ນັກຂ່າວ: ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາມົນລະພິດຈາກລະເບີດ, ໝາກມິນສູງໃນໂລກ. ທ່ານສາມາດເວົ້າແຈ້ງກວ່າກ່ຽວກັບລະດັບມົນລະພິດຈາກລະເບີດ ແລະໝາດມິນຢູ່ຫວຽດນາມ?

ທ່ານພັນເອກພິເສດ ເລກວາງເຮີບ: ຄາດວ່າ, ຈຳນວນລະເບີດ ແລະລູກປືນທີ່ຍັງຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ມີປະມານ 800.000 ໂຕນ, ເນື້ອທີ່ມົນລະພິດ ແລະສົງໃສຖືກມົນລະພິດຈາກລະເບີດ ແລະໝາກມິນແມ່ນປະມານ 6,1 ລ້ານເຮັກຕາ, ກວມເອົາ 18,82% ເນື້ອທີ່ທັງໝົດຂອງທົ່ວປະເທດ. ຈຳນວນລະເບີດ, ໝາກມິນ, ວັດຖຸບໍ່ທັນແຕກທີ່ຍັງຕົກຄ້າງຢູ່ 63 ແຂວງ, ນະຄອນ, ສ່ວນຫຼາຍແມ່ນຢູ່ພາກກາງ-ໄຕຫງວຽນ ແລະທິດຕາເວັນອອກພາກໃຕ້. ຕາມຕົວເລກສະຖິຕິ, ຮອດປີ 2023, ພາຍຫຼັງຫຼາຍສິບປີທີ່ດຳເນີນການເກັບກູ້ມ້າງທໍາລາຍລະເບີດ ແລະໝາກມິນ, ປະຈຸບັນ, ເນື້ອທີ່ຖືກມົນລະພິດຍັງມີປະມານ 5,6 ລ້ານກວ່າເຮັກຕາ, ເທົ່າກັບ 17,71%. ຕົວເລກນີ້ສະແດງໃຫ້ເຫັນວ່າຍັງຕ້ອງໃຊ້ເວລາຫຼາຍ ແລະແຫຼ່ງກໍາລັງອັນໃຫຍ່ຫຼວງ ເພື່ອລ້າງພິດໃຫ້ໝົດກ້ຽງ, ນໍາເອົາສີຂຽວມາໃຫ້ເຂດດິນທີ່ຖືກມົນລະພິດ ແລະຮັບປະກັນຄວາມປອດໄພໃຫ້ຊີວິດການເປັນຢູ່ຂອງປະຊາຊົນ.

leftcenterrightdel
ທ່ານພັນເອກພິເສດ ເລກວາງເຮີບ. ພາບ: VNMAC ສະໜອງ

ປະຈຸບັນ, ທົ່ວປະເທດມີຄົນພິການຫຼາຍກວ່າ 7 ລ້ານຄົນ, ໃນນັ້ນ ມີຫຼາຍໝື່ນຄົນແມ່ນຜູ້ປະສົບເຄາະຮ້າຍຈາກລະເບີດ, ໝາກມິນ ແລະຖືກຕິດທາດພິດສີສົ້ມ/ດີໂອຊິນ. ນັບແຕ່ປີ 1975 ຮອດປະຈຸບັນ, ລະເບີດ, ໝາກມິນທີ່ຍັງຕົກຄ້າງໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 40.000 ຄົນ ແລະ 60.000 ຄົນຖືກບາດເຈັບ, ໃນນັ້ນສ່ວນຫຼາຍແມ່ນຜູ້ອອກແຮງງານຕົ້ນຕໍ່ໃນຄອບຄົວ ແລະເດັກນ້ອຍ.  ຢູ່ບາງແຂວງພາກກາງ, ຄື: ກວາງບິ່ງ, ບິ່ງດິງ, ເງະອານ, ຮ່າຕິງ, ກວາງຈີ, ເທືອທຽນເຫ້ວ ແລະກວາງຫງາຍ, ມີປະຊາຊົນກວ່າ 22.800 ຄົນແມ່ນຜູ້ປະສົບເຄາະຮ້າຍຈາກລະເບີດ, ໝາກມິນໃນການດໍາລົງຊີວິດປະຈໍາວັນ, ການຜະລິດ, ໃນນັ້ນ ຜູ້ເສຍຊີວິດມີ 10.540 ຄົນ ແລະຜູ້ຮັບບາດເຈັບ 12,260 ຄົນ.

