ຫວຽດນາມ ຍູ້ແຮງຄວາມມານະພະຍາຍາມສ້າງບັນດາສູນການເງິນສາກົນ
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ເຢຍລະມັນ ແຕ່ວັນທີ 25 ກັນຍາ ຫາວັນທີ 1 ຕຸລາ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມປະຈຳປີ ຢູ່ Frankfurt ຂອງພັນທະມິດບັນດາສູນການເງິນສາກົນໂລກ (WAIFC), ອົງການທີ່ມີບົດບາດຊຸກຍູ້ການຮ່ວມມືລະຫວ່າງບັນດາສູນການເງິນສາກົນທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຊີ້ແຈ້ງ 3 ຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ໃນການພັດທະນາສູນການເງິນສາກົນ, ລວມມີ: ສ້າງລະບົບກົດໝາຍໂປ່ງໄສ, ທັນສະໄໝ ເພື່ອຮັບປະກັນຄວາມປອດໄພ ແລະຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ; ປະກາດໃຊ້ບັນດານະໂຍບາຍບຸລິມະສິດພິເສດສະເພາະ, ມີໄຫວພິບ ແລະແກ່ງແຍ້ງ ເພື່ອສ້າງສູນການເງິນສາກົນທີ່ດຶງດູດໃຈ, ມີຄວາມແຕກຕ່າງກັນ; ດຶງດູດ ແລະ ຮັກສານັກຊ່ຽວຊານ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຜ່ານການລົງທຶນກໍ່ສ້າງພື້ນຖານໂຄງລ່າງລະດັບສາກົນ. ທ່ານ ຫງວຽນຮວ່າບິ່ງ ປາດຖະໜາວ່າ WAIFC, ດ້ວຍບົດບາດ “ພາທາງ” ຂອງບັນດາສູນການເງິນສາກົນໃນສະພາບການໂລກມີການຜັນແປຫຼາຍຢ່າງນັ້ນ, ຈະແມ່ນປະຕູສຳຄັນເຊື່ອມຕໍ່ຕະຫຼາດການເງິນຫວຽດນາມ ກັບຕະຫຼາດການເງິນທົ່ວໂລກ.
    |
 |
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: chinhphu.vn |
ກໍ່ໃນວັນດຽວກັນ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີ SIBOS 2025 ໂດຍສະຫະສະມາຄົມໂທລະຄົມການເງິນລະຫວ່າງທະນາຄານທົ່ວໂລກ ຈັດຂຶ້ນຢູ່ Frankfurt. ນີ້ແມ່ນເຫດການການເງິນ-ທະນາຄານສາກົນໃຫຍ່ທີ່ສຸດຂອງໂລກ, ໂດຍເຕົ້າໂຮມຜູ້ແທນກວ່າ 10.000 ຄົນທີ່ມາຈາກທະນາຄານກາງ, ອົງການຈັດຕັ້ງການເງິນ, ກຸ່ມບໍລິສັດເຕັກໂນໂລຊີ ແລະວິສາຫະກິດທົ່ວໂລກ ເຂົ້າຮ່ວມ. ວັນທີ 30 ກັນຍາ, ທ່ານ ຫງວຽນຮວ່າບິ່ງ ໄດ້ເປັນປະທານກອງປະຊຸມສົ່ງເສີມການລົງທຶນເຂົ້າສູນການເງິນສາກົນຫວຽດນາມ ໂດຍກະຊວງການເງິນຫວຽດນາມ ສົມທົບກັບສະຖານທູດຫວຽດນາມ ປະຈໍາເຢຍລະມັນ, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ Frankfurt ແລະ ຄະນະກໍາມະການປະຊາຊົນນະຄອນດ່າໜັງ ຈັດຕັ້ງ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