ຢູ່ຫວຽດນາມ, ການສ້າງ ແລະປັບປຸງຂອບນິຕິກຳໃໝ່ໃຫ້ສົມບູນແບບເພື່ອຄຸ້ມຄອງ, ດັດປັບ ແລະປົກປ້ອງຄວາມປອດໄພທາງໄຊເບີນັ້ນ ແມ່ນຄວາມຮຽກຮ້ອງທີ່ຈຳເປັນ, ແນໃສ່ມຸ່ງໄປເຖິງສະພາບແວດລ້ອມດີຈີຕອນທີ່ປອດໄພ, ປອດໃສ ແລະຍືນຍົງ. ໃນສະພາບການໂລກາພິວັດ ແລະຫັນເປັນດີຈີຕອນ, ໄຊເບີບໍ່ມີພົມແດນ, ໄປຄຽງຄູ່ກັບການປັບປຸງກອບກົດໝາຍພາຍໃນປະເທດໃຫ້ສົມບູນແບບ, ຫວຽດນາມ ໄດ້ເປີດກວ້າງການຮ່ວມມືສາກົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງກົດລະບຽບສາກົນວ່າດ້ວຍໄຊເບີ, ອີງໃສ່ຫຼັກການເຄົາລົບອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.

ໃນສັງກາດດີຈີຕອນ, ໄຊເບີ ໄດ້ເປີດກາລະໂອກາດພັດທະນາແບບບໍ່ເຄີຍມີມາກ່ອນ, ແຕ່ກໍຊ້ອນແຝງຄວາມສ່ຽງ ແລະສິ່ງທ້າທາຍຫຼາຍຢ່າງທີ່ຂ້າມຊາຍແດນ. ເພາະສະນັ້ນ, ການຮ່ວມມືສາກົນກ່ຽວກັບຄວາມປອດໄພທາງໄຊເບີ ບໍ່ພຽງແຕ່ແມ່ນຄວາມຕ້ອງການຂອງທຸກປະເທດເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບລວມຂອງປະຊາຄົມສາກົນໃນການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ.

ດ້ວຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫວຽດນາມ ພວມຕັ້ງໜ້າພ້ອມກັບໂລກ ສ້າງສະພາບແວດລ້ອມໄຊເບີໃຫ້ມີຄວາມປອດໄພ, ປອດໃສ ແລະມະນຸດສະທໍາ.

ຫວຽດນາມ - ຄູ່ຮ່ວມມືທີ່ເປັນເຈົ້າການ, ໄວ້ເນື້ອເຊື່ອໃຈໃນການຮ່ວມມືກ່ຽວກັບຄວາມປອດໄພທາງໄຊເບີສາກົນ

ໂດຍມີຄວາມຮັບຮູ້ຢ່າງຈະແຈ້ງເຖິງຄວາມສຳຄັນຂອງຄວາມປອດໄພທາງໄຊເບີ ທີ່ມີຕໍ່ການພັດທະນາຂອງປະເທດຊາດ, ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ (ປີ 2018), ຍຸດທະສາດຄວາມປອດໄພທາງໄຊເບີແຫ່ງຊາດ ຮອດປີ 2025, ວິໄສທັດຮອດປີ 2030 ແລະຫຼາຍໂຄງການດໍາເນີນງານລະອຽດ.

ໃນເວທີສາກົນ, ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບໃນທຸກຂໍ້ລິເລີ່ມ, ກົນໄກຮ່ວມມືກ່ຽວກັບຄວາມປອດໄພທາງໄຊເບີ. ປັດຈຸບັນ, ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງຫຼາຍອົງການຈັດຕັ້ງ ແລະເວທີປາໄສສາກົນກ່ຽວກັບຄວາມປອດໄພທາງໄຊເບີ, ຄື: ອາຊຽນ, APEC, ພັນທະມິດໂທລະຄົມມະນາຄົມສາກົນ (ITU) ແລະສະຫະປະຊາຊາດ (ສປຊ). ພ້ອມກັນນັ້ນ, ຫວຽດນາມ ຍັງໄດ້ລົງນາມ ແລະຜັນຂະຫຍາຍຂໍ້ຕົກລົງສອງຝ່າຍຫຼາຍສະບັບກັບບັນດາຄູ່ຮ່ວມມືຍຸດທະສາດ ຄື: ຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ, ສະຫະພັນ ລັດເຊຍ, ອາເມລິກາ ແລະສະຫະພາບເອີລົບ... ຂໍ້ຕົກລົງສະບັບຕ່າງໆດັ່ງກ່າວ ມຸ່ງໄປເຖິງການແບ່ງປັນຂໍ້ມູນຂ່າວສານ, ບຳລຸງສ້າງຊັບພະຍາກອນມະນຸດ, ຄົ້ນຄວ້າເຕັກໂນໂລຢີຮັກສາຄວາມລັບ ແລະສົມທົບກັນແກ້ໄຂອຸປະຕິເຫດເກີດຂຶ້ນທາງໄຊເບີ.

