leftcenterrightdel
ສະຫາຍ ຕັງຮືວຟອງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກນະຄອນໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນນັກຂ່າວລາວ ນໍາໂດຍສະຫາຍ ນາງ  ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ. ພາບ: ຫວຽດຢູງ

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ຕັງຮືວຟອງ ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນແບບພິເສດ ຫວຽດນາມ-ລາວ ເວົ້າລວມ, ນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ, ສະຫາຍ ຕັງຮືວຟອງ ຢືນຢັນວ່າ ໃນໄລຍະຜ່ານມາ, ສາຍພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດໄດ້ພັດທະນາຢ່າງດີງາມໃນຫຼາຍຂົງເຂດ, ໃນນັ້ນມີຂົງເຂດສື່ມວນຊົນ. ຕາມສະຫາຍແລ້ວ, ບັນດາອົງການສື່ມວນຊົນນະຄອນໂຮ່ຈີມິນ ພວມສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ນຳໃຊ້ວິທະຍາສາດ-ເຕັກໂນໂລຢີໃນການຜະລິດ, ພິມຈຳໜ່າຍຂ່າວ, ບົດ, ຜະລິດເນື້ອໃນ multi-platform ເພື່ອຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານຂອງມະຫາຊົນນັບມື້ນັບມີຄວາມຫຼາກຫຼາຍ.

ຄຽງຄູ່ກັບການພັດທະນາບັນດາສື່ສິ່ງພິມພາສາຫວຽດ, ສື່ມວນຊົນນະຄອນໂຮ່ຈີມິນ ໄດ້ ແລະພວມເປີດກວ້າງຫຼາຍພາສາອື່ນ, ຄື: ພາສາອັງກິດ, ພາສາຝຣັ່ງ, ພາສາຈີນ… ແນໃສ່ແຜ່ຂະຫຍາຍຂໍ້ມູນຂ່າວສານຫວຽດນາມ ໄປສູ່ໂລກ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. ພາບ: ຫວຽດຢູງ

ທີ່ການຕ້ອນຮັບ, ສະຫາຍ ນາງ  ວິລະວອນ ພັນທະວົງ ສະແດງຄວາມປິຕິຊົມຊື່ນໄດ້ມາຢ້ຽມຢາມ ແລະຊອກຮູ້ຕົວຈິງກ່ຽວກັບການເຄື່ອນໄຫວສື່ມວນຊົນຢູ່ນະຄອນໂຮ່ຈີມິນ. ພ້ອມທັງຢືນຢັນວ່າ ການຢ້ຽມຢາມປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງບັນດາອົງການສື່ມວນຊົນ, ເປີດກາລະໂອກາດແລກປ່ຽນ, ຖອດຖອນບົດຮຽນແນໃສ່ພັດທະນາສື່ມວນຊົນທີ່ທັນສະໄໝ, ເປັນມືອາຊີບ, ຮັບໃຊ້ການສື່ສານ, ໂຄສະນາຂອງສອງປະເທດ ຫວຽດນາມ-ລາວ ຢ່າງມີປະສິດທິຜົນ.

ຕາມສະຫາຍ ນາງ  ວິລະວອນ ພັນທະວົງ ແລ້ວ, ສື່ມວນຊົນຫວຽດນາມ ເວົ້າລວມ,  ນະຄອນໂຮ່ຈີມິນ ເວົ້າສະເພາະ ມີປະສົບການອັນລໍ້າຄ່າຫຼາຍດ້ານໃນການຄຸ້ມຄອງ ແລະຈັດຕັ້ງການຜະລິດເນື້ອໃນຢູ່ multi-platform, ເຊິ່ງຝ່າຍລາວ ປາດຖະໜາຢາກຮຽນຮູ້ ແລະນຳໃຊ້ເຂົ້າໃນວຽກງານສື່ມວນຊົນ-ການສື່ສານ ພາຍໃນປະເທດ.

ທີ່ການເຮັດວຽກ, ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບການຄຸ້ມຄອງສື່ມວນຊົນ, ວຽກງານຫັນສື່ມວນຊົນເປັນດີຈີຕອນ, ການຕອບໂຕ້ກັບທັດສະນະປໍລະປັກ ແລະບຳລຸງສ້າງຊັບພະຍາກອນມະນຸດໃຫ້ສື່ມວນຊົນ.

ໂດຍ: ເຈິ່ນຮວ່ຽນ