ຕອນຄ່ຳວັນທີ 18 ຕຸລາ, ທ່ານ ຫວໍວັນມິງ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Kover Laszlo ປະທານສະພາແຫ່ງຊາດຮຸງກາຣີ.

ຕາມທ່ານ ຫວໍວັນມິງ ແລ້ວ, ປີ 2015, ນະຄອນໂຮ່ຈິມິນ ໄດ້ມີການຮ່ວມມືມິດຕະພາບກັບນະຄອນຫຼວງ Budapest ຂອງຮຸງກາຣີ. ໃນໄລຍະຈະມາເຖິງ, ນະຄອນຫວັງວ່າ ນັບມື້ນັບມີຫຼາຍວິສາຫະກິດຂອງຮຸງກາຣີ ມາລົງທຶນ, ພັດທະນາການຜະລິດ ແລະດຳເນີນທຸລະກິດຢູ່ນະຄອນ; ເພີ່ມທະວີການຮ່ວມມືມິດຕະພາບ ແລະການທູດປະຊາຊົນລະຫວ່າງນະຄອນໂຮ່ຈີມິນ ກັບທ້ອງຖິ່ນຕ່າງໆຂອງຮຸງກາຣີ.

leftcenterrightdel
ທ່ານ ຫວໍວັນມິງ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນໂຮ່ຈິມິນ ຕ້ອນຮັບທ່ານ Kover Laszlo ປະທານສະພາແຫ່ງຊາດຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ  Kover Laszlo ປະທານສະພາແຫ່ງຊາດຮຸງກາຣີ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ ແລະເຫັນປະຈັກຕາການພັດທະນາກະໂດດຂັ້ນຂອງຫວຽດນາມ ໃນປະຈຸບັນ. ທ່ານປະທານສະພາແຫ່ງຊາດຮຸງກາຣີ ໃຫ້ຮູ້ວ່າ ເມື່ອທຽບໃສ່ 10 ປີກ່ອນ, ນະຄອນໂຮ່ຈິມິນ ໄດ້ພັດທະນາກະໂດດຂັ້ນໃນທຸກດ້ານ.

ທ່ານປະທານສະພາແຫ່ງຊາດຮຸງກາຣີ Kover Laszlo ໃຫ້ຮູ້ວ່າ ຮຸງກາຣີ ຍາມໃດກໍ່ສົ່ງເສີມບັນດາວິສາຫະກິດຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ. ຜ່ານນັ້ນປາດຖະໜາຢາກນະຄອນໂຮ່ຈີມິນ ສືບຕໍ່ເອົາໃຈໃສ່ ແລະອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດຮຸງກາຣີ ມາຮ່ວມມື, ດຳເນີນທຸລະກິດ ແລະເພີ່ມທະວີການຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຂອງຮຸງກາຣີ.

ໂດຍ: ທູຈາງ