ຕອບສຳພາດຕໍ່ນັກຂ່າວຫວຽດນາມ ຢູ່ Berlin, ທ່ານ Daniel Müller, ຜູ້ຕາງໜ້າສະມາຄົມນັກທຸລະກິດເຢຍລະມັນ ປະຈຳອາຊີ - ປາຊີຟິກ (OAV), ພ້ອມທັງເປັນຜູ້ຕາງໜ້າ OAV ຢູ່ຄະນະກຳມະການເສດຖະກິດ ອາຊີ - ປາຊີຟິກ (APA) ຂອງເຢຍລະມັນ, ໃຫ້ຮູ້ວ່າ ພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງສະຫະພາບເອີລົບ (ອີຢູ) ແລະ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດ, ການຄ້າທີ່ມີອຸດົມການ ແລະເພີ່ມເຕີມໃຫ້ກັນໃນຫຼາຍດ້ານ.

ຕີລາຄາກ່ຽວກັບການພົວພັນດ້ານເສດຖະກິດ, ການຄ້າ ແລະນະໂຍບາຍລົງທຶນລະຫວ່າງ ເຢຍລະມັນ ແລະ ຫວຽດນາມ, ທ່ານ Müller ໃຫ້ຮູ້ວ່າ: ການພົວພັນລະຫວ່າງສອງປະເທດໃນຂົງເຂດເສດຖະກິດທີ່ແຕກຕ່າງກັນໄດ້ຮັບການເປີດກວ້າງ ແລະເພີ່ມທະວີຢ່າງຕັ້ງໜ້າໃນຊຸມປີມໍ່ໆມານີ້. ຄວາມຄືບໜ້າພ້ອມກັບເປົ້າໝາຍດ້ານເສດຖະກິດຂອງຫວຽດນາມ ສືບຕໍ່ບັນລຸໄດ້ໃນລະດັບສູງ ໄດ້ຮັບການຮັບຮູ້ຈາກບັນດາວິສາຫະກິດເຢຍລະມັນ  ແລະປາດຖະໜາຢາກເຂົ້າຮ່ວມທ່າອ່ຽງທີ່ເພີ່ມຂຶ້ນນີ້.

ທ່ານ Müller ໃຫ້ຮູ້ວ່າ ໃນຂົງເຂດລົງທຶນກໍ່ຮັບຮູ້ທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ກໍາລັງໜູນຕົ້ນຕໍຂອງການເຕີບໂຕນີ້ແມ່ນການເປີດກວ້າງການເຄື່ອນໄຫວຂອງບັນດາວິສາຫະກິດເຢຍລະມັນ ຢູ່ອາຊີ, ທັງເພື່ອຮັບໃຊ້ຕະຫຼາດພາຍໃນປະເທດທີ່ຂະຫຍັນຂັນເຄື່ອນຂອງຫວຽດນາມ, ທັງເຂົ້າເຖິງຕະຫຼາດການເຕີບໂຕຂອງປະເທດເພື່ອນບ້ານໃກ້ຄຽງໃນພາກພື້ນ.

ຕາມທ່ານ Müller ແລ້ວ, ເລື່ອງ ອີຢູ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA), ອາດຈະສ້າງກໍາລັງໜູນໃໝ່, ຍ້ອນວ່າສັນຍາ EVIPA ສາມາດຊ່ວຍຍົກສູງລະດັບຄວາມປອດໄພດ້ານນິຕິກໍາໃຫ້ແກ່ບັນດານັກລົງທຶນ, ຕົວຢ່າງຄືຜ່ານກົນໄກແກ້ໄຂຂໍ້ຂັດແຍ່ງທີ່ທັນສະໄໝ ແລະຍຸຕິທຳ.

ຄຽງຂ້າງນັ້ນ, ຄວາມມານະພະຍາຍາມຂອງລັດຖະບານສອງປະເທດໃນການເພີ່ມທະວີການຮ່ວມມືດ້ານການເມືອງ ກໍ່ໄດ້ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພົວພັນດ້ານເສດຖະກິດຂອງສອງຝ່າຍຢ່າງເລິກເຊິ່ງກວ່າອີກ.

leftcenterrightdel
ເຂົ້າໜົມຂອງສະຫະກອນ ຕຽນຢ້ຽນ ບັນລຸໄດ້ມາດຖານ OCOP 3 ດາວ ຈາກ ໄທຫງວຽນ ໄດ້ຮັບການຈຳໜ່າຍຢູ່ຕະຫຼາດເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍຕົວຈິງທີ່ວ່າ ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດແມ່ນເພື່ອແນໃສ່ດຶງດູດວິສາຫະກິດຕ່າງປະເທດ, ທ່ານ Müller ຕີລາຄາວ່າ ເມື່ອທຽບໃສ່ບັນດາຕະຫຼາດອາຊີ ອື່ນແລ້ວ, ສາມາດເຫັນໄດ້ຄວາມມີໄຫວພິບ ແລະຄວາມໄວ້ເນື້ອເຊື່ອໃຈສູງໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ.

