leftcenterrightdel
ບາດກ້າວສຳຄັນໃນວິວັດການຍົກລະດັບຕະຫຼາດຫຼັກຊັບ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ອົງ​ການ​ສະ​ໜອງ​​​ດັດ​ຊະ​ນີ​ການ​ເງິນ​ແຖວ​ໜ້າ​ໂລກ FTSE Russell ຫ​າກໍ່​ປະ​ກາດ​ໝາກ​ຜົນ​ການທົບ​ທວນ​ຄືນ​ກາງ​ໄລ​ຍະ​ເດືອນ ມີ​ນາ 2026, ໃນ​ນັ້ນ​ຢັ້ງ​ຢືນ​ບັນ​ດາ​ການ​ປັບ​ປຸງ​ຫຼັກ​ແຫຼ່ງ​ຮັບ​ໃຊ້​ແຜນ​ການ​ຍົກ​ລະ​ດັບ​ຕະ​ຫຼາດ​ຫຼັກ​ຊັບ ຫວຽດ​ນາມ ໃນ​ເດືອນ ກັນ​ຍາ 2026 ແມ່ນ​ພວມ​ໄປ​ຖືກ​ທິດ.

ໜຶ່ງ​ໃນ​ບັນ​ດາຜົນ​ກະ​ທົບ​ສຳ​ຄັນ​ທີ່​ສຸ​ດ​ຂອງ​ໝາກ​ຜົນ​ການ​ສຳ​ຫຼວດ​ຄັ້ງ​ນີ້ ແມ່ນ​ການ​ປ່ຽນ​ແປງວິ​ທີ​ກຳ​ນົດ​ທີ່​ຕັ້ງ​ຂອງ​ ຫວຽດ​ນາມ ໃນ​ລະ​ບົບ​ຈັດ​ແບ່ງ​ທຶນ​ທົ່ວ​ໂລກ. ກ່ຽວ​ກັບ​ບັນ​ຫານີ້, ທ່ານ​ນາງ Christine Le, ປະ​ທານ​ສະ​ມາ​ຄົມ​ການ​ເງິນ ແລະລົງ​ທຶນ ຫວຽດ​ນາມ ຢູ່​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ໄຈ​້​ແຍກວ່າ ກ່ອນນີ້, ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ ແມ່ນ​ຕະ​ຫຼາດຊາຍ​ຂອບ (Margina) ດ້ວຍ​ຄວາມ​ສາ​ມາດ​ເຕ​ີບ​ໂຕ​ສູງ, ແຕ່​ຍັງ​ບໍ່​ທັນ​ນອນ​ໃນ​ຂອບ​ເຂດ​ຈັດ​ແບ່ງ​ແບບ​ບັງ​ຄັບ​ຂອງ​ບັນ​ດາ​ກອງ​ທຶນ​ລົງ​ທຶນ​ຈັດ​ຕັ້ງ​ສ່ວນ​ຫຼາຍ. ດ້ວຍ​ບັນ​ດາບາດ​ກ້າວ ​​ເຊິ່ງ FTSE Russell ຮັບ​ຮູ້​ພາຍ​ຫຼັງ​ການທົບ​ທວນ​ຄືນ​ເດືອນ ມີ​ນາ 2026, ຫວຽດ​ນາມ ພວມ​ຫັນ​ປ່ຽນ​ຮູບ​ແບບ​ເທື່ອ​ລະ​ກ້າວ ເພື່ອ​ສາ​ມາດ​ສະ​ສົມ​ເຂົ້າ​ໂຄງ​ສ້າງ​ຈັດ​ແບ່ງ​ຍຸດ​ທະ​ສາດ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ທົ່ວ​ໂລກ. ສິ່ງ​ດັ່ງ​ກ່າວບໍ່​ພຽງ​ແຕ່​ສ້າງ​ຄວາມ​ຫວັງ​ເພີ່ມ​ຂອບ​ເຂດ​ແຫຼ່ງ​ທຶນ​ເທົ່​ານັ້ນ ຫາກ​ຍັງ​ປັບ​ປຸງ​ຄຸນ​ນະ​ພາບ​ແຫຼ່ງ​ທຶນ, ມຸ່ງ​ໄປ​ເຖິງ​ຄວາມ​ສະ​ຖຽນ​ລະ​ພາບ ແລະຍາວ​ນານກວ່າ, ແທນ​ທີ່​ຖື​ລັກ​ສະ​ນະ​ລົງ​ທຶນ​ໃນ​ໄລ​ຍະ​ຊັ້ນໆ.

ແຫຼ່ງຄັດຈາກ: vovworld.vn