ໃນຂອບເຂດການຮ່ວມມື, Viettel ແລະ Ericsson ຈະຜັນຂະຫຍາຍບັນດາການເຄື່ອນໄຫວຄົ້ນຄ້ວາ, ທົດລອງ ແລະຕີລາຄາທາງດ້ານເຕັກນິກແນໃສ່ໝູນໃຊ້ປັນຍາປະດິດ (AI) ເຂົ້າໃນວິວັດການຄຸ້ມຄອງ ແລະປັບປຸງເຄືອຂ່າຍໃຫ້ດີກວ່າເກົ່າ. ເປົ້າໝາຍແມ່ນກໍ່ສ້າງລະບົບເຄືອຂ່າຍທີ່ມີຄວາມສາມາດ, ຄື: ເປັນເຈົ້າການພົບເຫັນ ແລະແກ້ໄຂອຸບັດຕິເຫດໂດຍໄວກວ່າ; ດັດປັບແບບອັດຕະໂນມັດ ເພື່ອຫຼຸດຜ່ອນການອຸດຕັນຂອງເຄືອຂ່າຍ; ເພີ່ມປະສິດທິຜົນການກະຈາຍຄື້ນ ແລະປະສິດທິພາບການເຄື່ອນໄຫວຢ່າງສຸດຂີດ; ຫຼຸດເວລາໃນການຜັນຂະຫຍາຍການບໍລິການໃໝ່.

ການປັບປຸງເຫຼົ່ານີ້ຈະຊ່ວຍໃຫ້ລູກຄ້າມີການເຊື່ອມຕໍ່ທີ່ໝັ້ນຄົງ, ລະດັບຄວາມໄວທີ່ດີກວ່າ ແລະການຂາດວັກຂາດຕອນໜ້ອຍກວ່າ, ພິເສດແມ່ນໃນສະພາບການທີ່ຄວາມຕ້ອງການນໍາໃຊ້ຂໍ້ມູນ ແລະການບໍລິການດີຈີຕອນນັບມື້ນັບເພີ່ມຂຶ້ນ.

leftcenterrightdel
Viettel ແລະ Ericsson ລົງນາມການຮ່ວມມື. ພາບ: qdnd.vn

ທ່ານ ລືວແມັ້ງຮ່າ, ຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ເຄືອຂ່າຍ Viettel ໃຫ້ຮູ້ວ່າ: “ພວກເຮົາຮ່ວມມືກັບ Ericsson ເພື່ອສ້າງເຄືອຂ່າຍ Viettel ທີ່ມີຄວາມສາມາດບໍລິຫານດ້ວຍຕົນເອງ ແລະຄຸ້ມຄອງດ້ວຍຕົນເອງເທື່ອລະກ້າວ, ຫຼຸດຜ່ອນການແຊກແຊງຢ່າງສຸດຂີດ, ແທນດ້ວຍລະບົບບໍລິຫານອັດສະລິຍະໂດຍອີງໃສ່ປັນຍາປະດິດ. ສິ່ງດັ່ງກ່າວຊ່ວຍໃຫ້ Viettel ຜັນຂະຫຍາຍການບໍລິການຢ່າງມີຄວາມໄຫວພິບກວ່າ, ຄ່າໃຊ້ຈ່າຍດີທີ່ສຸດ ແລະຕອບສະໜອງຄວາມຕ້ອງການ 5G ທີ່ນັບມື້ນັບສັບສົນຢ່າງມີປະສິດທິຜົນ”.

ທ່ານນາງ Rita Mokbel, ປະທານ Ericsson ຫວຽດນາມ ແບ່ງປັນວ່າ: “ຜ່ານການຮ່ວມມືທີ່ແໜ້ນແຟ້ນກັບ Viettel, ພວກເຮົາມຸ່ງໄປເຖິງການເປີດກວ້າງການໝູນໃຊ້ປັນຍາປະດິດດ້ວຍຂະໜາດໃຫຍ່, ຍົກສູງຄວາມສາມາດການບໍລິຫານເຄືອຂ່າຍ, ພັດທະນາເຄືອຂ່າຍທີ່ສ້າງຂຶ້ນດ້ວຍປະສິດຕິພາບສູງ. ການຮ່ວມມືດັ່ງກ່າວສະແດງໃຫ້ເຫັນຄໍາໝັ້ນສັນຍາຮ່ວມຂອງສອງຝ່າຍໃນການຄົ້ນຄ້ວາ ແລະຜັນຂະຫຍາຍເຕັກໂນໂລຢີປ່ຽນແປງໃໝ່ເພື່ອແນໃສ່ປັບປຸງຄຸນນະພາບເຄືອຂ່າຍ, ເພີ່ມປະສິດທິພາບການບໍລິຫານ ແລະກຽມພ້ອມໃຫ້ການບໍລິການໃນອະນາຄົດ”.

ໂດຍ: ທູຈາງ