ນັກຂ່າວ: ຫວຽດນາມ ແລະ ຕີມໍ ແລັດສະເຕ ໄດ້ສ້າງຕັ້ງການພົວພັນທາງການທູດມາເປັນເວລາຫຼາຍກວ່າສອງທົດສະວັດ. ຕາມທ່ານແລ້ວ, ຂີດໝາຍທີ່ມີຄວາມໝາຍທີ່ສຸດໃນການຮ່ວມເດີນທາງຂອງສອງຝ່າຍນີ້ແມ່ນຫຍັງ?
ທ່ານ João Pereira ເອກອັກຄະລັດຖະທູດ: ໃນຖານະທີ່ເປັນເອກອັກຄະລັດຖະທູດ ຕີມໍ ແລັດສະເຕ ປະຈຳ ຫວຽດນາມ, ຂ້າພະເຈົ້າສາມາດເວົ້າໄດ້ວ່າ ຫວຽດນາມ ເປັນໜຶ່ງໃນບັນດາປະເທດເສົາຄ້ຳຂອງອາຊຽນ. ຫວຽດນາມ ມີທີ່ຕັ້ງພູມສາດທີ່ພິເສດຫຼາຍ: ຂອບເຂດຜືນແຜ່ນດິນຍາວຢຽດແຕ່ທິດເໜືອທີ່ຕິດກັບຈີນ, ລົງໄປທາງທິດໃຕ້ເຊື່ອມຕໍ່ກັບພາກພື້ນອາຊຽນ. ນີ້ແມ່ນທີ່ຕັ້ງທີ່ສະດວກຊ່ວຍໃຫ້ຫວຽດນາມ ສວມບົດບາດເປັນຂົວເຊື່ອມຕໍ່ທີ່ສຳຄັນ ແລະສາມາດນຳເອົາກາລະໂອກາດຫຼາຍຢ່າງມາໃຫ້ອາຊຽນ, ພິເສດແມ່ນຂົງເຂດເສດຖະກິດ.
ແນ່ນອນວ່າ, ອາຊຽນ ມີບັນດາພື້ນຖານເສດຖະກິດທີ່ເຂັ້ມແຂງເຊັ່ນ: ໄທ, ອິນໂດເນເຊຍ ຫຼື ມາເລເຊຍ, ເຊິ່ງມັກຖືວ່າເປັນ "ເສືອ" ຂອງພາກພື້ນ, ແຕ່ຫວຽດນາມ ກໍ່ເປັນ "ເສືອ" ໂຕໜຶ່ງ ແລະ ເປັນໜຶ່ງໃນບັນດາເສົາຄໍ້າທີ່ສຳຄັນຂອງອາຊຽນ.
ໃນໄລຍະທົດສະວັດທີ່ຜ່ານມາ, ພື້ນຖານເສດຖະກິດຫວຽດນາມ ໄດ້ຮັກສາລະດັບການເຕີບໂຕຢ່າງໄວວາ ແລະໝັ້ນຄົງ, ໃນແຕ່ລະປີ GDP ບັນລຸສູງກວ່າ 7%. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄປຍັງຫວຽດນາມ ກໍ່ເພີ່ມຂຶ້ນຢ່າງແຂງແຮງ. ພ້ອມກັນນັ້ນ, ຫວຽດນາມ ຍັງບັນລຸບັນດາບາດກ້າວພັດທະນາທີ່ສຳຄັນກ່ຽວກັບເສດຖະກິດ, ແຫຼ່ງຊັບພະຍາກອນມະນຸດ ແລະລະບົບພື້ນຖານໂຄງລ່າງ.
    |
 |
|
ທ່ານ João Pereira ເອກອັກຄະລັດຖະທູດ ຕີມໍ ແລັດສະເຕ ປະຈຳ ຫວຽດນາມ. ພາບ: VOV |
ໜຶ່ງໃນຂົງເຂດການຮ່ວມມືທີ່ພັດທະນາໄວ ແລະມີປະສິດທິພາບສູງ ລະຫວ່າງ ຕີມໍ ແລັດສະເຕ ແລະ ຫວຽດນາມ ແມ່ນໂທລະຄົມມະນາຄົມ. ນັບແຕ່ປີ 2013 ເປັນຕົ້ນມາ, ກຸ່ມບໍລິສັດ Viettel ຂອງຫວຽດນາມ ໄດ້ສ້າງຕັ້ງບໍລິສັດໂທລະຄົມມະນາຄົມ ຢູ່ ຕີມໍ ແລັດສະເຕ ດ້ວຍເຄື່ອງໝາຍການຄ້າ Telemor. ປະຈຸບັນເປັນຜູ້ສະໜອງບໍລິການໂທລະຄົມມະນາຄົມທີ່ປົກຄຸມກວ້າງຂວາງທີ່ສຸດຢູ່ ຕີມໍ ແລັດສະເຕ, ເຂົ້າເຖິງປະຊາກອນປະມານ 96%, ລວມທັງຢູ່ເຂດຊົນນະບົດ. ການຮ່ວມມືນີ້ ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ທັງສອງປະເທດ, ພ້ອມທັງປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂອງ ຕີມໍ ແລັດສະເຕ. ພວກຂ້າພະເຈົ້າຖືວ່ານີ້ແມ່ນໜຶ່ງໃນຮູບແບບການຮ່ວມມືທີ່ປະສົບຜົນສຳເລັດທີ່ສຸດລະຫວ່າງສອງປະເທດ.
