ນັບແຕ່ປີ 2020 ເປັນຕົ້ນມາ, ຂ້າພະເຈົ້າ ແມ່ນໜຶ່ງໃນຈຳນວນນັກສຶກສາລາວ ທີ່ຮຽນຢູ່ມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ສາຂາສື່ມວນຊົນ ຊຸດທີ II. ເດືອນ ກຸມພາ 2025, ຂ້າພະເຈົ້າ ພ້ອມກັບນັກສຶກສາລາວ ຈຳນວນ 5 ຄົນໄດ້ໄປຝຶກງານຢູ່ສຳນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ. ນີ້ແມ່ນໄລຍະທີ່ສໍາຄັນເພື່ອໝູນໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນການເຮັດວຽກຕົວຈິງ, ບ່ອນທີ່ ຂ້າພະເຈົ້າ ໄດ້ເຮັດຂ່າວຢູ່ອົງການສື່ມວນຊົນຂອງກອງທັບປະຊາຊົນຫວຽດນາມ.

ໃນຊຸມວັນທໍາອິດໄປຝຶກງານຢູ່ສຳນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ແມ່ນໄລຍະເວລາທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ. ໃນຖານະເປັນນັກສຶກສາລາວ, ນີ້ແມ່ນຄັ້ງທໍາອິດທີ່ຂ້າພະເຂົ້າ ໄດ້ເຮັດວຽກຢູ່ສຳນັກງານຂອງໜັງສືພິມ ແລະເປັນມືອາຊີບຂອງກອງທັບປະຊາຊົນຫວຽດນາມ, ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກຕື່ນເຕັ້ນ, ເປັນຫວ່ງ. ເຖິງຢ່າງໃດກໍ່ຕາມ, ຄວາມຮູ້ສຶກກະຕືລືລົ້ນ, ຢາກຮ່ຳຮຽນເອົາບົດຮຽນຕົວຈິງຈາກອ້າຍ, ເອື້ອຍນັກຂ່າວ ແລະນັກບັນນາທິການ ໄດ້ເຂົ້າມາຄອບງຳຢ່າງວ່ອງໄວ.

leftcenterrightdel
ນັກສຶກສາລາວ ຢ້ຽມຢາມຫ້ອງຖ່າຍທຳໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ສະພາບແວດລ້ອມແຫ່ງການເຮັດວຽກຢູ່ສຳນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ພວກຂ້າພະເຈົ້າ ເຊື່ອມຕົວຢ່າງວ່ອງໄວ, ຍ້ອນມີຄວາມຈິງໃຈ, ໃກ້ຊິດສະໜິດສະໜົມ, ນັກຂ່າວ, ນັກບັນນາທິການຂອງສຳນັກງານໜັງສືພິນກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ມີຄວາມກຽມພ້ອມຊ່ວຍເຫຼືອຢູ່ຕະຫຼອດເວລາ. ເຂົາເຈົ້າບໍ່ພຽງແຕ່ແນະນໍາໃຫ້ຂ້າພະເຈົ້າກ່ຽວກັບດ້ານວິຊາການເທົ່ານັ້ນ, ຫາກຍັງເອົາໃຈໃສ່, ເບິ່ງແຍງຂ້າພະເຈົ້າ ຄືອ້າຍນ້ອງຄີງໃນຄອບຄົວດຽວກັນ.

ໄປຝຶກງານມື້ໜຶ່ງຢູ່ສຳນັກງານໜັງສືພິມ ເລີ່ມຕົ້ນຂຶ້ນດ້ວຍການອັບເດດສະຖານະການທາງການເມືອງ, ຕິດຕາມໜັງສືິພິມ, ຫຼັງຈາກນັ້ນປຶກສາຫາລືກ່ຽວກັບຫົວເລື່ອງ ແລະບົດຂຽນ. ນັກບັນນາທິການໄດ້ແນະນໍາຢ່າງສຸດຈິດສຸດໃຈ, ປະກອບຄຳເຫັນໃນການດັດປັບປະໂຫຍກ ຄຳເວົ້າ,  ຊ່ວຍນັກສຶກສາຍົກສູງທັກສະອາຊີບເທື່ອລະກ້າວ.