ເຖິງຢ່າງໃດກໍ່ຕາມ, ຜູ້ຕາງໜ້າ OAV ໃຫ້ຮູ້ວ່າ ຄຽງຂ້າງກາລະໂອກາດຫຼາຍຢ່າງແລ້ວ, ຍັງມີບັນດາສິ່ງທ້າທາຍທີ່ຮຽກຮ້ອງໃຫ້ບັນດາວິສາຫະກິດ ເຢຍລະມັນ ຕ້ອງມີການກະກຽມຢ່າງລະມັດລະວັງ ແລະມີຍຸດທະສາດ.

ຄວາມຫຍຸ້ງຍາກທີ່ບັນດາວິສາຫະກິດເຢຍລະມັນ ອາດຈະປະສົບຢູ່ຫວຽດນາມ ລວມມີລະບຽບການອອກໃບອະນຸຍາດແກ່ຍາວ, ລະບົບກົດໝາຍທີ່ສັບສົນ ແລະບາງເທື່ອຍັງຂາດຄວາມໂປ່ງໃສ, ການສໍ້ລາດບັງຫຼວງ, ຂໍ້ຈຳກັດກ່ຽວກັບພື້ນຖານໂຄງລ່າງ, ຄວາມຫຍຸ້ງຍາກໃນການຊອກຫາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ກໍ່ຄື ຄວາມຈຳເປັນທີ່ຕ້ອງປັບປຸງບັນດາມາດຖານທີ່ຍືນຍົງໃນຕ່ອງໂສ້ການສະໜອງ.

ໃນສະພາບການທີ່ການພົວພັນດ້ານເສດຖະກິດທົ່ວໂລກນັບມື້ນັບບໍ່ໝັ້ນຄົງ ແລະບໍ່ແນ່ນອນ, ທ່ານ Müller ຢືນຢັນວ່າ ບັນດາວິສາຫະກິດ ແລະລັດຖະບານຂອງສອງປະເທດ ລ້ວນແຕ່ມີຜົນປະໂຫຍດຢ່າງໃຫຍ່ຫຼວງໃນການຊຸກຍູ້ການແລກປ່ຽນດ້ານເສດຖະກິດສອງຝ່າຍໃຫ້ແຂງແຮງຕື່ມອີກ, ເພື່ອແນໃສ່ສ້າງສະຖຽນລະພາບ ແລະຄວາມສາມາດໃນການຄາດຄະເນລ່ວງໜ້າ.

ໝາກຜົນດັ່ງກ່າວສະແດງໃຫ້ເຫັນວ່າ, ການລົງທຶນຂອງບັນດາວິສາຫະກິດເຢຍລະມັນ ຢູ່ຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນ. ໃນຂອບເຂດທີ່ຫວຽດນາມ ສາມາດຍົກລະດັບຄຸນຄ່າທາງດ້ານເສດຖະກິດໃຫ້ສູງກວ່າເກົ່າ, ຈະເປີດກາລະໂອກາດຮ່ວມມືໃໝ່, ຮຽກຮ້ອງໃຫ້ມີເຕັກໂນໂລຊີທີ່ສູງກວ່າ.

ໃນຂະນະນັ້ນ, ກໍ່ຍັງຈະມີຄວາມສາມາດບົ່ມຊ້ອນດ້ານການລົງທຶນຈາກວິສາຫະກິດຫວຽດນາມ ໄປຍັງເຢຍລະມັນ. ຝ່າຍເຢຍລະມັນ ຍາມໃດກໍ່ເນັ້ນໜັກວ່າ ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ ບໍ່ຄວນມີແຕ່ລວງດຽວ.

ກ່ຽວກັບບົດບາດຂອງ OAV ໃນຂະບວນການຊຸກຍູ້ການພົວພັນດ້ານເສດຖະກິດ ແລະການລົງທຶນລະຫວ່າງ ເຢຍລະມັນ ແລະ ຫວຽດນາມ, ທ່ານ Müller ໃຫ້ຮູ້ວ່າ OAV ສະໜອງຂໍ້ມູນໃຫ້ບັນດາວິສາຫະກິດສະມາຊິກກ່ຽວກັບຕະຫຼາດທີ່ດຶງດູດໃຈຄື ຫວຽດນາມ.

ພ້ອມນັ້ນ, OAV ຍັງຈັດຕັ້ງການໂອ້ລົມສົນທະນາລວມ ຫຼືລົງເລິກຂະແໜງວິຊາສະເພາະ, ການສຳມະນາ ແລະການປະຕິບັດງານ, ໃນນັ້ນມີການພົບປະກັບຜູ້ຕາງໜ້າການເມືອງຂັ້ນສູງທີ່ມາຈາກບັນດາປະເທດຄູ່ຮ່ວມມືຄື ຫວຽດນາມ.

