ຕາມບົດລາຍງານແງ່ຫວັງການພັດທະນາອາຊີ (ADO) ໃນເດືອນກັນຍາ 2025 ຂອງທະນາຄານພັດທະນາອາຊີ (ADB) ແລ້ວ, ເສດຖະກິດຫວຽດນາມ ຄາດວ່າຈະຮັກສາທ່າເຕີບໂຕຢ່າງຕັ້ງໜ້າໃນໄລຍະ 2025-2026.
ເຖິງຢ່າງໃດກໍຕາມ, ເພື່ອຫັນເປົ້າໝາຍພັດທະນາທີ່ທະເຍີທະຍານໃຫ້ປະກົດຜົນເປັນຈິງ ແລະຜ່ານຜ່າບັນດາສິ່ງທ້າທາຍທີ່ນັບມື້ນັບໃຫຍ່ຫຼວງຈາກສະພາບແວດລ້ອມສາກົນ ແລະບັນດາບັນຫາພາຍໃນປະເທດ, ທ່ານ Shantanu Chakraborty, ຜູ້ອຳນວຍການແຫ່ງຊາດຂອງ ADB ປະຈຳຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຕ້ອງມີການຫັນປ່ຽນທິດຍຸດທະສາດ, ສຸມໃສ່ການປັບປຸງກຳລັງແຮງພາຍໃນ, ຮັກສາຄວາມໝັ້ນຄົງມະຫາພາກ ແລະເດັດດ່ຽວປະຕິບັດການປະຕິຮູບໂຄງປະກອບທີ່ມີລັກສະນະບຸກທະລຸ.
ໃຫ້ສໍາພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ Shantanu Chakraborty ເນັ້ນໜັກວ່າ, ກ່ອນອື່ນໝົດ, ການຮັກສາຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ ແມ່ນບຸລິມະສິດດ້ານນະໂຍບາຍອັນດັບໜຶ່ງໃນໄຕມາດທີ 4 ຂອງປີນີ້.
    |
 |
ພາບປະກອບຈາກ Vietnamplus.vn |
ສັນຍານຄວາມສ່ຽງກຳລັງເພີ່ມຂຶ້ນ ຍ້ອນອັດຕາເງິນເຟີ້ມີທ່າອ່ຽງເພີ່ມຂຶ້ນ, ຄັງສໍາຮອງເງິນຕາຕ່າງປະເທດຫຼຸດລົງ ແລະເງິນຕາພາຍໃນກໍ່ກຳລັງໄດ້ຮັບຄວາມກົດດັນໃຫ້ອ່ອນຄ່າລົງໃນສະພາບການທີ່ອັດຕາດອກເບ້ຍທົ່ວໂລກສູງສືບຕໍ່ສ້າງຄວາມກົດດັນຕໍ່ກະແສເງິນລົງທຶນ, ເຮັດໃຫ້ການຂາດດຸນດ້ານບັນຊີການເງິນ ແລະເງິນທຶນຂະຫຍາຍກວ້າງອອກ.
ໃນໄລຍະສັ້ນ, ເມື່ອບັນດາກໍາລັງໜູນການເຕີບໂຕທີ່ເປັນມູນເຊື້ອຈາກການສົ່ງອອກ ແລະການລົງທຶນຈາກຕ່າງປະເທດປະສົບກັບຄວາມບໍ່ແນ່ນອນຫຼາຍຢ່າງ, ບັນດາໄມ້ງັດຍຸດທະສາດຕ້ອງຫັນໄປສູ່ການກະຕຸກຊຸກຍູ້ຄວາມຕ້ອງການພາຍໃນປະເທດ.
ຈຸດສຸມຂອງມາດຕະການນີ້ແມ່ນຍູ້ໄວ ແລະຍົກສູງປະສິດທິຜົນການເບີກຈ່າຍເງິນລົງທຶນພາກລັດ. ນີ້ບໍ່ພຽງແຕ່ເປັນມາດຕະການຊົ່ວຄາວ ເພື່ອຊຸກຍູ້ການເຕີບໂຕເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອແກ້ໄຂ “ຂໍ້ບົກພ່ອງ” ໃນພື້ນຖານໂຄງລ່າງ, ສ້າງກຳລັງແຜ່ຂະຫຍາຍໃຫ້ພື້ນຖານເສດຖະກິດອີກດ້ວຍ.
ພ້ອມກັນນັ້ນ, ນະໂຍບາຍປີການເງິນ ແລະເງິນຕາ ຕ້ອງໄດ້ສົມທົບກັນໃຫ້ລົງຕົວເພື່ອໜູນຊ່ວຍການບໍລິໂພກພາຍໃນປະເທດ, ຊ່ວຍໃຫ້ບັນດາຄອບຄົວ ແລະວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ.
ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການໃນໄລຍະສັ້ນພຽງແຕ່ມີລັກສະນະຊົ່ວຄາວເທົ່ານັ້ນ. ຕາມທະນາຄານ ADB ແລ້ວ, ສິ່ງທ້າທາຍໃນໄລຍະຍາວຂອງຫວຽດນາມ ແມ່ນຢູ່ທີ່ປະສິດທິຜົນຂອງການນຳໃຊ້ບັນດາແຫຼ່ງກໍາລັງ.
