leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ຄະນະຈັດຕັ້ງເວທີປາໄສປະຕູເຂົ້າ-ອອກທົ່ວໂລກ

ທີ່ວາລະປຶກສາຫາລື, ທ່ານ ບຸ່ຍແທັງເຊີນ ຖືວ່າ: ໂລກພວມມີການຫັນປ່ຽນຢ່າງໃຫຍ່ຫຼວງ, ສະແດງໃຫ້ເຫັນຜ່ານການຫັນປ່ຽນຢ່າງເລິກເຊິ່ງໃນການພົວພັນສາກົນ, ຄວາມດຸ່ນດ່ຽງດ້ານສິດອຳນາດລະຫວ່າງບັນດາປະເທດໃຫຍ່ ແລະການປະກົດຂຶ້ນຂອງສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ບໍ່ເປັນການທະຫານ ຄື: ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ຄວາມໝັ້ນຄົງດ້ານໄຊເບີ... ເພື່ອຮັບມືກັບສະພາບພູມສາດການເມືອງ ແລະພູມສາດເສດຖະກິດທົ່ວໂລກ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນເປົ້າໝາຍຮັກສາສັນຕິພາບ, ສະຖຽນລະພາບ ແລະສ້າງເງື່ອນໄຂສະດວກໃຫ້ການພັດທະນາປະເທດຊາດ. ຫວຽດນາມ ປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ທ່ານ ບຸ່ຍແທັງເຊີນ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ ແລະກົດບັດ ສະຫະປະຊາຊາດ, ເປັນເຈົ້າການເຂົ້າຮ່ວມການຮັກສາສັນຕິພາບ, ພັດທະນາແບບຍືນຍົງ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະ ການບິນ.

* ເນື່ອງໃນໂອກາດເຂົ້າຮ່ວມ GGF2, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານນາງ Teresa Ribera, ຮອງປະທານຜູ້ປະຈໍາການຄະນະກຳມະການເອີລົບ (EC) ຮັບຜິດຊອບການຫັນປ່ຽນສີຂຽວ, ຍຸຕິທຳ ແລະການແກ່ງແຍ້ງ ທີ່ສຳນັກງານຂອງ EC.

leftcenterrightdel
ພິທີປະກາດບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 430 ລ້ານເອີໂຣ ເພື່ອແນໃສ່ຊຸກຍູ້ໂຄງການກໍ່ສ້າງເຂື່ອນໄຟຟ້າ ບັກອ໊າຍ. ພາບ: ຄະນະຈັດຕັ້ງເວທີປາໄສປະຕູເຂົ້າ-ອອກທົ່ວໂລກ

* ໃນຂອບເຂດເວທີປາໄສ, ສະຫະພາບເອີຣົບ (ອີຢູ) ໄດ້ປະກາດບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 430 ລ້ານເອີໂຣ ເພື່ອແນໃສ່ຊຸກຍູ້ໂຄງການກໍ່ສ້າງເຂື່ອນໄຟຟ້າ ບັກອ໊າຍ ເຊິ່ງແມ່ນໜຶ່ງໃນບັນດາໂຄງການສຳຄັ ໃນການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທໍາ (JETP) ຂອງຫວຽດນາມ.

ໂດຍ: ທູຈາງ