ນັກຂ່າວ: ຂໍຮຽນທ່ານ, ໃນໄລຍະຜ່ານມາ JICA ໄດ້ໜູນຊ່ວຍຫວຽດນາມ ຄືແນວໃດເພື່ອສະແດງໃຫ້ເຫັນຄໍາໝັ້ນສັນຍາຮ່ວມເດີນທາງໃນວິວັດການພັດທະນາ?
ທ່ານ Kobayashi Yosuke: ຄິດໄລ່ຮອດວັນທີ 1 ຕຸລາ 2025, ມີຜູ້ຊ່ຽວຊານ 46 ຄົນ ແລະ ອາສາສະໝັກຂອງ JICA 42 ຄົນ ທີ່ພວມເຮັດວຽກໃນໄລຍະຍາວຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ນອກຈາກສ່ວນບຸກຄົນແລ້ວ, ຍັງມີຫຼາຍອົງການ ແລະອົງການຈັດຕັ້ງມະຫາຊົນຂອງຍີ່ປຸ່ນ, ຄື: ວິສາຫະກິດ, ມະຫາວິທະຍາໄລ, ອົງການບໍ່ຂຶ້ນກັບລັດຖະບານ...ຍັງຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືຫວຽດນາມ ໃນຫຼາຍຂົງເຂດ, ເພື່ອການພັດທະນາເສດຖະກິດ - ສັງຄົມຂອງປະເທດ.
ການເຖົ້າແກ່ໄວຂອງປະຊາກອນຢູ່ຫວຽດນາມ ໄດ້ເຮັດໃຫ້ຄວາມຕ້ອງການດູແລຜູ້ສູງອາຍຸເພີ່ມຂຶ້ນ. JICA ໄດ້ສົ່ງອາສາສະໝັກໄປໂຮງໝໍຜູ້ສູງອາຍຸສູນກາງ (ຮ່າໂນ້ຍ) ເພື່ອຖ່າຍທອດເຕັກນິກການຕີລາຄາຄວາມຜິດປົກກະຕິໃນການກືນອາຫານໃຫ້ແກ່ຖັນແຖວທ່ານໝໍ, ພະຍາບານ; ພ້ອມທັງໜູນຊ່ວຍວິສາຫະກິດຍີ່ປຸ່ນ ໃນການແບ່ງປັນເຕັກນິກການເບິ່ງແຍງດູແລຜູ້ສູງອາຍຸໃຫ້ກັບໂຮງໝໍ ແບກມາຍ.
ພວກຂ້າພະເຈົ້າພວມປັບປຸງລະບຽບການໃຫ້ສົມບູນກັບຝ່າຍຫວຽດນາມ ເພື່ອຜັນຂະຫຍາຍໂຄງການກູ້ຢືມ ODA ເພື່ອກໍ່ສ້າງເສັ້ນທາງຄົມມະນາຄົມ, ໂຄງການຊົນລະປະທານ, ຄັນດິນຄູກັນເຈື່ອນຢູ່ບາງແຂວງທາງພາກເໜືອ ເພື່ອແນໃສ່ປົກປ້ອງປະຊາຊົນຈາກຜົນກະທົບການປ່ຽນແປງຂອງດິນຟ້າອາກາດ. ຄິດໄລ່ມາຮອດປະຈຸບັນ, JICA ໄດ້ ແລະພວມໜູນຊ່ວຍຫຼາຍໂຄງການທີ່ຊ່ວຍເຫຼືອລ້າ (5 ໂຄງການ) ແລະທຶນກູ້ຢືມ ODA (15 ໂຄງການ), ໂດຍສຸມໃສ່ຍົກລະດັບພື້ນຖານໂຄງລ່າງ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
    |
 |
ທ່ານ Kobayashi Yosuke. ພາບໂດຍ JICA ສະໜອງ |
ນັກຂ່າວ: ຂໍຮຽນທ່ານ, ສໍາລັບໂຄງການທີ່ໄດ້ປະຕິບັດສຳເລັດແລ້ວ, ເຊັ່ນ: ໂຮງງານບຳບັດນ້ຳເສຍ ອຽນຊ໊າ (ຮ່າໂນ້ຍ) ແລະເຂື່ອນ ຊາໂບ (ເຊີນລາ), JICA ຕີລາຕາຜົນກະທົບຕົວຈິງຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະສິ່ງແວດລ້ອມຄືແນວໃດ? ມີແຜນການທີ່ຈະຂະຫຍາຍຮູບແບບດັ່ງກ່າວຢູ່ທ້ອງຖິ່ນອື່ນບໍ?
