ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ :
ການສັບຊ້ອນໜ່ວຍບໍລິການສາທາລະນະ ຕ້ອງໃກ້ຊິດຕິດແທດກັບຄວາມຮຽກຮ້ອງຕົວຈິງ
ຕອນຄ່ຳວັນທີ 6 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການສະຫຼຸບມະຕິ ສະບັບເລກທີ 18 ກ່ຽວກັບການສັບຊ້ອນໜ່ວຍບໍລິການສາທາລະນະ ທີ່ຂຶ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn |
ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ ເປົ້າໝາຍຂອງມະຕິແມ່ນການເຮັດໃຫ້ກົງຈັກຂອງລະບົບການເມືອງກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ຍົກສູງລັກສະນະເປັນເຈົ້າການ, ຍົກສູງຄຸນນະພາບການອອກແຮງງານ, ເພີ່ມຄຸນນະພາບການບໍລິການສາທາລະນະ, ຮັບໃຊ້ປະຊາຊົນ, ວິສາຫະກິດ, ຫຼຸດຜ່ອນການໃຊ້ຈ່າຍງົບປະມານແຫ່ງລັດ, ພ້ອມດຽວກັນນັ້ນ ກໍເພີ່ມລະດັບການຊົມໃຊ້ ແລະ ການເຂົ້າຮ່ວມຂອງປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງພາຍໃນ ແນະນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ປະຕິບັດການສັບຊ້ອນຫົວໜ່ວຍສະເພາະກິດ, ລັດວິສາຫະກິດ ເພື່ອແນໃສ່ເປົ້າໝາຍຮັບໃຊ້ປະຊາຊົນໃຫ້ດີທີ່ສຸດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງປະຊາຊົນ… ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ: “ບົນເນື້ອໃນຈິດໃຈທີ່ວ່າ ຊີວິດຂອງປະຊາຊົນຕ້ອງໄດ້ຮັບການຍົກສູງຂຶ້ນ, ໃນນັ້ນມີການກວດ, ປິ່ນປົວພະຍາດ ແລະ ສິດໄດ້ຮ່ຳຮຽນ. ອີງໃສ່ສະພາບຕົວຈິງ, ຕ້ອງເລີ່ມມາຈາກສະພາບຕົວຈິງເພື່ອກວດສຸຂະພາບ ປິ່ນປົວພະຍາດໃຫ້ແກ່ປະຊາຊົນໃຫ້ດີທີ່ສຸດ. ຕ້ອງແບ່ງຂັ້ນໃຫ້ທ້ອງຖິ່ນໂດຍອີງໃສ່ເງື່ອນໄຂຕົວຈິງ. ສ່ວນເປົ້າໝາຍແມ່ນຕ້ອງຮັບປະກັນການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນຢ່າງສະດວກທີ່ສຸດ, ຮັບປະກັນໃຫ້ນັກຮຽນໄດ້ໄປໂຮງຮຽນ”.
ແຫຼ່ງຄັດຈາກ: vovworld.vn