ສະເພາະຢູ່ໂມຊໍາບິກ, ປີນີ້ແມ່ນປີທີ 10 ທີ່ກຸ່ມບໍລິສັດມີໜ້າລົງທຶນຢູ່ປະເທດນີ້ຜ່ານເຄືອຂ່າຍຂໍ້ມູນຂ່າວສານມືຖື Movitel (ຮ່ວມທຸລະກິດລະຫວ່າງ Viettel ແລະບໍລິສັດ SPI ຂອງປະເທດປະຈໍາຖິ່ນ), ມີເງິນລົງທຶນກວ່າ 600 ລ້ານໂດລາສະຫະລັດ, ໃນນ້ັນ, Viettel ປະກອບກວ່າ 70%.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດໂມຊຳບິກ ຢັ້ງຢືນວ່າ ການລົງທຶນຂອງ Viettel ຢູ່ ໂມຊຳບິກ ແມ່ນຜົນສຳເລັດຂອງການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ, ສອງຊາດ; ເນັ້ນໜັກວ່າ ສະພາແຫ່ງຊາດໂມຊຳບິກ ຈະປັບປຸງນະໂຍບາຍ, ກົດໝາຍເພື່ອສ້າງເງື່ອນໄຂໃຫ້ Viettel ກໍ່ຄືບັນດານັກລົງທຶນຕ່າງປະເທດອື່ນມີຄວາມອຸ່ນອ່ຽນໃຈ, ຍູ້ແຮງການລົງທຶນ, ດຳເນີນທຸລະກິດຢູ່ປະເທດນີ້.

ໂດຍ: ແສງເດືອນ