ຂ້າພະເຈົ້າ ໄດ້ຮຽນວິທີຂຽນຂ່າວ, ຖ່າຍຮູບ, ສໍາພາດຕົວພະຍານ ແລະພິເສດແມ່ນທັກສະບັນນາທິການ-ເຊິ່ງເປັນສິ່ງທີ່ຂ້າພະເຈົ້າ ຍັງບໍ່ທັນໄດ້ປະຕິບັດມາຫຼາຍໃນໄລຍະຜ່ານມາ. ຂ້າພະເຈົ້າ ກໍໄດ້ຮຽນຮູ້ກ່ຽວກັບຄວາມຮອບຄອບ, ຄວາມຮັບຜິດຊອບ ແລະກິລິຍາທ່າທາງໃນການເຮັດວຽກຢ່າງເຂັ້ມງວດຈາກອ້າຍ, ເອື້ອຍໃນສຳນັກງານໜັງສືພິມ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນວັນຫາຍ, ຫົວໜ້າພະແນກວັດທະນະທຳ-ກິລາ, ໜັງສືພິມກອງທັບປະຊາຊົນຫວຽດນາມ (ຜູ້ທີສອງ, ແຕ່ຊ້າຍຫາຂວາ) ມອບປຶ້ມໃຫ້ນັກສຶກສາລາວ 3 ຄົນ, ເດືອນ ມີນາ 2025. ພາບ: qdnd.vn

ໜຶ່ງໃນອະນຸສອນທີ່ເປັນໜ້າຈົດຈຳທີ່ສຸດແມ່ນການເຮັດວຽກກັບທ່ານພັນເອກພິເສດ ຫງວຽນວັນຫາຍ, ຫົວໜ້າພະແນກວັດທະນະທຳ-ກິລາ (ໜັງສືພິມກອງທັບປະຊາຊົນຫວຽດນາມ). ໃນເວລາກວດແກ້ບົດສາລະຄະດີ, ອ້າຍ ຫາຍ ໄດ້ເລົ່າເລື່ອງການປະຕິບັດງານຢູ່ລາວ - ເປັນອະນຸສອນທີ່ເລິກເຊິ່ງສະແດງໃຫ້ເຫັນອາລົມຈິດຄວາມຮັກແພງທີ່ສະໜິດຕິດພັນລະຫວ່າງພະນັກງານ, ນັກຂ່າວຫວຽດນາມ ແລະທະຫານລາວ. ສໍາລັບນັກສຶກສາ ຄືພວກຂ້າພະເຈົ້າ, ບັນດາເລື່ອງລາວນັ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ໃຫ້ແກ່ການພົວພັນມິດຕະພາບແບບພິເສດລະຫວ່າງສອງຊາດ, ອ້າຍ ກໍ່ໄດ້ແບ່ງປັນບັນດາຄວາມຮູ້ສຶກກ່ຽວກັບຄວາມແຕກຕ່າງໃນວິທີຂຽນຂ່າວລະຫວ່າງສອງປະເທດ.

