກາະ ຢູ່ທ້ອງຖິ່ນຕ່າງໆ ກໍ່ໄດ້ກະກຽມຄວາມພ້ອມໃຫ້ແກ່ສົກຮຽນໃໝ່ແລ້ວ.

ແຫຼ່ງຄັດຈາກ vovworld.vn