ທະນາຄານ ADB ໃຫ້ຂໍ້ສັງເກດວ່າ ເສັ້ນທາງກ້າວໄປສູ່ການເປັນປະເທດທີ່ມີລາຍຮັບສູງໃນປີ 2045 ບໍ່ສາມາດອີງໃສ່ແຫຼ່ງກໍາລັງລາຄາຖືກເທົ່ານັ້ນ. ແທນທີ່ສິ່ງດັ່ງກ່າວນັ້ນ, ຫວຽດນາມ ຕ້ອງຫັນໄປສູ່ຮູບແບບການເຕີບໂຕໂດຍອີງໃສ່ມູນຄ່າເພີ່ມຂຶ້ນສູງ, ປະສິດທິພາບອອກແຮງງານ ແລະນະວັດຕະກຳ.
ເພື່ອເຮັດໄດ້ສິ່ງນັ້ນ, ທະນາຄານ ADB ສະເໜີໃຫ້ຍູ້ໄວການປະຕິຮູບດ້ານລະບຽບການ ແລະກົນໄກ. ຈຸດສຸມຂອງຂະບວນການນີ້ແມ່ນເພື່ອພັດທະນາເສດຖະກິດພາກເອກະຊົນຢ່າງຂະຫຍັນຂັນເຄື່ອນ ແລະມີການແຂ່ງຂັນຢ່າງແທ້ຈິງ.
ຕາມທະນາຄານ ADB ແລ້ວ, ຄຳໝັ້ນສັນຍາຂອງລັດຖະບານຕ້ອງໄດ້ຫັນການປະຕິຮູບຕະຫຼາດຢ່າງຮອບດ້ານ ໃຫ້ເປັນລະອຽດ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການປະຕິບັດຂໍ້ກຳນົດ, ເພີ່ມທະວີຂໍ້ກຳນົດກ່ຽວກັບການແກ່ງແຍ້ງ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະກາງ ໄດ້ເຂົ້າເຖິງແຫຼ່ງທຶນ ແລະເຕັກໂນໂລຊີ.
ທ່ານ ຫງວຽນບາຮຸ່ງ, ຫົວໜ້ານັກຊ່ຽວຊານດ້ານເສດຖະສາດຂອງທະນາຄານ ADB ປະຈຳ ຫວຽດນາມ ເນັ້ນໜັກວ່າ, ຖ້າຫາກບັນດາມາດຕະການປະຕິຮູບຂອງລັດຖະບານໄດ້ຮັບການປະຕິບັດເປັນຢ່າງດີ, ສິ່ງນັ້ນອາດຈະປະກອບສ່ວນເຂົ້າໃນການສ້າງລະດັບເຕີບໂຕທີ່ດີກວ່າຂອງທະນາຄານ ADB ທີ່ຄາດຄະເນໃຫ້ແກ່ຫວຽດນາມ (6,7% ສຳລັບປີ 2025 ແລະ 6,0% ສໍາລັບປີ 2026).
ຄຽງຂ້າງນັ້ນ, ຫວຽດນາມ ຕ້ອງຫັນກຳລັງໜູນການເຕີບໂຕໃໝ່ໃຫ້ເປັນຫຼາຍຮູບແບບ, ລວມມີ: ຍູ້ແຮງການຫັນເປັນດີຈີຕອນຢ່າງເລິກເຊິ່ງກວ້າງຂວາງ, ຊຸກຍູ້ເສດຖະກິດສີຂຽວ ແລະເພີ່ມທະວີຄວາມສາມາດຕ້ານການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງລົງທຶນຢ່າງແຂງແຮງໃສ່ການຍົກສູງທັກສະໃຫ້ແກ່ຜູ້ອອກແຮງງານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພື້ນຖານເສດຖະກິດທັນສະໄໝ.
ທະນາຄານ ADB ຖືວ່າໃນສະພາບການໂລກທີ່ມີການຜັນແປຫຼາຍຢ່າງ, ກໍາລັງແຮງພາຍໃນແມ່ນຂໍກຸນແຈຂອງການພັດທະນາແບບຍືນຍົງ. ຫວຽດນາມ ຕ້ອງຖືເປັນສໍາຄັນການຄຸ້ມຄອງຄວາມດຸ່ນດ່ຽງລະຫວ່າງເປົ້າໝາຍເຕີບໂຕ ແລະຄວາມໝັ້ນຄົງມະຫາພາກ.
ການປະຕິຮູບລະບຽບການຢ່າງຂ້ຽວຂາດ ເພື່ອຍົກສູງປະສິດທິຜົນການນໍາໃຊ້ທຶນ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງເສດຖະກິດເອກະຊົນ ຈະແມ່ນບັນດາບາດກ້າວເດີນທີ່ມີລັກສະນະຕັດສິນ, ຊ່ວຍໃຫ້ ຫວຽດນາມ ບໍ່ພຽງແຕ່ຜ່ານຜ່າບັນດາສິ່ງທ້າທາຍໃນຕໍ່ໜ້າເທົ່ານັ້ນ ຫາກຍັງຫັນຄວາມຄາດຫວັງຢາກກາຍເປັນປະເທດມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ ອີກດ້ວຍ.
ໂດຍ: ຈາງຫງວຽນ