ການເລືອກຕັ້ງ 2026 ສ່ອງແສງກຳລັງການຄຸ້ມຄອງບໍລິຫານ ແລະການເຕີບໃຫຍ່ຂອງ ຫວຽດນາມ
ກປ.ອອນໄລ - ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ໄດ້ໂດດເດັ່ນຂຶ້ນຄືດັ່ງບັນດາເລື່ອງລາວທີ່ບັນລຸຜົນສຳເລັດທີ່ໜ້າສົນໃຈຂອງ ອາຊີ.
“ການເລືອກຕັ້ງ 2026 ສ່ອງແສງກຳລັງການຄຸ້ມຄອງ ແລະເຕີບໃຫຍ່ຂອງ ຫວຽດນາມ”. ທ່ານ Rizvie Salih, ຮອງປະທານສະພາແຫ່ງຊາດ ສີລັງກາ ເນັ້ນໜັກຄືແນວນັ້ນ ໃນບົດຂຽນສະຫງວນສະເພາະໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດຈັດເຫດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຂອງ ຫວຽດນາມ ທີ່ຈັດຂຶ້ນໃນວັນທີ 15 ມີນາ.
ທ່ານຮອງປະທານສະພາແຫ່ງຊາດ Rizvie Salih ຖືວ່າ ວຽກງານກະກຽມໃຫ້ແກ່ການເລືອກຕັ້ງອົງການນິຕິບັນຍັດຄັ້ງຈະມາເຖິງຢູ່ ຫວຽດນາມ ພວມໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ ແລະມີການສົມທົບກັນຢ່າງແໜ້ນແຟ້ນ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ຈະປະກອບສ່ວນຮັບປະກັນໃຫ້ການເລືອກຕັ້ງໄດ້ຈັດຂຶ້ນຢ່າງສະດວກ, ມີປະສິດທິຜົນ, ພ້ອມກັນນັ້ນ ກໍ່ເປັນການສ່ອງແສງກຳລັງການຄຸ້ມຄອງບໍລິຫານ ແລະການເຕີບໃຫຍ່ດ້ານການເມືອງຂອງປະເທດຊາດ.
    |
 |
|
ທ່ານ Rizvie Salih, ຮອງປະທານສະພາແຫ່ງຊາດ ສີລັງກາ. ພາບ: VOV |
ທ່ານເນັ້ນໜັກວ່າ ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ໄດ້ໂດດເດັ່ນຂຶ້ນຄືດັ່ງບັນດາເລື່ອງລາວທີ່ບັນລຸຜົນສຳເລັດທີ່ໜ້າສົນໃຈຂອງ ອາຊີ. ບັນດາຜົນງານນັ້ນສ່ອງແສງຄຳໝັ້ນສັນຍາຂອງການນຳ ແລະປະຊາຊົນ ຫວຽດນາມ ຕໍ່ເປົ້າໝາຍພັດທະນາປະເທດຊາດ ແລະຄວາມກ້າວໜ້າໃນສັງຄົມຢ່າງແຮງ. ໃນສະພາບການນັ້ນ, ການເລືອກຕັ້ງອົງການນິຕິບັນຍັດຄັ້ງທີ່ຈະມາເຖິງ ຈະແມ່ນບາດກ້າວສຳຄັນຕໍ່ໄປ ເພື່ອປັບປຸງບັນດາໝາກຜົນທີ່ບັນລຸໄດ້, ພ້ອມກັນນັ້ນກໍ່ກະກຽມໃຫ້ບັນດາຄວາມຄາດຫວັງພັດທະນາໃນອະນາຄົດ. ທ່ານ Rizvie Salih ເຊື່ອໝັ້ນວ່າ ການເລືອກຕັ້ງຈະໄດ້ຈັດຂຶ້ນບັນລຸຢ່າງສຳເລັດຜົນ ກໍຄືເຊື່ອໝັ້ນຕໍ່ແງ່ຫວັງສືບຕໍ່ພັດທະນາຂອງ ຫວຽດນາມ.
ໂດຍ: ກວຽດເຕິມ