ສຸດທ້າຍ, ອົງການຈັດຕັ້ງນີ້ ໄດ້ເຕົ້າໂຮມເອົາຄວາມສົນໃຈທີ່ລະອຽດຂອງວິສາຫະກິດ ເພື່ອເອົາເຂົ້າໃນເນື້ອໃນຂອງການສົນທະນານະໂຍບາຍເສດຖະກິດ, ກໍ່ຄືພະຍາຍາມເປັນຂົວເຊື່ອມຕໍ່ທີ່ເປັນກາງເມື່ອມີບັນຫາເກີດຂຶ້ນລະຫວ່າງຝ່າຍຕ່າງໆ.

ທ່ານ Müller ຕີລາຄາວ່າ: ຫວຽດນາມ ແມ່ນຕະຫຼາດທີ່ດຶງດູດວິສາຫະກິດສະມາຊິກ OAV ໃນບັນດາຂົງເຂດ ຄື: ອຸດສາຫະກຳປຸງແຕ່ງ (ໂດຍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ຂະບວນການຜະລິດແບບອັດຕະໂນມັດ); ພື້ນຖານໂຄງລ່າງ ແລະຄົມມະນາຄົມຂົນສົ່ງ; ພະລັງງານທົດແທນ; ການເຄື່ອນໄຫວລະບົບຕ່ອງໂສ້ການສະໜອງ; ສາທາລະນະສຸກ; ການພັດທະນາຊັບພະຍາກອນມະນຸດ; ກະສິກຳ ແລະການປຸງແຕ່ງສະບຽງອາຫານ.

ເພື່ອໃຫ້ ຫວຽດນາມ ສາມາດດຶງດູດບັນດາວິສາຫະກິດ ເຢຍລະມັນ ແລະ ເອີລົບ ຢ່າງແຂງແຮງນັ້ນ, ໃນຖານະທີ່ເປັນຜູ້ຊ່ຽວຊານຂອງ OAV, ທ່ານ Müller ປາດຖະໜາຢາກວ່າ ຫວຽດນາມ ຄວນສືບຕໍ່ປັບປຸງ ແລະຜັນຂະຫຍາຍບັນດາເງື່ອນໄຂ ແລະກົນໄກເສດຖະກິດມະຫາພາກ.

ໃນນັ້ນ, ຄວນຍົກລະດັບລະບົບພື້ນຖານໂຄງລ່າງ ແລະເຄືອຂ່າຍ logistics, ພິເສດແມ່ນບັນດາເຂດນອກ ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ຄຽງຂ້າງນັ້ນ, ການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ເໝາະສົມກັບລະດັບມູນຄ່າເພີ່ມສູງຂຶ້ນໃນອະນາຄົດແມ່ນໜ້າທີ່ວຽກງານອັນຮີບດ່ວນ.

ດ້ານບໍລິຫານ, ສິ່ງທ້າທາຍໃຫຍ່ແມ່ນການສ້າງ ແລະບັງຄັບໃຊ້ລະບົບກົດໝາຍ, ຂໍ້ກຳນົດທີ່ສະເໝີຕົ້ນສະເໝີປາຍ ແລະຄົບຊຸດ; ການຫັນຂັ້ນຕອນການອອກໃບອະນຸຍາດແບບດີຈີຕອນມາໃຊ້ ແມ່ນຍັງມີຄວາມຕ້ອງການສູງ.

ນອກຈາກນັ້ນ, ຫວຽດນາມ ຄວນສືບຕໍ່ເປີດກວ້າງຂົງເຂດຕ່າງໆຕື່ມອີກ, ນັບທັງຂົງເຂດທີ່ສຳຄັນຫຼັກແຫຼ່ງ, ຈົນເຖິງແຫຼ່ງເງິນລົງທຶນຕ່າງປະເທດ. ຂັ້ນຕອນນີ້ລວມມີທັງການຈັດການປະມູນສາທາລະນະທີ່ໂປ່ງໃສ ແລະຍຸຕິທຳ.

ຕາມຜູ້ຕາງໜ້າ OAV ແລ້ວ, ໂດຍລວມ, ຫວຽດນາມ ຕ້ອງຄ່ອຍໆເພີ່ມອັດຕາສ່ວນມູນຄ່າເພີ່ມພາຍໃນປະເທດ ເພື່ອທັງຂຸດຄົ້ນຄວາມສາມາດບົ່ມຊ້ອນພັດທະນາພາຍໃນປະເທດໃຫ້ໄດ້ຢ່າງສຸດຂີດ ແລະຫຼຸດຜ່ອນການເອື່ອຍອີງໃສ່ການຄ້າທົ່ວໂລກ ທີ່ນັບມື້ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຍ້ອນຄວາມເຄັ່ງຕຶງທາງດ້ານພູມສາດການເມືອງເພີ່ມຂຶ້ນ. ໃນຂະບວນການນີ້, ວິສາຫະກິດເຢຍລະມັນສາມາດສືບຕໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ຍືນຍົງຂອງຫວຽດນາມ.

ໂດຍ: ຈາງຫງວຽນ