ງານບຸນປີນີ້ດຶງດູດ 15 ປະເທດທີ່ເຂົ້າຮ່ວມຄື: ໂອຕາລິດ, ໂປໂລຍ, ບຸນກາຣີ, ຝຣັ່ງ, ເຢຍລະມັນ, ໄອແລນ, ແຟງລັງ, ເຊັກໂກ, ເດນມາກ, ຮຸງກາຣີ, ສະໂລວາເກຍ, ສະເປນ, ຊູແອັດ, ອີຕາລີ ແລະແບນຊິກ (ໂດຍມີການເຂົ້າຮ່ວມຂອງປະຊາຄົມແບນຊິກ ທີ່ເວົ້າພາສາໂຮນລັງ ແລະຄະນະ Wallonie-Bruxelles ຢູ່ຫວຽດນາມ).

ເຫດການດໍາເນີນຢູ່ Gem Center, ເລກທີ 8 ຫວຽນບິງຄຽມ, ເມືອງໄຊງ່ອນ (ນະຄອນໂຮ່ຈີມິນ) ໃນວັນທີ 1 ພະຈິກ ແລະສູນ The One 2 ເຈືອງເຢືອງໂດ, ຕາແສງຮົ່ງຮ່າ, ຮ່າໂນ້ຍ ໃນວັນທີ 2 ພະຈິກ.

leftcenterrightdel
ພາບປະກອບ. vov.vn

ໃນຄັ້ງນີ້, ວັນບຸນການສຶກສາເອີຣົບ 2025 ຍັງສືບຕໍ່ມີການເຂົ້າຮ່ວມໂດຍກົງຂອງມະຫາວິທະຍາໄລເອີຣົບເກືອບ 60 ແຫ່ງ, ເຊິ່ງນຳເອົາຂໍ້ມູນທີ່ໜ້າສົນໃຈ ແລະໂອກາດການຮຽນທີ່ຫຼາກຫຼາຍໃນຫຼາຍຂົງເຂດ ແລະຫຼາຍລະດັບການສຶກສາ.

ຄະນະ Wallonie-Bruxelles ຢູ່ຫວຽດນາມ ໄດ້ເຂົ້າຮ່ວມງານ “ວັນບຸນການສຶກສາເອີຣົບ 2025” ແລະໄດ້ໃຫ້ຂໍ້ມູນກ່ຽວກັບການສຶກສາຢູ່ຂົງເຂດຝຣັ່ງໂກໂຟນີຂອງແບນຊິກ. ທີ່ໂຕະຂໍ້ມູນຂອງແບນຊິກ/Wallonie-Bruxelles, ແຂກເຂົ້າຮ່ວມໄດ້ມີການແລກປ່ຽນໂດຍກົງກັບຜູ້ຕາງໜ້າຂອງສອງມະຫາວິທະຍາໄລຂອງແບນຊິກ ຄື ມະຫາວິທະຍາໄລ Liège (Wallonie-Bruxelles) ແລະມະຫາວິທະຍາໄລ Antwerp (Flanders).

ວັນບຸນໄປຮຽນຢູ່ເອີຣົບປີ 2025 ຈະນຳມາເຊິ່ງສິ່ງພິເສດຫຼາຍຢ່າງ ຄື: ຂໍ້ມູນຂ່າວສານທີ່ທັນສະໄໝກ່ຽວກັບຫຼັກສູດການສຶກສາລະດັບປະລິນຍາຕີ ແລະປະລິນຍາໂທໃນເອີຣົບ, ເຊິ່ງໄດ້ແບ່ງປັນໂດຍກົງຈາກສະຖານທູດຂອງບັນດາປະເທດສະມາຊິກເອີຣົບ; ການພົບປະກັບອະດີດນັກສຶກສາຫວຽດນາມ ຮຽນຢູ່ເອີຣົບ ດ້ວຍແງ່ມູມຂອງສ່ວນຕົວກ່ຽວກັບການໄປຮຽນຢູ່ເອີຣົບ ແລະຄໍາບອກສອນທີ່ມີຜົນປະໂຫຍດ; ໂອກາດເປີດກວ້າງເຄືອຂ່າຍວິຊາການສຶກສາ ແລະວິຊາການ.

ໂດຍ: ໄຊນີດາ