ຫວຽດນາມ ແລະ ອາຟຣີກາໃຕ້ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 22 ທັນວາ 1993, ເຖິງຢ່າງໃດກໍ່ຕາມ ສອງປະເທດ ມີການພົວພັນຮ່ວມມື, ສະໜິດຕິດພັນກັນນັບແຕ່ຊຸມປີ 1960. ພັກກອມມູນິດຫວຽດນາມ ແລະພັກກອງປະຊຸມໃຫຍ່ຊົນຊາດອາຟຣີກາ (ANC) ໄດ້ສ້າງການພົວພັນສາມັກຄີ, ມິດຕະພາບ, ສະໜັບສະໜູນເຊິ່ງກັນ ແລະກັນ ໃນພາລະກິດຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແລະຍາດເອົາເອກະລາດຢູ່ແຕ່ລະປະເທດ.
ໃນຊຸມປີ 1970, ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຈຳນວນໜຶ່ງຂອງພັກ ANC ແລະ ພັກກອມມູນິດອາຟຣີກາໃຕ້ ທີ່ມາສຶກສາຮ່ຳຮຽນເອົາປະສົບການ. ໄລ່ຮອດເດືອນສິງຫາ ປີ 2025, ອາຟຣີກາໃຕ້ ເປັນຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ (ເທົ່າກັບຄູ່ຮ່ວມມືຮອບດ້ານ) ທໍາອິດ ແລະໜຶ່ງດຽວຂອງຫວຽດນາມ ຢູ່ອາຟຣີກາ. ໃນຊຸມປີມໍ່ໆມານີ້, ສອງຝ່າຍໄດ້ຮັກສາການພົວພັນອັນດີງາມດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ໃນລະດັບສູງ. ສອງປະເທດໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ ແລະການຢ້ຽມຢາມເຊິ່ງກັນ ແລະກັນ, ພ້ອມທັງຮັກສາບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ ຄື: ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອາຟຣິກາໃຕ້, ຄະນະກຳມະການການຄ້າຮ່ວມ ຫວຽດນາມ - ອາຟຣິກາໃຕ້, ການເຈລະຈານະໂຍບາຍປ້ອງກັນຊາດ.
ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນແມ່ນຂົງເຂດທີ່ມີຄວາມສາມາດບ່ົມຊ້ອນຫຼາຍຢ່າງ, ສອງປະເທດໄດ້ເອົາໃຈໃສ່ຊຸກຍູ້. ປະຈຸບັນ, ອາຟຣີກາໃຕ້ ເປັນຄູ່ຮ່ວມມືການຄ້າ ແລະ ເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ ອາຟຣີກາ, ດ້ວຍວົງເງິນການຄ້າສອງຝ່າຍບັນລຸເກືອບ 1,8 ຕື້ ໂດລາສະຫະລັດ ໃນປີ 2024, ໃນນັ້ນ ອາຟຣີກາໃຕ້ ແມ່ນຕະຫຼາດສະໜອງທີ່ສຳຄັນຂອງຫວຽດນາມ ກ່ຽວກັບຜະລິດຕະພັນຖ່ານຫີນ, ແຮ່ຈ່ານ, ແຮ່ທາດ. ໄລ່ຮອດເດືອນກໍລະກົດ 2025, ໂຄງການທີ່ຍັງມີຜົນສັກສິດຂອງອາຟຣີກາໃຕ້ ທີ່ລົງທຶນຢູ່ຫວຽດນາມ ແມ່ນ 20 ໂຄງການ, ດ້ວຍຍອດຈຳນວນເງິນລົງທຶນ 0,88 ລ້ານ ໂດລາສະຫະລັດ, ຢືນອັນດັບທີ 109 ໃນຈໍານວນ 151 ປະເທດ ແລະເຂດແຄວ້ນທີ່ລົງທຶນຢູ່ຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ມີ ໂຄງການລົງທຶນຢູ່ອາຟຣີກາໃຕ້ 4 ໂຄງການ ດ້ວຍຍອດຈຳນວນທຶນ 8,86 ລ້ານ ໂດລາສະຫະລັດ, ຢືນອັນດັບທີ 45 ໃນຈຳນວນ 84 ປະເທດ ແລະ ເຂດແຄວ້ນທີ່ຫວຽດນາມ ລົງທຶນຢູ່ຕ່າງປະເທດ.
    |
 |
ພາບປະກອບ: baothaibinh.com.vn |
ແງ່ຫວັງການຮ່ວມມືລະຫວ່າງສອງປະເທດໄດ້ຮັບການຕີລາຄາວ່າຍັງເປີດກວ້າງໃນຂົງເຂດຂຸດຄົ້ນແຮ່ທາດ, ກົນຈັກ, ໂລຫະ, ເຫຼັກກ້າ, ພະລັງງານທົດແທນ, ຕໍ່າແຜ່ນຕັດຫຍິບ, ເກີບໜັງ, ຝຸ່ນ, ອາຫານປຸງແຕ່ງ ແລະອຸດສາຫະກຳສໍາຮອງ. ສອງຝ່າຍພວມຕັ້ງໜ້າປຶກສາຫາລືກ່ຽວກັບມາດຕະການແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດສອງຝ່າຍ ຜ່ານການແລກປ່ຽນສິນຄ້າສົ່ງອອກປະເພດຕ່າງໆທີ່ມີຄວາສາສມາດບົ່ມຊ້ອມ, ສົມທົບກັນແກ້ໄຂບັນຫາການເຂົ້າເຖິງຕະຫຼາດ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ.
ນອກຈາກນັ້ນ, ຫວຽດນາມ ແລະ ອາຟຣີກາໃຕ້ ຍັງໄດ້ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ. ໝາກຜົນທີ່ເປັນໜ້າສົ່ງເສີມລະຫວ່າງຫວຽດນາມ ແລະ ອາຟຣີກາໃຕ້ ໃນຊຸມປີຜ່ານມາໄດ້ສະແດງອອກໃຫ້ເຫັນຜ່ານສັນຍາ, ຂໍ້ຕົກລົງ ທີ່ສອງປະເທດໄດ້ລົງນາມ. ບາງທ້ອງຖິ່ນຂອງຫວຽດນາມ ຄື: ນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ນະຄອນ ຫາຍຟ່ອງ ໄດ້ສ້າງຕັ້ງການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງອາຟຣີກາໃຕ້.
ການນຳ ແລະປະຊາຊົນຫວຽດນາມ ຕ້ອນຮັບທ່ານປະທານາທິບໍດີ Ramaphosa ມາຢ້ຽມຢາມທາງລັດຖະກິດ ແມ່ນເພື່ອແນໃສ່ຢັ້ງຢືນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານກັບ ອາຟຣີກາໃຕ້; ພ້ອມທັງສະແດງຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດທີ່ແທດຈິງ, ເໝາະສົມກັບຄວາມຕ້ອງການພັດທະນາຂອງປະເທດ, ສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ບັນດາເນື້ອໃນແລກປ່ຽນທີ່ສຳຄັນ ກໍ່ຄືບັນດາໝາກຜົນ, ຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຂອງທ່ານປະທານາທິບໍດີອາຟຣີກາໃຕ້ ໃນຄັ້ງນີ້ຈະນຳການພົວພັນຄູ່ຮ່ວມມືເພື່ອການຮ່ວມມື ແລະພັດທະນາ ຫວຽດນາມ-ອາຟຣີກາໃຕ້ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍການຈະເລີນເຕີບໂຕໃໝ່, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ.
ໂດຍ: ທູຈາງ