ທ່ານ Kobayashi Yosuke: ຍ້ອນຍັງບໍ່ທັນມີໄພພິບັດຕະກອນຂະໜາດໃຫຍ່ເກີດຂຶ້ນພາຍຫຼັງການກໍ່ສ້າງເຂື່ອນ ຊາໂບ, ສະນັ້ນ, ຍາກທີ່ຈະຕີລາຄາຜົນກະທົບໂດຍກົງເຖິງການດໍາລົງຊີວິດຂອງປະຊາຊົນໄດ້. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນສັນຍານທີ່ຕັ້ງໜ້າ, ສະແດງໃຫ້ເຫັນວ່າ ໂຄງການໄດ້ປະກອບສ່ວນປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ. ເປົ້າໝາຍຫຼັກຂອງໂຄງການແມ່ນສ້າງມາດຕະຖານ ດ້ານເຕັກນິກໂດຍຜ່ານໂຄງການທົດລອງ, ພ້ອມທັງສ້າງຕັ້ງຂອບເຂດຂອງລະບອບລະບຽບການ ແລະເຕັກນິກໃນການຄຸ້ມຄອງຕະກອນ. ປະຈຸບັນ, ກົມຄຸ້ມຄອງຄັນຄູ ແລະປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກໍາ ແລະສິ່ງແວດລ້ອມຫວຽດນາມ) ໄດ້ວາງແຜນກໍ່ສ້າງເຂື່ອນໃໝ່ ປະມານ 100 ເຂື່ອນ ໃນຂອບເຂດທົ່ວປະເທດ, ຖືນີ້ແມ່ນບາດກ້າວເບື້ອງຕົ້ນທີ່ສຳຄັນມຸ່ງໄປເຖິງການຂະຫຍາຍຮູບແບບ ໂດຍອີງໃສ່ຜົນຂອງການຮ່ວມມືກັບ JICA.
ດ້ວຍໂຮງງານບຳບັດນ້ຳເສຍ ອຽນຊ໊າ ໄດ້ຮັບການກໍ່ສ້າງສຳເລັດໃນເດືອນສິງຫາ 2025, ເຊິ່ງແມ່ນໜຶ່ງໃນບັນດາໂຮງງານບຳບັດນ້ຳເສຍໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໂຄງການດັ່ງກ່າວໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊ່ວຍໃຫ້ນະຄອນຮ່າໂນ້ຍ ບັນລຸເປົ້າໝາຍການບຳບັດນ້ຳເສຍໃນຕົວເມືອງຮອດປີ 2025. ປັບປຸງສະພາບແວດລ້ອມ ແລະຄຸນນະພາບການດໍາລົງຊີວິດຂອງປະຊາຊົນ. ໂຄງການດັ່ງກ່າວຍັງປະກອບສ່ວນຫຼຸດຜ່ອນນໍ້າຖ້ວມ. ປະຈຸບັນ JICA ພວມແລກປ່ຽນກັບບັນດາຄູ່ຮ່ວມມືເພື່ອຜັນຂະຫຍາຍບັນດາຮູບແບບທີ່ຄ້າຍຄືກັນຢູ່ນະຄອນ ໂຮ່ຈີມິນ, ນະຄອນ ເຫ໊ວ ແລະທ້ອງຖິ່ນອື່ນໆ.
    |
 |
ຜູ້ຊ່ຽວຊານຍີ່ປຸ່ນ ແນະນໍາປະຊາຊົນແຂວງເຊີນລາ ປູກຜັກປອດສານພິດ. ພາບ: ຢຽບເຈົາ |
ນັກຂ່າວ: ໃນເຄິ່ງທ້າຍປີຂອງປີການເງິນ 2025, JICA ຈະໃຫ້ບຸລິມະສິດແກ່ຂົງເຂດໃດແດ່ໃນການຮ່ວມມື ODA ກັບຫວຽດນາມ ຂໍຮຽນທ່ານ?
