ຈະເລີນເຕີບໂຕນັບແຕ່ຕົ້ນປີ
ໃນເວລາ 15 ໂມງ 40 ນາທີ ຂອງວັນທີ 15 ມີນາ, ຖ້ຽວບິນການຄ້າຂອງ Sun PhuQuoc Airways ຈາກສະໜາມບິນສາກົນຝູກວກ (ແຂວງອານຢາງ) ໄດ້ລົງຈອດຢູ່ສະໜາມບິນສາກົນ ກາມແຣງ (ແຂວງແຄ໊ງຮວ່າ). ໃນດ້ານກົງກັນຂ້າມ, ຖ້ຽວບິນທີ່ເດີນທາງຈາກ ກາມແຣງ ກໍລົງຈອດ ຢູ່ ຝູກວກ ໃນເວລາ 18 ໂມງຂອງວັນດຽວກັນ, ສ້າງຕັ້ງສາຍການບິນໂດຍກົງທີ່ເຊື່ອມຕໍ່ສອງສູນກາງແຫ່ງການທ່ອງທ່ຽວຂະໜາດໃຫຍ່ຂອງຫວຽດນາມ ຢ່າງເປັນທາງການ. ສາຍການບິນນີ້ໄດ້ຂຸດຄົ້ນ 4 ຖ້ຽວ/ອາທິດ.
    |
 |
|
ການນໍາແຂວງແຄ໊ງຮວ່າ ພ້ອມກັບຜູ້ແທນຕ້ອນຮັບຖ້ຽວບິນທໍາອິດຈາກຝູກວກ ມາເຖິງກາມແຣງ, ໃນວັນທີ 15 ມີນາ. ພາບ: ມິງຢຸຍ. |
ສະຫາຍ ເຈືອງວັນຕ໊ຽນ, ຜູ້ອໍານວຍການສູນສົ່ງເສີມການລົງທຶນ, ການຄ້າ ແລະການທ່ອງທ່ຽວແຂວງແຄ໊ງຮວ່າ ໃຫ້ຮູ້ວ່າ: “ໃນໄລຍະຍາວ, ເຖິງວ່າ ລ້ວນແຕ່ເປັນສະຖານທີ່ທ່ອງທ່ຽວທາງທະເລທີ່ມີຊື່ສຽງ ແຕ່ ຍາຈາງ ແລະຝູກວກ ຍັງຂາດສາຍການບິນໂດຍກົງຕາມປົກກະຕິ. ຜູ້ໂດຍສານ ເຄື່ອນຍ້າຍລະຫວ່າງສອງທ້ອງຖິ່ນ ຕ້ອງໄປຂຶ້ນຍົນຢູ່ຮ່າໂນ້ຍ ຫຼື ນະຄອນໂຮ່ຈີມິນ. ການເປີດບໍລິການສາຍການບິນນີ້ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະປະກອບສ່ວນເພີ່ມທະວີການເຊື່ອມຕໍ່ລະຫວ່າງເຂດແຄມທະເລທາງທິດໃຕ້ພາກກາງ ແລະທິດຕາເວັນຕົກພາກໃຕ້, ສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານທັງສອງສົ້ນ ແລະຂະຫຍາຍຄວາມສາມາດເຂົ້າເຖິງຂອງແຂກທ່ອງທ່ຽວສາກົນ ໄປຍັງສອງສະຖານທີ່ນີ້. ພ້ອມກັນນັ້ນ, ການເຊື່ອມຕໍ່ສາຍການບິນໂດຍກົງ ກໍສ້າງເງື່ອນໄຂສະດວກ ເພື່ອໃຫ້ວິສາຫະກິດທ່ອງທ່ຽວພັດທະນາຜະລິດຕະພັນ ແລະການເດີນທາງທີ່ມີຫຼາຍສະຖານທີ່ທ່ອງທ່ຽວ”.
