ຕາມນັ້ນແລ້ວ, ຍອດລາຍຮັບພາຍໃນປະເທດ (GDP) ຂອງຫວຽດນາມ ໃນໄຕມາດທີ III ປີ 2025 ຄາດວ່າເພີ່ມຂຶ້ນ 8,23%. ເວັບໄຊ ainvest.com ເນັ້ນໜັກວ່າ ເຖິງວ່າຍັງປະສົບກັບຄວາມສ່ຽງຫຼາຍຢ່າງກ່ຽວກັບພາສີອາກອນ, ໄພພິບັດທຳມະຊາດກໍຕາມ, ແຕ່ການເຕີບໂຕຂອງຫວຽດນາມ ຢູ່ລະດັບ 7,85% ໃນ 9 ເດືອນຕົ້ນປີນີ້ ໄດ້ສະແດງໃຫ້ເຫັນຄວາມສາມາດຕ້ານທານ ຍ້ອນມີການປະຕິຮູບນະໂຍບາຍ ແລະ ຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ. ຕາມເວັບໄຊ ainvest.com ແລ້ວ, ລະດັບການເຕີບໂຕທີ່ໜ້າຊື່ນຊົມດັ່ງກ່າວ ໄດ້ຮັບການຊຸກຍູ້ຍ້ອນ 3 ຂະແໜງ: ອຸດສາຫະກຳ, ກະສິກຳ ແລະ ການບໍລິການ.

leftcenterrightdel
ພາບປະກອບ: chinhphu.vn

ເວັບໄຊ ainvest.com ຖືວ່າ ບັນດານັກລົງທຶນຕ່າງປະເທດ ປາດຖະໜາຢາກເຂົ້າຮ່ວມບັນດາຂົງເຂດ ເຊິ່ງ ຫວຽດນາມ ມີທ່າແຮງແກ່ງແຍ້ງ ແລະຄວາມສະດວກກ່ຽວກັບນະໂຍບາຍ, ເຊັ່ນ: ເຕັກໂນໂລຢີສູງ, ພະລັງງານທົດແທນ ແລະການບໍລິການດີຈີຕອນ. ບົດຂຽນສະຫຼຸບລະດັບການເຕີບໂຕສູງຂອງຫວຽດນາມ ໃນໄຕມາດທີ III ປີນີ້ ໄດ້ສ່ອງແສງໃຫ້ເຫັນຖານະບົດບາດຍຸດທະສາດໃນຕ່ອງໂສ້ມູນຄ່າທົ່ວໂລກ ແລະ ຂອບເຂດນະໂຍບາຍທີ່ເປັນເຈົ້າການ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