leftcenterrightdel
ພາບປະກອບ: tuyengiao.vn

ທ່ານ ຫວູຢຸຍຮ່ຽນ, ຮອງເລຂາທິການ ທັງເປັນຫົວໜ້າຫ້ອງວ່າການສະຫະສະມາຄົມຄວາມປອດໄພທາງໄຊເບີແຫ່ງຊາດ ໃຫ້ຮູ້ວ່າ: “ກ່ຽວກັບນະໂຍບາຍກົດໝາຍ, ພວກເຮົາອາດຈະທາບທາມກົດໝາຍສະບັບຕ່າງໆຂອງເຂົາເຈົ້າ ແລະບັນດາຂໍ້ກຳນົດຂອງເຂົາເຈົ້າ ເພື່ອສ້າງ, ປັບປຸງກອບນິຕິກຳພາຍໃນປະເທດ, ຖອດຖອນບົດຮຽນກ່ຽວກັບຮູບແບບການຈັດຕັ້ງໃນການປະສານງານ, ແກ້ໄຂອຸປະຕິເຫດ, ກໍຄືຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານທາງໄຊເບີ ຂອງປະເທດເພື່ອນ. ຫຼື ພວກເຮົາສາມາດທາບທາມການໜູນຊ່ວຍຂອງລັດໃນການຫັນວຽກງານຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ເປັນວຽກງານສັງຄົມຄືແນວໃດ”.

ຫວຽດນາມ ໄດ້ສ້າງຕັ້ງສູນຕິດຕາມກວດກາຄວາມປອດໄພທາງໄຊເບີແຫ່ງຊາດ, ເຊື່ອມຕໍ່, ແບ່ງປັນຂໍ້ມູນ ແລະເຕືອນໄພລ່ວງໜ້າກັບຫຼາຍອົງການຈັດຕັ້ງສາກົນ. ຫວຽດນາມ ກໍເປັນເຈົ້າພາບຈັດຕັ້ງການຝຶກຊ້ອມຄວາມປອດໄພທາງໄຊເບີ ລະດັບພາກພື້ນອາຊຽນ ມາເປັນຫຼາຍຄັ້ງ, ປະກອບສ່ວນຍົກສູງກໍາລັງຄວາມສາມາດ ປ້ອງກັນດ້ານໄຊເບີໃຫ້ແກ່ທຸກປະເທດໃນພາກພື້ນ. ບັນດາຄວາມມານະພະຍາຍາມດັ່ງກ່າວໄດ້ຢັ້ງຢືນວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ໃນການຮັບປະກັນຄວາມປອດໄພທາງໄຊເບີໃນທົ່ວໂລກ.

ຕັ້ງໜ້າສ້າງກອບນິຕິກຳສາກົນ

ບໍ່ພຽງແຕ່ຢຸດຢູ່ການແບ່ງປັນເຕັກນິກ ຫຼື ສົມທົບກັນຮັບມືເທົ່ານັ້ນ, ຫວຽດນາມ ຍັງຕັ້ງໜ້າສ້າງກອບນິຕິກຳສາກົນ, ດ້ວຍຫຼັກການສະເໝີຕົ້ນສະເໝີປາຍທີ່ວ່າ: ເຄົາລົບອະທິປະໄຕ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ນຳໃຊ້ໄຊເບີເພື່ອເປົ້າໝາຍສັນຕິພາບ ແລະການພັດທະນາແບບຍືນຍົງ. ນີ້ກໍແມ່ນທັດສະນະທີ່ເໝາະສົມກັບກົດບັດ ສປຊ ແລະກົດໝາຍສາກົນ.