ນັກຂ່າວ: ຂໍຮຽນທ່ານ, ໃນ 10 ປີແຫ່ງການເຄື່ອນໄຫວ, VNMAC ໄດ້ມີການເຄື່ອນໄຫວໃດແດ່ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລະເບີດ ແລະໝາກມິນ?

ທ່ານພັນເອກພິເສດ ເລກວາງເຮີບ: ສຳລັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະ ໝາກມິນພາຍຫຼັງສົງຄາມນັ້ນ, ພັກ ແລະລັດເຮົາຖືເປັນວຽກງານສຳຄັນ, ຮີບດ່ວນ ແລະຍາວນານ, ເພື່ອຮັກສາຄວາມປອດໄພໃຫ້ປະຊາຊົນ ແລະປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດ. ໃນໄລຍະ 10 ປີຜ່ານມາ, VNMAC ໄດ້ປະຕິບັດບົດບາດໜ້າທີ່ຂອງອົງການປະສານງານແຫ່ງຊາດ ກ່ຽວກັບການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ແລະໝາກມິນຢູ່ຫວຽດນາມ. VNMAC ໄດ້ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດ ປະຕິບັດສຳເລັດໂຄງການ “ກວດກາ, ສຳຫຼວດສ້າງແຜນທີ່ມົນມະພິດຈາກລະເບີດ, ໝາກມິນ ແລະວັດຖຸລະເບີດໃນທົ່ວປະເທດ” ຢູ່ 63/63 ແຂວງ, ນະຄອນໃນທົ່ວປະເທດ ແລະຈັດຕັ້ງການປະກາດໃນເດືອນມີນາ 2018; ສົມທົບກັບຫຼາຍໂຄງການຂະໜາດໃຫຍ່, ປະກອບສ່ວນພ້ອມກັບກຳລັງຕ່າງໆໃນທົ່ວປະເທດຜັນຂະຫຍາຍການສຳຫຼວດ ແລະເກັບກູ້ມ້າງທໍາລາຍລະເບີດ, ໝາກມິນ ແລະວັດຖຸລະເບີດໄລຍະ 2010-2023 ໃນເນື້ອທີ່ 500.000 ກວ່າເຮັກຕາ... VNMAC ກໍ່ເຂົ້າຮ່ວມບາງໂຄງການພົ້ນເດັ່ນກ່ຽວກັບທຶນ ODA ຊ່ວຍເຫຼືອລ້າຂອງລັດຖະບານປະເທດຕ່າງໆ, ເຊັ່ນ: ຍີ່ປຸ່ນ ໜູນຊ່ວຍ 2 ໂຄງການເກັບກູ້ລະເບີດ, ໝາກມິນຢູ່ ກວາງຈີ ແລະຮ່າຕິ້ງ  ແລະໄດ້ສຳຫຼວດ ແລະເກັດກູມ້າງທໍາລາຍໃນເນື້ອທີ່ 3.240 ເຮັກຕາ; ສ.ເກົາຫຼີ ໜູນຊ່ວຍໂຄງການ “ຫວຽດນາມ - ສ.ເກົາຫຼີ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນພາຍຫຼັງສົງຄາມ” (KVMAP) ດ້ວຍມູນຄ່າທັງໝົດ 33 ລ້ານໂດລາສະຫະລັດ, ໃນນັ້ນທຶນຊ່ວຍເຫຼືອລ້າແມ່ນ 20 ລ້ານໂດລາສະຫະລັດ, ຖືກຜັນຂະຫຍາຍຢູ່ 2 ແຂວງກວາງນາມ ແລະບິ່ງດິງ.  ກໍ່ສ້າງຖານຂໍ້ມູນ, ຜັນຂະຫຍາຍວຽກງານສຶກສາສະກັດກັ້ນອຸບັດຕິເຫດຈາກລະເບີດ, ໝາກມິນດ້ວຍ 4 ໂຄງການ ແລະ 292 ເຫດການ, ຄົນພິການ ແລະຜູ້ປະສົບເຄາະຮ້າຍຈາກລະເບີດ, ໝາກມິນ 6.000 ກວ່າຄົນໄດ້ຮັບການໜູນຊ່ວຍຜ່ານຫຼາຍຮູບການ ແລະຈັດຕັ້ງການສຳຫຼວດເຕັກນິກ ແລະເກັບກູ້ທໍາລາຍລະເບີດ ແລະໝາກມິນໃນເນື້ອທີ່ 16,800 ກວ່າເຮັກຕາ.