ພວກຂ້າພະເຈົ້າ ກໍ່ພວມສືບຕໍ່ເປີດກວ້າງການຮ່ວມມືໄປສູ່ຂົງເຂດອື່ນ, ລວມທັງການສຶກສາ. ປະຈຸບັນ, ມີນັກສຶກສາຕີມໍ ແລັດສະເຕ ປະມານ 80 ຄົນ ກຳລັງຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆຢູ່ຫວຽດນາມ. ພວກຂ້າພະເຈົ້າຫວັງວ່າ ນັກສຶກສາ ຕີມໍ ແລັດສະເຕ ຈະມີກາລະໂອກາດເຂົ້າເຖິງພື້ນຖານການສຶກສາທີ່ມີຄຸນນະພາບສູງຂອງຫວຽດນາມ. ນັກສຶກສາບາງຄົນກໍ່ກຳລັງຮຽນຢູ່ມະຫາວິທະຍາຖາຍງວຽນ, ບາງຄົນຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະບາງຄົນຢູ່ VinUniversity. ນັກສຶກສາຫຼາຍຄົນໄດ້ກັບຄືນ ຕີມໍ ແລັດສະເຕ ຫຼັງຈາກຮຽນຈົບ ແລະປະຈຸບັນກຳລັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດ.
ນັກຂ່າວ: ຫວຽດນາມ ໄດ້ໜູນຊ່ວຍ ຕີມໍ ແລັດສະເຕ ຄືແນວໃດໃນຕະຫຼອດວິວັດການພັດທະນາ ແລະການເຊື່ອມໂຍງພາກພື້ນ?
ທ່ານ João Pereira ເອກອັກຄະລັດຖະທູດ: ນັບຕັ້ງແຕ່ ຕີມໍ ແລັດສະເຕ ໄດ້ສະໝັກເຂົ້າເປັນສະມາຊິກອາຊຽນ ໃນປີ 2011, ຫວຽດນາມ ຍາມໃດກໍ່ສະໜັບສະໜູນຂະບວນການນີ້ຢ່າງແຂງແຮງ. ໃນຂະນະທີ່ບາງປະເທດໄດ້ສະແດງຄວາມສົງໄສກ່ຽວກັບກໍາລັງຄວາມສາມາດຂອງ ຕີມໍ ແລັດສະເຕ, ແຕ່ຫວຽດນາມ ບໍ່ເຄີຍເວົ້າວ່າ 'ບໍ່' ແລະບໍ່ເຄີຍສົງໄສໃນຄວາມສາມາດຂອງການເຂົ້າເປັນສະມາຊິກອາຊຽນ ຂອງພວກຂ້າພະເຈົ້າ.
ທັງລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ຕີມໍ ແລັດສະເຕ ໃນການເຂົ້າເປັນສະມາຊິກທີ່ເຕັມຮູບແບບຂອງອາຊຽນ. ນັ້ນແມ່ນຄວາມຈິງທີ່ພວກຂ້າພະເຈົ້າຍາມໃດກໍ່ຮັບຮູ້ ແລະເຄົາລົບ.
ນັກຂ່າວ: ທ່ານຖືວ່າໂຄງການພົບປະແລກປ່ຽນຊາວໜຸ່ມ, ການພົບປະແລກປ່ຽນການສຶກສາຮຽນຮູ້ສາມາດກາຍເປັນເສົາຄ້ຳໃໝ່ໃນນ້ຳໃຈມິດຕະພາບລະຫວ່າງສອງປະເທດໄດ້ບໍ?
