ປີ 2026 ຖືວ່າເປັນຈຸດເລີ່ມຕົ້ນຂອງວົງຈອນການພັດທະນາໃໝ່ຂອງເສດຖະກິດຫວຽດນາມ, ເມື່ອພື້ນຖານການຟື້ນຟູຂອງໄລຍະ 2024-2025 ໄດ້ສ້າງທ່າທີ ແລະກໍາລັງແຮງທີ່ແຕກຕ່າງເມື່ອທຽບກັບກ່ອນນີ້.
ໃນສະພາບການຂອງເສດຖະກິດທົ່ວໂລກທີ່ຍັງບໍ່ແນ່ນອນ, ທັດສະນະຂອງບັນດາອົງການຈັດຕັ້ງສາກົນກ່ຽວກັບຫວຽດນາມ ບໍ່ພຽງແຕ່ມີການເຕີບໂຕເທົ່ານັ້ນ, ແຕ່ຍັງນັບມື້ນັບເນັ້ນໜັກເຖິງຄຸນນະພາບ, ໂຄງປະກອບ ແລະຄວາມສາມາດໃນການປັບຕົວຂອງພື້ນຖານເສດຖະກິດອີກດ້ວຍ.
ຫຼັງຈາກສອງປີທີ່ຟື້ນຟູຢ່າງແຂງແຮງ, ຫວຽດນາມ ກ້າວເຂົ້າສູ່ແຜນການ 5 ປີ 2026-2030 ດ້ວຍພື້ນຖານມະຫາພາກມີສະຖຽນລະພາບກວ່າເກົ່າ, ອັດຕາເງິນເຟີ້ໄດ້ຮັບການຄວບຄຸມ, ຄວາມດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນໂດຍພື້ນຖານ ແລະຄວາມໄວ້ເນື້ອເຊື່ອໃຈຂອງຕະຫຼາດຄ່ອຍໆໄດ້ຮັບການປັບປຸງ.
    |
 |
|
ທ່າກຳປັ່ນສາກົນ Gemalink, ເມືອງ ຟູມີ້, ແຂວງ ບ່າເຣ້ຍ-ຫວູ້ເຕົ່າ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານນາງ Mariam J. Sherman, ຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ, ກຳປູເຈຍ ແລະ ລາວ ແລ້ວ, ທ່າໄດ້ປຽບຂອງຫວຽດນາມ ແມ່ນຢູ່ນຳທີ່ຕັ້ງຍຸດທະສາດໃນເສັ້ນທາງການຄ້າຂອງອາຊີ, ພື້ນຖານອຸດສາຫະກຳນັບມື້ນັບສົມບູນແບບ, ເຄືອຂ່າຍສັນຍາການຄ້າເສລີທີ່ກວ້າງຂວາງ ແລະກຳລັງຜູ້ອອກແຮງງານມີກໍາລັງແກ່ງແຍ້ງແຂ່ງຂັນ.
ປັດໄຈເຫຼົ່ານີ້ຊ່ວຍໃຫ້ຫວຽດນາມ ສືບຕໍ່ໄດ້ຈັດເຂົ້າໃນກຸ່ມພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດຂອງ ອາຊຽນ ໃນບົດລາຍງານແງ່ຫວັງ ປີ 2026.
ຈຸດພົ້ນເດັ່ນໃນບົດລາຍງານປີນີ້ແມ່ນການປ່ຽນແປງທັດສະນະກ່ຽວກັບກໍາລັງໜູນການເຕີບໂຕ. ກ່ອນໜ້ານີ້ການສົ່ງອອກ ແລະ FDI ຖືວ່າ ເປັນສອງເສົາຄ້ຳທີ່ເກືອບວ່າສຸດຍອດແລ້ວ, ແຕ່ມາໃນປະຈຸບັນ ຫຼາຍອົງການຈັດຕັ້ງ, ໃນນັ້ນມີ Citi Research, ໄດ້ເນັ້ນໜັກເຖິງບົດບາດທີ່ນັບມື້ນັບຈະແຈ້ງຂອງຕະຫຼາດພາຍໃນປະເທດ.
ດ້ວຍ GDP ຕໍ່ຫົວຄົນທີ່ຄາດຄະເນວ່າຈະລື່ນກາຍ 5.000 ໂດລາສະຫະລັດ ໃນປີ 2026, ຫວຽດນາມ ກຳລັງກ້າວເຂົ້າໃກ້ຖານລາຍຮັບປານກາງສູງ, ພ້ອມທັງສ້າງຄົນຊົນຊັ້ນກາງທີ່ມີກຳລັງຊື້ຫຼາຍຂຶ້ນ.