VNMAC ໄດ້ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດ, ໝາກມິນຈາກໂຄງການ KVMAP, ຕາມຕົວເລກສະຖິຕິຈຳນວນຜູ້ຖືກເຄາະຮ້າຍຈາກລະເບີດ, ໝາກມິນຢູ່ແຂວງ ກວາງບິ່ງ ແລະບິ່ງດິງ ເກືອບ 47.000 ຄົນ. ໃນປີ 2020, VNMAC ໄດ້ສ້າງ ແລະເປີດນຳໃຊ້ຖານຂໍ້ມູນຂ່າວສານເອເລັກໂຕນິກ ເພື່ອຮັບໃຊ້ວຽກງານສື່ສານ ແລະຂົນຂວາຍການຊ່ວຍເຫຼືອຈາກສາກົນ, ຜ່ານນັ້ນ ເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນ, ສະກັດກັ້ນ ອຸບັດຕິເຫດຈາກລະເບີດ ແລະໝາກມິນໃຫ້ປະຊາຊົນ 3 ກວ່າລ້ານຄົນ.

leftcenterrightdel
ເກັບກູ້ມ້າງທໍາລາຍລະເບີດ, ໝາກມິນຢູ່ບ້ານເຕີນຫາຍ, ຕາແສງ ຝືທຸຍເໜືອ, ເມືອເລະຖູຍ, ແຂວງກວາງບິ່ງ. ພາບ: VNMAC ສະໜອງ

ນັກຂ່າວ: ໃນໄລຍະຈະມາເຖິງ, VNMAC ຈະຜັນຂະຫຍາຍການເຄື່ອນໄຫວໃດແດ່ເພື່ອເລັ່ງລັດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນ, ເພື່ອໃຫ້ຫວຽດນາມ ກາຍເປັນປະເທດປອດມົນລະພິດຈາກລະເບີດ, ໝາກມິນໂດຍໄວ?

ທ່ານພັນເອກພິເສດ ເລກວາງເຮີບ: ໃນໄລຍະຈະມາເຖິງ, VNMAC ຈະສືບຕໍ່ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດ ແລະຢືນສະເໜີລັດຖະບານ, ສະພາແຫ່ງຊາດສ້າງລັດຖະບັນຍັດກ່ຽວກັບການແກ້ໄຂຜົນຮ້າຍ ຢ້ອນຫຼັງຈາກລະເບີດ, ໝາກມິນພາຍຫຼັງສົງຄາມ; ຈັດຕັ້ງການສະຫຼຸບໂຄງການກະທຳແຫ່ງຊາດ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ແລະໝາກມິນໄລຍະ 2010-2025 ແລະສະເໜີໂຄງການເຄື່ອນໄຫວແຫ່ງຊາດເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ແລະໝາກມິນໄລຍະໃໝ່; ຍູ້ແຮງການເຄື່ອນໄຫວຄົ້ນຄວ້າ ແລະພັດທະນາ ໂດຍສະເພາະແມ່ນກໍ່ສ້າງບັນດາຂັ້ນຕອນ, ມາດຕະຖານ, ການຮ່ວມມືສາກົນໃນການສຳຫຼວດ ແລະເກັບກູ້ທໍາລາຍລະເບີດ ແລະໝາກມິນ ແລະປັບປຸງລະບົບຖານຂໍ້ມູນແຫ່ງຊາດ, ຈາກນັ້ນ ຍູ້ແຮງຄວາມຄືບໜ້າໃນການແກ້ໄຂຜົນຮ້າຍຈາກລະເບີດ ແລະໝາກມິນ. ຜັນຂະຫຍາຍສໍາເລັດໂຄງການ “ການກະທຳຮັບມືກັບລະເບີດ ແລະໝາກມິນເພື່ອບ້ານສັນຕິພາບ ຫວຽດນາມ - ສ.ເກົາຫຼີ” ໂດຍລັດຖະບານສ.ເກົາຫຼີ ຢູ່ 3 ແຂວງ ຄື: ແຂວງເທື່ອທຽນເຫວະ, ກວາງຫງາຍ, ບິ່ງດິງ ແລະບັນດາໂຄງການອື່ນໂດຍລັດຖະບານບັນດາປະເທດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານອຸປະຖຳ...

ຂໍຂອບໃຈທ່ານ!

ໂດຍ: ດັ້ງເກື່ອງ