ກ່ອນໜ້ານັ້ນ, ທ່າກຳປັ່ນສາກົນ ກາມແຣງ ຫາກໍ່ຕ້ອນຮັບແຂກທ່ອງທ່ຽວຈໍານວນ 2.200 ຄົນຂອງກໍາປັ່ນ Adora Mediterranea (ສັນຊາດ Bahamas). ນີ້ເປັນຄັ້ງທີ 6 ທີ່ກໍາປັ່ນ Adora Mediterranea ມາທ່ຽວແຂວງແຄ໊ງຮວ່າ ໃນປີ 2026. ສະນັ້ນ, ນັບແຕ່ຕົ້ນປີ 2026 ມາຮອດປັດຈຸບັນ, ແຂວງແຄ໊ງຮວ່າ ໄດ້ຕ້ອນຮັບກໍາປັ່ນທ່ອງທ່ຽວສາກົນ ຈໍານວນ 21 ຖ້ຽວ ມີແຂກທ່ອງທ່ຽວທັງໝົດກວ່າ 37.300 ເທື່ອຄົນ ທີ່ຂຶ້ນຝັ່ງມາຢ້ຽມຊົມແຂວງແຄ໊ງຮວ່າ. ຄາດວ່າໃນປີນີ້ທ້ອງຖິ່ນ ຈະສືບຕໍ່ຕ້ອນຮັບ 27 ຖ້ຽວກໍາປັ່ນຕື່ມອີກ.
    |
 |
|
ຜູ້ຕາງໜ້າການນໍາບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ຕ້ອນຮັບແຂກທ່ອງທ່ຽວຜູ້ທໍາອິດ ຢູ່ ທ່າກໍາປັ່ນສາກົນ ກາມແຣງ ໃນໂອກາດຕົ້ນປີໃໝ່. ພາບ: ນາມຮ່າ. |
ບໍ່ພຽງແຕ່ສ້າງຂີດໝາຍໃນຂົງເຂດການບິນ ແລະທາງທະເລເທົ່ານັ້ນ, ພື້ນຖານໂຄງລ່າງຄົມມະນາຄົມທາງບົກ ກໍພວມເຫັນປະຈັກຕາການບຸກທະລຸຢ່າງແຂງແຮງ. ການເປີດນໍາໃຊ້ເສັ້ນທາງຄວາມໄວສູງ ເໜືອ-ໃຕ້ ຢ່າງຄົບຊຸດ, ເຊັ່ນ: ຕອນ ຍາຈາງ-ກາມເລິມ, ກາມເລິມ-ວິ້ງຫາວ ແລະເວິນຟອງ-ຍາຈາງ, ໄດ້ສ້າງຄວາມສະດວກອັນໃຫຍ່ຫຼວງໃຫ້ແກ່ການເຄື່ອນໄຫວໄປມາ. ມາບັດນີ້, ເວລາທີ່ເຄື່ອນຍ້າຍຈາກນະຄອນໂຮ່ຈີມິນ ໄປເຖິງແຂວງແຄ໊ງຮວ່າ ໄດ້ຫຼຸດລົງຍັງເຫຼືອປະມານ 4-5 ຊົ່ວໂມງເທົ່ານັ້ນ. ສິ່ງນີ້ໄດ້ກະຕຸ້ນທ່າອ່ຽງການທ່ອງທ່ຽວ ດ້ວຍລົດສ່ວນຕົວຢ່າງແຂງແຮງ, ດຶງດູດແຂກທ່ອງທ່ຽວໄດ້ຫຼາຍຈາກເຂດທິດຕາເວັນອອກພາກໃຕ້ທີ່ເລືອກເອົາແຂວງແຄ໊ງຮວ່າ ເປັນສະຖານທີ່ທ່ອງທ່ຽວໃຫ້ແກ່ວັນພັກໄລຍະສັ້ນ.
ຕາມບົດລາຍງານຂອງພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງແຄ໊ງຮວ່າ ໃຫ້ຮູ້ວ່າ ໃນເດືອນກຸມພາ ປີ 2026, ບັນດາສະຖານທີ່ພັກເຊົາໃນບໍລິເວນແຂວງ ໄດ້ຮັບໃຊ້ແຂກທ່ອງທ່ຽວຈໍານວນ 951.000 ເທື່ອຄົນ, ເພີ່ມຂຶ້ນ 30,7% ເມື່ອທຽບໃສ່ໄລຍະດຽວກັນ. ໃນນັ້ນ, ແຂກສາກົນ ຄາດວ່າບັນລຸ 371.000 ເທື່ອຄົນ, ເພີ່ມຂຶ້ນ 41% ເມື່ອທຽບໃສ່ໄລຍະດຽວກັນ; ແຂກພາຍໃນປະເທດ ຄາດວ່າ ບັນລຸ 580.000 ເທື່ອຄົນ, ເພີ່ມຂຶ້ນ 24,8%. ລວມລາຍຮັບທີ່ໄດ້ຈາກການທ່ອງທ່ຽວໃນເດືອນກຸມພາ ຄາດວ່າ ບັນລຸ 7.570,7 ຕື້ດົ່ງ, ເພີ່ມຂຶ້ນ 45,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ...
