leftcenterrightdel
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມກອງປະຊຸມສໍາມະນາການທ່ອງທ່ຽວ 2021 ຢູ່ເງະອານ. ພາບ: ຈ໊ຽນຖັ໊ງ.

ເຂົ້າຮ່ວມກອງປະຊຸມ ມີທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ; ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ (ເຂົ້າຮ່ວມຢູ່ສະຖານທີ່ເຊື່ອມຕໍ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ).

leftcenterrightdel
ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຈ໊ຽນຖັ໊ງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ: ຜົນກະທົບຈາກພະຍາດໂຄວິດ-19 ໄດ້ເຮັດໃຫ້ສະຖານະການ ແລະທ່າອ່ຽງພັດທະນາການທ່ອງທ່ຽວຂອງໂລກ ເວົ້າລວມ ແລະຂອງຫວຽດນາມ ເວົ້າສະເພາະ ປ່ຽນແປງໄປຕາມ. ສະນັ້ນ, ຄວນມີການຕີລາຄາການກະທົບຕໍ່ບັນດາຂະແໜງເສດຖະກິດຢ່າງຮອບດ້ານ, ເລິກເຊິ່ງ, ໂດຍສະເພາະແມ່ນຂະແໜງການທ່ອງທ່ຽວ; ຕີລາຄາສະພາບການ ແລະທ່າອ່ຽງພັດທະນາການທ່ອງທ່ຽວ; ຄົ້ນຄວ້າເລິກບັນດາໜ້າທີ່, ມາດຕະການທີ່ໄດ້ວາງອອກໃນມະຕິສະບັບເລກທີ 08 ຂອງກົມການເມືອງ ແລະໃນຍຸດທະສາດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2030, ເປັນພື້ນຖານສະເໜີມາດຕະການຟື້ນຟູ, ພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງ.

ທ່ານຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ຊີ້ນໍາບັນດາອົງການຄຸ້ມຄອງລັດ ຕາມສິດອໍານາດ ຮັບເອົາຄໍາເຫັນປະກອບຂອງຜູ້ແທນທີ່ກອງປະຊຸມ, ມີມາດຕະການລະອຽດ, ປະຕິບັດ, ເປັນເອກະພາບແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູຂະແໜງເສດຖະກິດປາຍແຫຼມນີ້ ໂດຍໄວ.

ໂດຍ: ໄຊຊະນະ