ພາຍຫຼັງລົງສະໜາມບິນ, ຄະນະແຂກທ່ອງທ່ຽວໄດ້ໄປຕາມທາງຕ່າງຫາກເພື່ອເຮັດລະບຽບການເຂົ້າເມືອງ ແລະດໍາເນີນການກວດສຸຂະພາບກັ່ນກອງຫາຜູ້ຕິດເຊື້ອພະຍາດໂຄວິດ-19... ໃນຊຸມວັນອາໄສຢູ່ແຂວງແຄ໊ງຮວ່າ, ແຂກທ່ອງທ່ຽວຈະໄດ້ໄປຢ້ຽມຊົມບາງເຂດທ່ອງທ່ຽວທີ່ມີຊື່ສຽງໃນບໍລິເວນແຂວງ. ຄາດຄະເນວ່າ, ແຕ່ນີ້ມາຮອດວັນທີ 23 ມີນາ 2022, ຈະມີ 26 ຖ້ຽວບິນໂດຍສານແຂກທ່ອງທ່ຽວລັດເຊຍ ມາທ່ຽວແຂວງແຄ໊ງຮວ່າ ດ້ວຍ 2 ຖ້ຽວ/ອາທິດ, ແຕ່ລະຖ້ຽວຈະມີແຂກທ່ອງທ່ຽວແຕ່ 320-340 ຄົນ.

leftcenterrightdel
ແຂກທ່ອງທ່ຽວລັດເຊຍຄະນະທຳອິດມາທ່ຽວແຂວງແຄ໊ງຮວ່າ ພາຍຫຼັງຖືກປິດປະຕູສອງປີ ຍ້ອນພະຍາດໂຄວິດ-19. ພາບ: ບາວອານ.

ພາຍຫຼັງການຜັນຂະຫຍາຍການຕ້ອນຮັບແຂກທ່ອງທ່ຽວສາກົນເປັນເວລາກວ່າໜຶ່ງເດືອນ, ໄດ້ມີ 13 ຖ້ຽວບິນ ໂດຍມີແຂກທ່ອງທ່ຽວມາຈາກ ສ.ເກົາຫຼີ, ຍີ່ປຸ່ນ, ມາເລເຊຍເກືອບ 3.000 ຄົນ ມາທ່ຽວແຂວງແຄ໊ງຮວ່າ.

ໂດຍ: ໄຊນີດາ