ສິ່ງທີ່ປະທັບໃຈທີີ່ສຸດເມື່ອໄປຝຶກງານຢູ່ສຳນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ແມ່ນການສົມທົບກັນລະຫວ່າງນັກຂ່າວ ແລະນັກບັນນາທິການຢູ່ຫ້ອງບັນນາທິການໜັງສືພິມກອງທັບປະຊາຊົນເອເລັກໂຕນິກ. ຍ້ອນໄດ້ສຳພັດກັບສະພາບການຕົວຈິງກັບຂັ້ນຕອນການຂຽນຂ່າວ, ຂຽນບົດທາງເອເລັກໂຕນິກ ມີຄວາມທັນສະໄໝຢູ່ສຳນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ, ຂ້າພະເຈົ້າ ຈຶ່ງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຄວາມກົດດັນ ແລະຄວາມຮັບຜິດຊອບຂອງຜູ້ເຮັດຂ່າວໃນສະພາບແວດລ້ອມດີຈີຕອນ. ນີ້ແມ່ນບັນດາບົດຮຽນອັນລໍ້າຄ່າ ເຊິ່ງພວກຂ້າພະເຈົ້າ ຢາກຈະໝູນໃຊ້ເຂົ້າໃນການປະຕິບັດວຽກງານສື່ມວນຊົນຢູ່ລາວ ໃນອະນາຄົດ.

ບໍ່ພຽງແຕ່ມີຄວາມປະທັບໃຈກ່ຽວກັບວິທີຂຽນຂ່າວເທົ່ານັ້ນ, ຂ້າພະເຈົ້າ ຍັງຮູ້ສຶກເຖິງນ້ຳໃຈແຫ່ງຄວາມເປັນມິດ, ສະໜິດສະໜົມ ແລະການໜູນຊ່ວຍຢ່າງສຸດອົກສຸດໃຈຂອງນັກຂ່າວ, ນັກບັນນາທິການຂອງນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ອີກດ້ວຍ. ເຂົາເຈົ້າ ບໍ່ພຽງແຕ່ຊ່ວຍຂ້າພະເຈົ້າ ໃນການປະຕິບັດໜ້າທີ່ວຽກງານເທົ່ານັ້ນ ຫາກຍັງປະພຶດກັບຂ້າພະເຈົ້າ ຄືດັ່ງເອື້ອຍອ້າຍນ້ອງດຽວກັນ.

ຫຼັງຈາກຈົບການຝຶກງານແລ້ວ, ຂ້າພະເຈົ້າ ໄດ້ກັບເມືອລາວ ແລະໄດ້ນໍາໃຊ້ສິ່ງທີ່ໄດ້ຮຽນຮູ້ມາເຂົ້ົ້າພຶດຕິກໍາຕົວຈິງ, ນັບແຕ່ທັກສະການຂຽນຂ່າວ, ບັນນາທິການ, ການຖ່າຍຮູບ, ຈົນເຖິງການແບ່ງປັນບົດຮຽນໃຫ້ເພື່ອນຮ່ວມງານ, ພ້ອມກັບການຍົກສູງຄູນນະພາບເນື້ອໃນຂ່າວຢູ່ກົມກອງ.

ຂ້າພະເຈົ້າ ຫວັງວ່າຈະໄດ້ມີໂອກາດກັບໄປຫວຽດນາມ ເພື່ອຮຽນຕໍ່ ແລະເຂົ້າຮ່ວມການຝຶກອົບຮົມວຽກງານສື່ມວນຊົນ. ຫວຽດນາມ ແມ່ນບ່ອນທີ່ຂ້າພະເຈົ້າ ໄດ້ເຕີບໂຕ, ຮໍ່າຮຽນ ແລະຍາມໃດກໍ່ຮູ້ສຶກວ່າໄດ້ຕ້ອນຮັບຄືຢູ່ບ້ານເກີດເມືອງນອນຂອງຕົນ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອໜັງສືພິມກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນອົບອຸ່ນມາຍັງໜັງສືພິມ. ຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈທີ່ໄດ້ຮໍ່າຮຽນ, ເຮັດວຽກໃນສະພາບແວດລ້ອມທີ່ເປັນມືອາຊີບ ແລະເປັນມິດນີ້. ອວຍພອນໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊຶ້ອອັນສະຫງ່າລາສີ, ປ່ຽນແປງໃໝ່ ແລະພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂດຍ: ໄຊນີດາ