ທີ່ການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດຫວຽດນາມ ແລະປະທານສະພາແຫ່ງຊາດໂມຊໍາບິກ ຕີລາຄາວ່າ ການຢ້ຽມຢາມຂອງປະທານສະພາແຫ່ງຊາດໂມຊໍາບິກ ທີ່ດໍາເນີນພາຍຫຼັງການພົບປະເຈລະຈາລະຫວ່າງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Filipe Jacinto Nyusi ປະທານພັກແນວໂຮມປົດປ່ອຍໂມຊໍາບິກ (FRELIMO), ປະທານາທິບໍດີໂມຊໍາບິກ ໃນຕົ້ນເດືອນມິຖຸນາ ປີ 2022 ແມ່ນເພື່ອແນໃສ່ຫັນແຜນນະໂຍບາຍ, ທິດທາງຮ່ວມມືຂອງການນໍາຂັ້ນສູງສອງປະເທດ ໃຫ້ປະກົດຜົນເປັນຈິງ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ໃຫ້ຫຼາຍກວ່າອີກ; ນໍາສາຍພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດໂມຊໍາບິກ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາບ:  ຢຸຍລີງ.

ກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃຫ້ນັບມື້ນັບແທດຈິງ, ໃນນັ້ນມີການຢ້ຽມຢາມຂັ້ນສູງ, ທຸກຂັ້ນເຊິ່ງກັນ ແລະກັນ. ປະທານສະພາແຫ່ງຊາດໂມຊໍາບິກ ແລະປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນຖືເປັນສໍາຄັນສາຍພົວພັນຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ; ສະແດງຄວາມປິຕິຊົມຊື່ນຍ້ອນວ່າ ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດໂມຊໍາບິກ.

ປະທານສະພາແຫ່ງຊາດໂມຊໍາບິກ ເຫັນດີເປັນເອກະພາບຕໍ່ຄໍາເຫັນຂອງປະທານສະພາແຫ່ງຊາດຫວຽດນາມ ທີ່ຖືວ່າ ເພື່ອໃຫ້ສາຍພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ກາຍເປັນໜຶ່ງໃນບັນດາເສົາຄ້ຳສໍາຄັນໃນການພົວພັນຫວຽດນາມ-ໂມຊໍາບິກ, ບັນດາເນື້ອໃນໃນຂໍ້ຕົກລົງຮ່ວມມືແມ່ນພື້ນຖານນິຕິກໍາທີ່ສຳຄັນເພື່ອໃຫ້ສະພາແຫ່ງຊາດສອງປະເທດ, ບັນດາອົງການຂອງສະພາແຫ່ງຊາດສອງປະເທດ ເພີ່ມທະວີ, ເປີດກວ້າງການຮ່ວມມືໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