ຕະຫຼາດຢູ່ພາຍໃນປະເທດເປີດກວ້າງ ບໍ່ພຽງແຕ່ສ້າງຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ວິສາຫະກິດພາຍໃນປະເທດເທົ່ານັ້ນ ຫາກຍັງເຮັດໃຫ້ຫວຽດນາມ ກາຍເປັນຈຸດນັດພົບທີ່ໜ້າສົນໃຈຫຼາຍຂຶ້ນສຳລັບນັກລົງທຶນທີ່ມຸ່ງໄປເຖິງຍຸດທະສາດ "ການຜະລິດທີ່ຕິດພັນກັບຕະຫຼາດ".
ກະແສເງິນລົງທຶນ FDI ກໍ່ກຳລັງຫັນປ່ຽນໄປຕາມທິດທີ່ມີຄຸນນະພາບສູງກວ່າ. ແທນທີ່ໃຫ້ແກ່ການອີງໃສ່ທ່າໄດ້ປຽບຄ່າແຮງງານຕໍ່າ, ໂຄງການໃໝ່ຫຼາຍແຫ່ງໄດ້ສຸມໃສ່ເຕັກໂນໂລຢີສູງ, ການຜະລິດອັດສະລິຍະ ແລະພະລັງງານທົດແທນ.
ຫວຽດນາມ ຄ່ອຍໆໄດ້ຮັບການຮັບຮູ້ວ່າ ບໍ່ພຽງແຕ່ເປັນ "ໂຮງງານ" ສົ່ງອອກເທົ່ານັ້ນ ແຕ່ຍັງເປັນຕ່ອງໂສ້ທີ່ສຳຄັນໃນລະບົບນິເວດການຜະລິດໃນພາກພື້ນ. ທ່າອ່ຽງນີ້ໄດ້ເປີດໂອກາດໃຫ້ແກ່ການສ້າງຕັ້ງກຸ່ມຮ່ວມສໍາພັນລະຫວ່າງຂະແໜງການ, ຊຸກຍູ້ການຖ່າຍຖອດເຕັກໂນໂລຊີ ແລະຍົກສູງທີ່ຕັ້ງໃນລະບົບມູນຄ່າທົ່ວໂລກ.
ເຖິງຢ່າງໃດກໍ່ຕາມ, ບັນດາອົງການຈັດຕັ້ງສາກົນກໍ່ເນັ້ນໜັກວ່າ ເພື່ອຮັກສາທ່າເຕີບໂຕສູງ ແລະມຸ່ງໄປເຖິງການບຸກທະລຸ, ຫວຽດນາມ ຕ້ອງສຸມໃສ່ການປະຕິຮູບໂຄງປະກອບ. OECD ແລະ IMF ຖືວ່າມີຄວາມສາມາດບົ່ມຊ້ອນເຕີບໂຕໂດຍອີງໃສ່ການເປີດກວ້າງທຶນຮອນ ແລະແຮງງານທີ່ກຳລັງຫຼຸດລົງ, ໃນຂະນະທີ່ສະມັດຕະພາບ ແລະນະວັດຕະກຳຈະເປັນປັດໄຈຕັດສິນໃນໄລຍະກາງ ແລະໄລຍະຍາວ.
ການປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ການເຮັດໃຫ້ຂັ້ນຕອນການບໍລິຫານງ່າຍຂຶ້ນ, ການພັດທະນາຕະຫຼາດທຶນຮອນທີ່ໂປ່ງໃສ ແລະການສ້າງກົນໄກການທົດລອງສຳລັບຮູບແບບເສດຖະກິດໃໝ່ຖືວ່າເປັນບາດກ້າວເດີນຫຼັກແຫຼ່ງເພື່ອກະຕຸ້ນກະແສເງິນລົງທຶນ ແລະປະດິດສ້າງໃໝ່.
ຄຳສະເໜີທີ່ສຳຄັນອີກອັນໜຶ່ງແມ່ນການເພີ່ມທະວີການຮ່ວມສຳພັນລະຫວ່າງຂົງເຂດ FDI ແລະວິສາຫະກິດພາຍໃນປະເທດ. ໃນຂະນະທີ່ກຸ່ມບໍລິສັດນາໆຊາດເປີດກວ້າງການຜະລິດຢູ່ຫວຽດນາມ, ກາລະໂອກາດແຜ່ຂະຫຍາຍເຕັກໂນໂລຊີ ແລະຍົກສູງມາດຕະຖານການບໍລິຫານແມ່ນໃຫຍ່ຫຼວງ.
