leftcenterrightdel
ທ່ານ​ Dong He, ຫົວ​ໜ້ານັກ​ເສດ​ຖະ​ກິດ​ຂອງ AMRO ຢືນ​ຢັນ​ວ່າ ຫວຽດ​ນາມ ໄດ້ແກ້​ໄຂ​ສະ​ພາບ​ການປັ່ນປ່ວນ​ດ້ານ​ພາ​ສີ​ອາ​ກອນ​ເມື່ອປີ 2025 ໄດ້​ເປັນ​ຢ່າງ​ດີ. ພາບ: ສໍານັກຂ່າວສານຫວຽດນາມ. 

ບົດ​ລາຍ​ງານ​ປະ​ຈຳ​ປີທ່າອ່ຽງ​ສະພາບເສດ​ຖະ​ກິດ​ພາກ​ພື້ນ ອາ​ຊຽນ + 3 (AREO) ປີ 2026 ເນັ້ນ​ໜັກ​ວ່າ ຫວຽດ​ນາມ ພວມ​ຮັບ​ມືຕໍ່​ບັນ​ດາ​ການ​ຜັນ​ແປ​ຂອງ​ພາກ​ພື້ນ ແລະໃນ​ໂລກ ໄດ້​ເປັນ​ຢ່າ​ງ​ດີ​, ເຊື່ອມ​ໂຍງ​ເຂົ້າ​ໃນ​ບັນ​ດາ​ລະ​ບົບ​ຕ່ອງໂສ້ການສະ​ໜອງ​ຢ່າງວ່ອງ​ໄວ ແລະພົ້ນ​ເດັ່ນ​ຂຶ້ນ ​ຄື​ດັ່ງ​ຈຸດ​ນັດ​ພົບ​ແຖວ​ໜ້າ​ໃຫ້​ແກ່​ການລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI).

ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ປະ​ກາດ​ທີ່​ການ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂ​ອງ​ຫ້ອງ​ການ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ມະ​ຫາ​ພາກ ອາ​ຊຽນ + 3, ລວມ​ມີ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ ອາ​ຊຽນ ກັບ 3 ຄູ່​ຮ່ວມ​ມື ຈີນ, ຍີ່​ປຸ່ນ ແລະ ສ.ເກົາ​ຫຼີ (AMRO). ທີ່​ເຫດ​ການ​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ເມ​ສາ, ທ່ານ​ Dong He, ຫົວ​ໜ້ານັກ​ເສດ​ຖະ​ກິດ​ຂອງ AMRO ຢືນ​ຢັນ​ວ່າ ຫວຽດ​ນາມ ໄດ້ແກ້​ໄຂ​ສະ​ພາບ​ການປັ່ນປ່ວນ​ດ້ານ​ພາ​ສີ​ອາ​ກອນ​ເມື່ອ​ປີ 2025 ໄດ້​ເປັນ​ຢ່າງ​ດີ ແລະ ຫວັງ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິ​ດ​ເຕີບ​ໂຕ​ໄວ​ທີ່​ສຸດ ​ຢູ່​ພາກ​ພື້ນ​ໃນ​ປີ 2026.

ບົດ​ລາຍ​ງານ AREO ຄາດ​ຄະ​ເນ​ວ່າ ​ລະ​ດັບ​ເຕີບ​ໂຕ​ GDP ຕົວ​ຈິງ​ຂ​ອງ ຫວຽດ​ນາມ ໃນ​ປີ 2026 ຈະແມ່ນ 7,4% ແລະ ປີ 2027 ຈະແມ່ນ 7,1%.

ໂດຍ: ກວຽດເຕິມ