ການວາງແຜນກຳນົດຍຸດທະສາດພັດທະນາການທ່ອງທ່ຽວແບບຍືນຍົງ
ສະຫາຍ ຫງວຽນລອງບຽນ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ໃຫ້ຮູ້ວ່າ ໃນເດືອນກຸມພາ ປີ 2026, ຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ໄດ້ອະນຸມັດຜ່ານຍຸດທະສາດພັດທະນາການທ່ອງທ່ຽວແຂວງ ໄລຍະ 2026-2030, ກໍານົດທິດຮອດປີ 2045. ນີ້ແມ່ນການຫັນເປົ້າໝາຍໃນມະຕິເລກທີ 01-NQ/TU ລົງວັນທີ 14 ກໍລະກົດ 2025 ຂອງຄະນະພັກແຂວງແຄ໊ງຮວ່າ ກ່ຽວກັບການກໍານົດສຸມໃສ່ 4 ເສົາຄໍ້າທີ່ຊຸກຍູ້ການເຕີບໂຕເສດຖະກິດເປັນລະອຽດ, ລວມມີ: ອຸດສາຫະກໍາ; ພະລັງງານ; ການທ່ອງທ່ຽວ, ການບໍລິການ; ຕົວເມືອງ, ການກໍ່ສ້າງ. ຕາມນັ້ນແລ້ວ, ເປົ້າໝາຍຂອງຍຸດທະສາດຮອດປີ 2030, ແມ່ນກໍ່ສ້າງແຂວງແຄ໊ງຮວ່າ ໃຫ້ກາຍເປັນສູນກາງແຫ່ງການບໍລິການ, ການທ່ອງທ່ຽວທະເລສາກົນ, ຂຸດຄົ້ນ ແລະເສີມຂະຫຍາຍທ່າແຮງບົ່ມຊ້ອນໃຫ້ແກ່ການພັດທະນາ ດ້ວຍເສດຖະກິດທະເລ ທີ່ເປັນພື້ນຖານຢ່າງສຸດຂີດ, ການທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫຼມ, ນອນໃນ 5 ແຂວງ, ນະຄອນນໍາໜ້າໃນທົ່ວປະເທດ ກ່ຽວກັບການພັດທະນາການທ່ອງທ່ຽວ, ປັບປຸງຖານະບົດບາດເປັນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນຂອງອາຊີຕາເວັນອອກສ່ຽງໃຕ້ ເທື່ອລະກ້າວ.
    |
 |
|
ການນໍາແຂວງແຄ໊ງຮວ່າ ພ້ອມກັບຜູ້ແທນຕ້ອນຮັບຖ້ຽວບິນທໍາອິດຈາກຝູກວກ ມາເຖິງກາມແຣງ, ໃນວັນທີ 15 ມີນາ. ພາບ: ມິງຢຸຍ. |
ກຸ່ມໜ້າທີ່ ໄລຍະ 2026-2030 ຕ້ອງສ້າງຂັ້ນຕອນລະອຽດຕາມແຕ່ລະຈຸດເວລາ, ກໍານົດໜ້າທີ່, ຜະລິດຕະພັນສົ້ນອອກ ແລະຄວາມຮັບຜິດຊອບຂອງແຕ່ລະກົມກອງໃຫ້ຈະແຈ້ງ; ຮັບປະກັນຫຼັກການ “6 ແຈ້ງ” (ແຈ້ງຄົນ, ແຈ້ງວຽກ, ແຈ້ງເວລາ, ແຈ້ງຄວາມຮັບຜິດຊອບ, ແຈ້ງຜະລິດຕະພັນ, ແຈ້ງສິດອໍານາດ) ເພື່ອຈັດຕັ້ງປະຕິບັດຍຸດທະສາດພັດທະນາການທ່ອງທ່ຽວຂອງແຂວງ ໃຫ້ມີປະສິດທິພາບ, ປະກອບສ່ວນນໍາແຂວງແຄ໊ງຮວ່າ ກາຍເປັນເປັນສະຖານທີ່ທ່ອງທ່ຽວທີ່ມີຄຸນນະພາບສູງ, ມີກໍາລັງແກ່ງແຍ້ງໃນພາກພື້ນ ແລະສາກົນ.