ດ້ວຍຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍກ່ຽວກັບບັນຫາຕ້ານອາດຊະຍາກຳທາງໄຊເບີ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມຢ່າງຄົບຖ້ວນ ແລະຕັ້ງໜ້າທີ່ສຸດໃນບັນດາວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການສ້າງສົນທິສັນຍາສາກົນວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ. ທັດສະນະ ແລະການປະກອບສ່ວນທີ່ຕັ້ງໜ້າຂອງຫວຽດນາມ ໃນໄລຍະເກືອບ 5 ປີຜ່ານມາ ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກ ສປຊ. ມະຕິຂອງກອງປະຊຸມສະມັດຊາໃຫຍ່ ສປຊ ເມື່ອເດືອນທັນວາ 2024 ໄດ້ເລືອກເຟັ້ນຮ່າໂນ້ຍ ເປັນສະຖານທີ່ຈັດພິທີເປີດການລົງນາມສົນທິສັນຍາດັ່ງກ່າວ ໃນທ້າຍເດືອນນີ້.

ທ່ານພັນເອກ ຈ້ຽວແມ້ງຕຸ່ງ, ຮອງຫົວໜ້າກົມຄວາມປອດໄພທາງໄຊເບີ ແລະປ້ອງກັນ, ຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ຢັ້ງຢືນວ່າ: “ນີ້ແມ່ນຄັ້ງທຳອິດທີ່ຮ່າໂນ້ຍ ໄດ້ລະບຸໃນເອກະສານນິຕິກຳທົ່ວໂລກຂອງ ສປຊ - ສົນທິສັນຍາສາກົນວ່າດ້ວຍອາດຊະຍາກຳ. ນີ້ກໍແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ແທດຈິງ ແລະຈະສ້າງເປັນກອບນິຕິກຳອັນໝັ້ນແກ່ນທີ່ສຸດ, ສະດວກທີ່ສຸດໃຫ້ແກ່ບັນດາປະເທດເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວ ເພື່ອປະຕິບັດວຽກງານປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ”.

ໃນສັງກາດຫັນເປັນດີຈີຕອນທົ່ວໂລກ, ທັດສະນະ ແລະການກະທໍາຂອງຫວຽດນາມ ໃນຂົງເຂດຄວາມປອດໄພທາງໄຊເບີ ບໍ່ພຽງແຕ່ເປັນການຢັ້ງຢືນທີ່ຕັ້ງຂອງປະເທດ ທີ່ມີຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງສົ່ງສານກ່ຽວກັບການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ ແລະພ້ອມກັນພັດທະນາ ເພື່ອອະນາຄົດດີຈີຕອນ ສັນຕິພາບ, ວັດທະນາຖາວອນ. ສານຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ທີ່ເນັ້ນໜັກກ່ອນດຳເນີນເຫດການດັ່ງກ່າວວ່າ: “ຫວຽດນາມ ມີຄວາມຮັບຮູ້ຢ່າງຈະແຈ້ງວ່າ, ດ້ວຍລັກສະນະບໍ່ມີພົມແດນຂອງໄຊເບີ, ຢາກຕ້ານອາດຊະຍາກຳທາງໄຊເບີ ໃຫ້ມີປະສິດທິຜົນແມ່ນຕ້ອງມີຄວາມສາມັກຄີກັນ, ມີການຮ່ວມມືລະຫວ່າງບັນດາປະເທດ ແລະເຄົາລົບກົດໝາຍ. ພວກຂ້າພະເຈົ້າ ປາດຖະໜາວ່າ ເຫດການນີ້ບໍ່ພຽງແຕ່ແມ່ນລະບຽບການດ້ານນິຕິກຳເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອຊຸກຍູ້ການເຈລະຈາ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງລັດຖະບານ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະກາຍເປັນເວທີປາໄສເພື່ອຊຸກຍູ້ການປະຕິບັດສົນທິສັນຍາຂອງ ສປຊ ແລະການຮ່ວມມືທົ່ວໂລກໃນການຕ້ານອາດຊະຍາກຳທາງໄຊເບີ”.

ດ້ວຍການເຂົ້າຮ່ວມ ແລະຄຳໝັ້ນສັນຍາຂອງປະມານ 200 ປະເທດ, ພິທີເປີດການລົງນາມສົນທິສັນຍາ ຢູ່ຮ່າໂນ້ຍ ຄັ້ງນີ້ຈະກາຍເປັນຂີດໝາຍປະຫວັດສາດ, ຢັ້ງຢືນຄຸນຄ່າຂອງລັດທິຫຼາຍຝ່າຍ ໂດຍ ສປຊ ເປັນໃຈກາງ. ເຫດການນີ້ຈະສົ່ງສານຢ່າງແຂງແຮງກ່ຽວກັບຄວາມຕັດສິນໃຈຂອງຫວຽດນາມ ໃນການຕ້ານອາດຊະຍາກຳທາງໄຊເບີ ແລະສ້າງໂລກແຫ່ງສັນຕິພາບ.

ໂດຍ: ທູຈາງ