ສະຫາຍ ອີຫງອກ ຊົມເຊີຍອົງຄະນະພັກ ແລະປະຊາຊົນແຂວງອັດຕະປື ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ປະສົບຜົນສຳເລັດຢ່າງຈົບງາມ. ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ແຂວງອັດຕະປື ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງຊາດ.

leftcenterrightdel
 
leftcenterrightdel
ການນຳແຂວງກວ໋າງຫງາຍ ແລະກອງບັນຊາການທະຫານແຂວງອັດຕະປື ລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການສົມທົບກັນຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ໃນລະດູແລ້ງ 2025-2026. ພາບ: qdnd.vn

ສະຫາຍ ອີຫງອກ ແຈ້ງໃຫ້ຊາບກ່ຽວກັບການໂຮມແຂວງເຂົ້າກັນ ແລະຢືນຢັນວ່າ ແຂວງກວ໋າງງາຍ ຈະສືບຕໍ່ສືບທອດການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ  ແລະເລິກເຊິ່ງລະຫວ່າງແຂວງກອນຕຸມ ໃນເມື່ອກ່ອນ ກັບອັດຕະປື, ຄືການສືບທອດແບບທໍາມະດາຂອງນ້ຳໃຈມິດຕະພາບອັນແໜ້ນແຟ້ນ, ສະໜິດຕິດພັນລະຫວ່າງສອງທ້ອງຖິ່ນ. ອວຍພອນໃຫ້ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ, ກໍຄືການພົວພັນຮ່ວມມືລະຫວ່າງ ກວ໋າງຫງາຍ-ອັດຕະປື ໃຫ້ນັບມື້ນັບພັດທະນາ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໃນລະດູແລ້ງ 2024-2025, ຄະນະປະຕິບັດງານພິເສດແຂວງອັດຕະປື ແລະທີມງານ K53 ແຂວງກວ໋າງຫງາຍ ໄດ້ສໍາຫຼວດ, ຊອກຫາ ແລະທ້ອນໂຮມໄດ້ 12 ອັດຖິ. ໃນລະດູແລ້ງ 2025-2026, ຄະນະຊີ້ນຳ 515 ແຂວງກວ໋າງຫງາຍ ຫວັງວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການໜູນຊ່ວຍຈາກອົງຄະນະພັກ, ອໍານາດການປົກຄອງ ແລະຄະນະປະຕິບັດງານພິເສດແຂວງອັດຕະປື, ເພື່ອໃຫ້ວຽກງານຊອກຫາ, ທ້ອນໂຮມອັດຖິ ບັນລຸໝາກຜົນດີກວ່າ.

ໂດຍ: ໄຊຊະນະ