ທ່ານ João Pereira ເອກອັກຄະລັດຖະທູດ: ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າພວມມີຄວາມຫວັງ. ນັບຕັ້ງແຕ່ຂ້າພະເຈົ້າມາຮັບໜ້າທີ່ຢູ່ຫວຽດນາມ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍໂຄງການ “ການຢ້ຽມຢາມຂອງຜູ້ນຳໜຸ່ມອາຊຽນໃນອະນາຄົດ”. ໃນປີ 2024, ພວກຂ້າພະເຈົ້າໄດ້ນຳເອົາຜູ້ນຳໜຸ່ມ 10 ຄົນ ຂອງ ຕີມໍ ແລັດສະເຕ ມາຢ້ຽມຢາມຫວຽດນາມ ເປັນເວລາ 10 ວັນ. ໃນການຢ້ຽມຢາມຄັ້ງນີ້, ເຂົາເຈົ້າໄດ້ກາລະໂອກາດຊອກຮູ້ກ່ຽວກັບເສດຖະກິດ, ວັດທະນະທຳ, ມູນເຊື້ອ, ກໍ່ຄືບັນດາຂະແໜງດໍາເນີນທຸລະກິດ ແລະການຄ້າ. ແຕ່ລະຄົນໄດ້ສຸມໃສ່ຂົງເຂດວິຊາສະເພາະຂອງຕົນ, ພ້ອມທັງພົບປະ, ແລກປ່ຽນ ແລະສຳພາດເຈົ້າໜ້າທີ່ຂອງລັດຖະບານຫວຽດນາມ ຫຼາຍຄົນ.
ໃນປີ 2025, ພວກຂ້າພະເຈົ້າໄດ້ສືບຕໍ່ນຳເອົາການນຳໜຸ່ມ ຕີມໍ ແລັດສະເຕ ປະມານ 12 ຄົນ ມາຢ້ຽມຢາມຫວຽດນາມ. ນອກຈາກຮ່າໂນ້ຍ ແລ້ວ, ເຂົາເຈົ້າຍັງໄດ້ໄປຢ້ຽມຢາມແຂວງ, ນະຄອນອື່ນອີກຫຼາຍແຫ່ງເພື່ອຊອກຮູ້ກ່ຽວກັບພື້ນຖານເສດຖະກິດຫວຽດນາມ ດໍາເນີນ, ວິທີການເຮັດວຽກ ແລະການພັດທະນາເສດຖະກິດຂອງປະຊາຊົນ, ກໍ່ຄືຊີວິດສັງຄົມ-ວັດທະນະທຳ.
ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າກໍ່ມີແຜນຄາດວ່າຈະນຳເອົາຊາວໜຸ່ມມາຢ້ຽມຢາມນະຄອນໂຮ່ຈີມິນ, ດານັງ ແລະສະຖານທີ່ອື່ນໆ. ນັບແຕ່ປີ 2026 ເປັນຕົ້ນໄປ, ໂຄງການ “ຜູ້ນຳໜຸ່ມອະນາຄົດອາຊຽນ” ອາດຈະຈັດຕັ້ງຂຶ້ນທຸກໆປີ, ເພື່ອແນໃສ່ສ້າງໂອກາດໃຫ້ຊາວໜຸ່ມໄດ້ພົບປະແລກປ່ຽນ, ສຶກສາ ແລະຊອກຮູ້ເຊິ່ງກັນແລະກັນ. ນີ້ແມ່ນຮູບແບບການແລກປ່ຽນ ແລະການຮຽນຮູ້ທີ່ແທດຈິງ, ຊ່ວຍໃຫ້ປະຊາຊົນ ຕີມໍ ແລັດສະເຕ ມີກາລະໂອກາດໄດ້ຮຽນຮູ້ຈາກຫວຽດນາມ ຫຼາຍຂຶ້ນ. ພ້ອມດຽວກັນນັ້ນພວກຂ້າພະເຈົ້າ ກໍ່ພວມຊຸກຍູ້ບັນດາໂຄງການແລກປ່ຽນທີ່ຄ້າຍຄືກັນສຳລັບຊາວໜຸ່ມຫວຽດນາມ, ເພື່ອໃຫ້ຊາວໜຸ່ມຫວຽດນາມ ສາມາດໄປຢ້ຽມຢາມ ຕີມໍ ແລັດສະເຕ, ຊອກຮູ້ ແລະຄົ້ນຫາປະເທດຂອງພວກຂ້າພະເຈົ້າ.
ພວກຂ້າພະເຈົ້າມີພື້ນຖານວັດທະນະທຳທີ່ເຕັມໄປດ້ວຍຮີດຄອງປະເພນີທີ່ອຸດົມສົມບູນ, ພື້ນຖານເສດຖະກິດທີ່ກຳລັງພັດທະນາ ແລະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ຕີມໍ ແລັດສະເຕ ກໍ່ເປັນປະເທດທີ່ສວຍງາມມີພູສູງຊັນ ແລະຫາດຊາຍຫຼາຍແຫ່ງ, ເປັນບ່ອນທີ່ທຸກຄົນສາມາດໄປຄົ້ນຫາພູມສັນຖານ, ທຳມະຊາດ ກໍ່ຄືຊອກຮູ້ກ່ຽວກັບຄຸນຄ່າວັດທະນະທຳພື້ນເມືອງຂອງພວກຂ້າພະເຈົ້າ.
ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!
ໂດຍ: ຈາງກງວຽນ