ຕາມຍຸດທະສາດແລ້ວ, ຮອດປີ 2030, ແຂວງແຄ໊ງຮວ່າ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ປະມານ 33 ລ້ານເທື່ອຄົນ, ໃນນັ້ນແຂກສາກົນກວມເອົາ 40-45%; ລວມລາຍຮັບທີ່ໄດ້ຈາກການທ່ອງທ່ຽວແມ່ນໃຫ້ບັນລຸປະມານ 9 ຕື້ໂດລາສະຫະລັດ, ປະກອບສ່ວນເຂົ້າລວມຍອດຜະລິດຕະພັນໃນບໍລິເວນ (GRDP) ຂອງແຂວງ ປະມານ 20%. ກໍານົດທິດຮອດປີ 2045, ການທ່ອງທ່ຽວແຂວງແຄ໊ງຮວ່າ ໃຫ້ໄດ້ຮັບການຍອມຮັບຈາກທົ່ວໂລກວ່າ ເປັນໜຶ່ງໃນບັນດາແຫຼ່ງທ່ອງທ່ຽວທະເລຊັ້ນນຳຂອງທະວີບອາຊີ; ພັດທະນາບັນດາຜະລິດຕະພັນ, ບໍລິການທີ່ມີມູນຄ່າເພີ່ມສູງຢ່າງແຂງແຮງ, ປະກອບສ່ວນຍົກສູງມາດຕາຖ່ວງຂະແໜງການບໍລິການໃນໂຄງປະກອບເສດຖະກິດຂອງແຂວງ. ຕົວເລກຄາດໝາຍກ່ຽວກັບການທ່ອງທ່ຽວ ໄລຍະ 2030-2045 ຈະໄດ້ຄິດໄລ່, ດັດແປງ ແລະອັບເດດບົນພື້ນຖານຮູບແບບການຄາດຄະເນ, ຂໍ້ມູນຕົວຈິງ ແລະຜົນການຜັນຂະຫຍາຍປະຕິບັດຢ່າງມີປະສິດທິພາບໃນໄລຍະ 2026-2030, ຮັບປະກັນໃຫ້ຂະແໜງການ ທ່ອງທ່ຽວ ມີລະດັບເຕີບໂຕສອງຕົວເລກ.
ທ່ານ Lovrenc Kessler ຊ່ຽວຊານຂອງບໍລິສັດ Simon Kucher (ມາຈາກ Dubai, UAE) - ຫົວໜ່ວຍໃຫ້ຄໍາປຶກສາກ່ຽວກັບການສ້າງຍຸດທະສາດການທ່ອງທ່ຽວແຂວງແຄ໊ງຮວ່າ, ໄດ້ຊີ້ແຈ້ງຍຸດທະສາດກໍານົດ 6 ກຸ່ມຍຸດທະສາດຫຼັກແຫຼ່ງ ໃນໄລຍະ 2026-2030, ກໍານົດທິດຮອດປີ 2045, ລວມມີ: ພັດທະນາການທ່ອງທ່ຽວແຂວງແຄ໊ງຮວ່າ ໃຫ້ບືນຕົວຂຶ້ນກາຍເປັນແຫຼ່ງທ່ອງທ່ຽວຊັ້ນນໍາທີ່ໂດດເດັ່ນ; ສ້າງເຄື່ອງໝາຍການຄ້າແຫຼ່ງທ່ອງທ່ຽວ; ຍົກສູງຄວາມສາມາດເຊື່ອມຕໍ່ ແລະເຂົ້າເຖິງ; ຍົກລະດັບການຄົ້ນຫາໃຫ້ແກ່ແຂກທ່ອງທ່ຽວ; ຮັບປະກັນແຫຼ່ງກໍາລັງດ້ານການເງິນ; ເພີ່ມທະວີການ ບໍລິຫານອັດສະລິຍະ.
ຍຸດທະສາດດັ່ງກ່າວ ໄດ້ເນັ້ນໜັກເຖິງບົດບາດຂອງການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ບໍລິຫານແຫຼ່ງທ່ອງທ່ຽວທີ່ທັນສະໄໝ, ພັດທະນາເສດຖະກິດກາງຄືນ, ພ້ອມກັບບັນດາຜະລິດຕະພັນການທ່ອງທ່ຽວ ທີ່ເປັນສັນຍາລັກ ຕິດພັນກັບຄຸນຄ່າທາງດ້ານວັດທະນະທໍາ-ມໍລະດົກ ຄື: ຮັງນົກແອ່ນ, ໄມ້ເກດສະໜາ, ວັດທະນະທໍາ ຈໍາ, ເທດສະການ Katé, ປະກອບສ່ວນສ້າງສີສັນສະເພາະ, ສ້າງຄວາມແຕກຕ່າງໃຫ້ແກ່ການທ່ອງ ທ່ຽວຂອງແຂວງແຄ໊ງຮວ່າ.
ໂດຍ: ໄຊຊະນະ