ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາມົນລະພິດຈາກລະເບີດ, ໝາກມິນສູງໃນໂລກ. ຄາດວ່າ, ຈຳນວນລະເບີດ ແລະລູກປືນທີ່ຍັງຕົກຄ້າງຫຼັງສົງຄາມ ຢູ່ຫວຽດນາມ ມີປະມານ 800.000 ໂຕນ, ເນື້ອທີ່ມົນລະພິດ ແລະສົງໄສຖືກມົນລະພິດຈາກລະເບີດ ແລະໝາກມິນແມ່ນປະມານ 6,1 ລ້ານເຮັກຕາ, ກວມເອົາ 18,82% ເນື້ອທີ່ທັງໝົດຂອງທົ່ວປະເທດ. ຈຳນວນລະເບີດ, ໝາກມິນ, ວັດຖຸບໍ່ທັນແຕກທີ່ຍັງຕົກຄ້າງ ຢູ່ 63 ແຂວງ, ນະຄອນ, ສ່ວນຫຼາຍແມ່ນຢູ່ພາກກາງ, ໄຕຫງວຽນ ແລະທິດຕາເວັນອອກພາກໃຕ້. ຕາມຕົວເລກສະຖິຕິ, ຮອດປີ 2023, ພາຍຫຼັງຫຼາຍສິບປີທີ່ດຳເນີນການເກັບກູ້ມ້າງທໍາລາຍລະເບີດ ແລະໝາກມິນ, ປະຈຸບັນເນື້ອທີ່ຖືກມົນລະພິດຍັງມີປະມານ 5,6 ລ້ານກວ່າເຮັກຕາ, ເທົ່າກັບ 17,71% ເນື້ອທີ່ຍັງຖືກມົນລະພິດ.

ສຳລັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນທີ່ຍັງຕົກຄ້າງຫຼັງສົງຄາມນັ້ນ, ພັກ, ລັດເຮົາ ກຳນົດແມ່ນໜ້າທີ່ສຳຄັນ, ຮີບດ່ວນ ແລະຍາວນານ, ເພື່ອຮັກສາຄວາມປອດໄພໃຫ້ປະຊາຊົນ ແລະພັດທະນາເສດຖະກິດ-ສັງຄົມຂອງປະເທດ. ວັນທີ 21 ເມສາ 2010, ທ່ານນາຍົກລັດຖະມົນຕີ ໄດ້ລົງນາມໃນຂໍ້ຕົກລົງປະກາດໃຊ້ໂຄງການ 504. ເພື່ອຜັນຂະຫຍາຍການປະຕິບັດໜ້າທີ່ຂອງໂຄງການ 504, ວັນທີ 4 ມີນາ 2014, ທ່ານນາຍົກລັດຖະມົນຕີ ໄດ້ລົງນາມຂໍ້ຕົກລົງເລກທີ 319/QĐ-TTg ສ້າງຕັ້ງ VNMAC, ພາຍໃຕ້ການຊີ້ນຳຂອງນາຍົກລັດຖະມົນຕີ, ມອບໃຫ້ກະຊວງປ້ອງກັນປະເທດ ເປັນອົງການຄຸ້ມຄອງໂດຍກົງ.

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການໜູນຊ່ວຍ, ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນ ແລະວັດຖຸລະເບີດຫຼັງສົງຄາມຢູ່ຫວຽດນາມ ລະຫວ່າງ VNMAC ແລະ NPA, ໃນເດືອນ ຕຸລາ 2021. ພາບ: VNMAC

ດ້ວຍບົດບາດເປັນອົງການປະສານງານແຫ່ງຊາດ ບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນ ແລະວັດຖຸລະເບີດທີ່ຍັງຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ, ໃນໄລຍະ 10 ປີແຫ່ງການກໍ່ສ້າງ ແລະພັດທະນາ, VNMAC ບັນລຸໄດ້ຜົນງານເປັນໜ້າສົ່ງເສີມ. ໂດຍປະຕິບັດໜ້າທີ່ເຊິ່ງຄະນະຊີ້ນຳແຫ່ງຊາດ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນ ແລະທາດພິດສີສົ້ມທີ່ຍັງຕົກຄ້າງຫຼັງສົງຄາມ ຢູ່ຫວຽດນາມ (ຄະນະຊີ້ນໍາ 701) ແລະອົງການປະຈຳຄະນະຊີ້ນຳ 701 ມອບໝາຍໃຫ້, ແຕ່ລະປີ, VNMAC ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ບັນດາອົງການການເມືອງ, ສັງຄົມ, ສະມາຄົມ, ກອງທຶນ ແລະຄະນະກຳມະການປະຊາຊົນບັນດາແຂວງ ໄດ້ຈັດຕັ້ງບັນດາເຫດການໂຄສະນາ ແລະສຶກສາອົບຮົມຍົກສູງຄວາມຮູ້ໃນການປ້ອງກັນ, ຫຼີກເວັ້ນອຸບັດຕິເຫດຈາກລະເບີດ, ໝາກມິນໃຫ້ປະຊາຊົນ; ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ໝາກມິນເຊື່ອມຕົວເຂົ້າກັບຊຸມຊົນ ແລະຫາເງິນລ້ຽງຊີບແບບຍືນຍົງ.

