ຫວຽດນາມ ຊຸກຍູ້ການສົ່ງອອກຜະລິດຕະພັນ Halal ໄປຍັງ ຕວກກີ
ກປ.ອອນໄລ - ກົມສົ່ງເສີມການຄ້າຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບສະຖານທູດຫວຽດນາມ ປະຈຳ ຕວກກີ ແລະ ຄະນະກຳມະການເສດຖະກິດການຕ່າງປະເທດຕວກກີ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ດ້ວຍຫົວຂໍ້ “ການຮ່ວມມື Halal ລະຫວ່າງຫວຽດນາມ ແລະຕວກກີ: ສະພາບການ ແລະແງ່ຫວັງ”. ເຂົ້າຮ່ວມກອງປະຊຸມສຳມະນາ ມີຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງ ແລະວິສາຫະກິດຫຼາຍແຫ່ງຂອງສອງປະເທດ.