ທ່ານ Kobayashi Yosuke: ພວກຂ້າພະເຈົ້າກໍານົດການພັດທະນາຊັບພະຍາກອນມະນຸດແມ່ນບຸລິມະສິດແຖວໜ້າໃນການຮ່ວມມື ODA ກັບຫວຽດນາມ, ສອດຄ່ອງກັບ 4 ເສົາຄ້ຳການປະຕິຮູບທີ່ຫວຽດນາມ ພວມປະຕິບັດ. ກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກໍາ, JICA ໜູນຊ່ວຍການບໍາລຸງສ້າງ ກ່ຽວກັບເຄິ່ງຊັກນໍາໄຟຟ້າ ແລະປັນຍາປະດິດ (AI) ໂດຍຜ່ານການຮ່ວມມືກັບມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ ແລະມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ. ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, JICA ຊຸກຍູ້ການເຊື່ອມຕໍ່ໂດຍຜ່ານໂຄງການພື້ນຖານໂຄງລ່າງຄົມມະນາຄົມ, ທາງລົດໄຟຕົວເມືອງ ແລະລະບົບພາສີທີ່ທັນສະໄໝ. ກ່ຽວກັບການສ້າງ ແລະປະຕິບັດກົດໝາຍ, JICA ພິຈາລະນາແນະນຳໝາກຜົນທີ່ບັນລຸໄດ້ຈາກໂຄງການປະຕິຮູບດ້ານກົດໝາຍ ແລະນິຕິກໍາທີ່ໄດ້ຜັນຂະຫຍາຍມາເປັນເວລາຫຼາຍປີ; ພ້ອມກັນນັ້ນ, ສືບຕໍ່ບໍາລຸງສ້າງຖັນແຖວການນໍາຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການບໍລິຫານໃນສະພາບການໃໝ່. ກ່ຽວກັບການພັດທະນາພາກເອກະຊົນ, JICA ເອົາໃຈໃສ່ເຖິງການຊຸກຍູ້ການເຕີບໂຕຂອງວິສາຫະກິດຂະໜາດນ້ອຍ ແລະກາງ, ພິເສດແມ່ນວິສາຫະກິດທີ່ມີແມ່ຍິງເປັນເຈົ້າຂອງ, ໂດຍຜ່ານບັນດາໂຄງການບໍາລຸງສ້າງນັກທຸລະກິດ ແລະໜູນຊ່ວຍການເຂົ້າເຖິງການເງິນ.
ຄວາມມານະພະຍາຍາມດັ່ງກ່າວໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງເຖິງຄຳໝັ້ນສັນຍາຂອງ JICA ໃນການຮ່ວມເດີນທາງພ້ອມກັບຫວຽດນາມ ບົນເສັ້ນທາງມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045, ພັດທະນາຕາມທິດຍືນຍົງ ແລະກວມລວມ. ຈຸດທີ່ເປັນໜ້າໃສ່ໃຈໃນການປະຕິຮູບລະບອບລະບຽບການຂອງຫວຽດນາມ ແມ່ນຮູບແບບອໍານາດການປົກຄອງທ້ອງຖິ່ນ 2 ຂັ້ນ. ຍີ່ປຸ່ນ ໄດ້ໝູນໃຊ້ຮູບແບບດັ່ງກ່າວມາຫຼາຍປີ. ຍ້ອນເຫດນັ້ນ, JICA ເຊື່ອໝັ້ນວ່າ ຫວຽດນາມ ສາມາດທາບທາມບັນດາປະສົບການຕົວຈິງຈາກ ຍີ່ປຸ່ນ ໃນວິວັດການຜັນຂະຫຍາຍ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ທູຈາງ