ບັນຫາທີ່ວາງອອກແມ່ນວິສາຫະກິດພາຍໃນປະເທດຕ້ອງໄດ້ຮັບການໜູນຊ່ວຍເພື່ອຍົກສູງກໍາລັງຄວາມສາມາດ, ຕັ້ງແຕ່ມາດຕະຖານການຜະລິດ, ການບໍລິຫານຄວາມສ່ຽງຈົນເຖິງການເຂົ້າເຖິງດ້ານການເງິນ, ເພື່ອສາມາດເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງຢ່າງເລິກເຊິ່ງກວ່າ. ການເຊື່ອມຕໍ່ນີ້ບໍ່ພຽງແຕ່ຊ່ວຍເພີ່ມມູນຄ່າພາຍໃນປະເທດເທົ່ານັ້ນແຕ່ຍັງປັບປຸງພື້ນຖານການເຕີບໂຕແບບຍືນຍົງອີກດວ້ຍ.
ໄປຄຽງຄູ່ກັບສິ່ງດັ່ງກ່າວນີ້ແມ່ນຄວາມຮຽກຮ້ອງຕ້ອງການສຳລັບການຫັນປ່ຽນສີຂຽວ ແລະການຫັນປ່ຽນດີຈີຕອນ. ມາດຕະຖານສິ່ງແວດລ້ອມຢູ່ຕະຫຼາດໃຫຍ່ທີ່ນັບມື້ນັບສູງໄດ້ບັງຄັບໃຫ້ວິສາຫະກິດຫວຽດນາມ ຕ້ອງລົງທຶນໃສ່ເຕັກໂນໂລຊີທີ່ປະຢັດພະລັງງານ ແລະການພັດທະນາພະລັງງານທົດແທນຫຼາຍກວ່າ.
ການລົງທຶນໃສ່ພື້ນຖານໂຄງລ່າງສີຂຽວ, logistics ທີ່ທັນສະໄໝ ແລະເສດຖະກິດດີຈີຕອນໄດ້ຮັບການພິຈາລະນາຈາກອົງການຈັດຕັ້ງສາກົນຫຼາຍແຫ່ງວ່າ ເປັນຍຸດທະສາດໄລຍະຍາວເພື່ອຮັກສາທ່າໄດ້ປຽບໃນການແກ່ງແຍ້ງ, ພ້ອມທັງສອດຄ່ອງກັບການກໍານົດທິດພັດທະນາທີ່ອີງໃສ່ນະວັດຕະກໍາ ແລະການເຕີບໂຕສີຂຽວທີ່ຫວຽດນາມ ພວມພັດທະນາ.
ໂດຍລວມແລ້ວ, ປີ 2026 ຂອງຫວຽດນາມ ບໍ່ພຽງແຕ່ເປັນເລື່ອງລາວກ່ຽວກັບລະດັບການເຕີບໂຕທີ່ສູງກວ່າລະດັບສະເລ່ຍຂອງໂລກເທົ່ານັ້ນ, ແຕ່ຍັງເປັນບາດກ້າວເລີ່ມຕົ້ນໃຫ້ແກ່ໄລຍະພັດທະນາໃໝ່ ໂດຍອີງໃສ່ຄຸນນະພາບ ແລະລວງເລິກອີກດ້ວຍ.
ການຕີລາຄາທີ່ຕັ້ງໜ້າຂອງອົງການຈັດຕັ້ງສາກົນບໍ່ພຽງແຕ່ອີງໃສ່ຕົວເລກຄາດຄະເນເທົ່ານັ້ນ, ແຕ່ຍັງອີງໃສ່ຄວາມໄວ້ເນື້ອເຊື່ອໃຈທີ່ວ່າຫວຽດນາມ ກຳລັງມີເງື່ອນໄຂຄົບຖ້ວນເພື່ອຫັນປ່ຽນທ່າໄດ້ປຽບຈາກສະຖຽນລະພາບເສດຖະກິດມະຫາພາກໃຫ້ກາຍເປັນກໍາລັງໜູນການປະຕິຮູບ ແລະການປ່ຽນແປງໃໝ່.
ໂດຍ: ຈາງຫງວຽນ