VNMAC ໄດ້ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດ ປະຕິບັດສຳເລັດໂຄງການ “ກວດກາ, ສຳຫຼວດສ້າງແຜນທີ່ມົນມະພິດຈາກລະເບີດ, ໝາກມິນ ແລະວັດຖຸລະເບີດໃນທົ່ວປະເທດ” ຢູ່ 63/63 ແຂວງ, ນະຄອນໃນທົ່ວປະເທດ ແລະຈັດຕັ້ງການປະກາດໃນເດືອນມີນາ 2018. ໝາກຜົນຂອງໂຄງການໄດ້ສະໜອງຂໍ້ມູນກ່ຽວກັບເຂດທີ່ສົງໄສຖືກ ມົນລະພິດຈາກລະເບີດ ແລະໝາກມິນ ແລະຜົນກະທົບຕໍ່ເສດຖະກິດ-ສັງຄົມ, ຈາກນັ້ນຊ່ວຍໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມີພື້ນຖານເພື່ອວາງແຜນຍຸດທະສາດ ແລະກຳນົດທິດທາງບຸລິມະສິດໃນການນຳໃຊ້ແຫຼ່ງກໍາລັງເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸປະສິດທິຜົນສູງສຸດ.

leftcenterrightdel
VNMAC ຈັດການຝຶກແອບໃຫ້ທີມຊ່າງແສງ ເລກ 1 ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ເດືອນພະຈິກ 2021. ພາບ: VNMAC
leftcenterrightdel
VNMAC ສົມທົບກັບບັນດາກົມກອງທີ່ກ່ຽວຂ້ອງເພື່ອໂຄສະນາຍົກສູງຄວາມຮັບຮູ້ໃນການປ້ອງກັນ, ຫຼີກເວັ້ນອຸບັດຕິເຫດຈາກລູກລະເບີດ, ໝາກມິນຢູ່ແຂວງລ້າງເຊີນ, ເດືອນພະຈິກ 2022. ພາບ: VNMAC

ໃນຄວາມມານະພະຍາຍາມຍູ້ແຮງການປະຕິບັດໂຄງການ 504, VNMAC ໄດ້ເປັນເຈົ້າການເພີ່ມທະວີການຮ່ວມມືສາກົນເພື່ອແນໃສ່ຮຽກຮ້ອງ, ຂົນຂວາຍການໜູນຊ່ວຍຈາກປະຊາຄົມສາກົນ. VNMAC  ກໍ່ໄດ້ສ້າງການພົວພັນຮ່ວມມືຢ່າງເປັນທາງການກັບຫຼາຍອົງການສາກົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຕັ້ງໜ້າເຂົ້າຮ່ວມບັນດາກອງປະຊຸມ, ກອງປະຊຸມສໍາມະນາ, ເວທີປາໄສພາກພື້ນ ແລະສາກົນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນ, ຜ່ານນັ້ນສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ດ້ວຍຄວາມມານະພະຍາຍາມການກະທຳຮັບມືກັບລະເບີດ, ໝາກມິນທົ່ວໂລກ.

ຕີລາຄາໄລຍະ 10 ປີແຫ່ງການກໍ່ສ້າງ ແລະພັດທະນາຂອງ VNMAC, ທ່ານນາງ Amy Patel, ທີ່ປຶກສາດ້ານການເມືອງສະຖານທູດອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ VNMAC ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ພ້ອມທັງຊົມເຊີຍ VNMAC ໄດ້ມານະພະຍາຍາມ ໃນການເພີ່ມທະວີການຮ່ວມມືສາກົນແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນ. ຕາມທ່ານນາງ Patel ແລ້ວ, ອາເມລິກາ ໃຫ້ຄໍາໝັ້ນສັນຍາຈະຮ່ວມເດີນທາງພ້ອມກັບຫວຽດນາມ ເພື່ອບັນລຸເປົ້າໝາຍບໍ່ໄດ້ຮັບຜົນສະທ້ອນຈາກລູກລະເບີດ, ໝາກມິນ ແລະວັດຖຸລະເບີດຫຼັງສົງຄາມຢູ່ຫວຽດນາມ. ໃນຂະນະນັ້ນ, ທ່ານ Lee Byung Hwa, ຜູ້ອໍານວຍການແຫ່ງຊາດ ຫ້ອງການອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ປະຈໍາ ຫວຽດນາມ ໃຫ້ຂໍ້ສັງເກດວ່າ VNMAC ໄດ້ກາຍເປັນອົງການທີ່ມີອິດທິພົນລະດັບຊາດໃນການຄຸ້ມຄອງ ແລະປະສານງານບັນດາຂໍ້ລິເລີ່ກະທຳຮັບມືກັບລະເບີດ, ໝາກມິນໃນທົ່ວປະເທດຢ່າງມີປະສິດທິຜົນ. ທ່ານ Lee Byung Hwa ຫວັງວ່າ, ຜ່ານບັນດາກະທຳຮັບມືກັບລະເບີດ, ໝາກມິນ, KOICA ແລະ VNMAC ສາມາດປະກອບສ່ວນເພື່ອໃຫ້ອະນາຄົດອັນສົດໃສຂອງການພົວພັນສ.ເກົາຫຼີ-ຫວຽດນາມ. ສ່ວນທ່ານ Jan Erik Stoa, ຜູ້ອຳນວຍການອົງການໜູນຊ່ວຍປະຊາຊົນ ນອກແວ (NPA) ປະຈຳ ຫວຽດນາມ, ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ VNMAC ໃນການເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນການກະທຳຮັບມືກັບລະເບີດ, ໝາກມິນ ກໍ່ຄືນໍາບັນດາມາດຕະການປົກປັກຮັກສາສິ່ງແວດລ້ອມເຂົ້າໃນບັນດາການເຄື່ອນໄຫວເຕັກນິກວິຊາການ, ຜ່ານນັ້ນປະກອບສ່ວນຫຼຸດຜ່ອນສະພາບອຸ່ນຂຶ້ນຂອງໜ່ວຍໂລກ.

ໂດຍ: ເຈິ່ນຮວ່ຽນ