ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບ UNDP ແລະ WHO ໃນການປັບປຸງຄຸນນະພາບອາກາດໃຫ້ດີຂຶ້ນ
ກປ.ອອນໄລ - ຕອນເຊົ້າວັນທີ 11 ມີນາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ແລະທ່ານນາງ Angela Pratt, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ກ່ຽວກັບການຊຸກຍູ້ການຮ່ວມມືໃນການປັບປຸງຄຸນນະພາບອາກາດໃຫ້ດີຂຶ້ນ.
ທີ່ການຕ້ອນຮັບ, ທ່ານ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະເມີນແຫຼ່ງສ້າງມົນລະພິດທາງອາກາດໃນຂອບເຂດທົ່ວປະເທດ ກໍ່ຄືຢູ່ບັນດາຕົວເມືອງໃຫຍ່. ປະຈຸບັນ, ຫວຽດນາມ ພວມຊອກຫາມາດຕະການແກ້ໄຂນະໂຍບາຍສັງລວມ, ທີ່ມີລັກສະນະລະຫວ່າງຂະແໜງການ ແລະລະຫວ່າງເຂດ. ເຖິງຢ່າງໃດກໍ່ຕາມ, ນອກຈາກການສ້າງແຜນນະໂຍບາຍແລ້ວ, ແຫຼ່ງກຳລັງເພື່ອຜັນຂະຫຍາຍຍັງຄົງແມ່ນສິ່ງທ້າທາຍໃຫຍ່, ໃນນັ້ນຕ້ອງຄິດໄລ່ຊັ່ງຊາເຖິງວິທີການຫາເງິນລ້ຽງຊີບຂອງປະຊາຊົນ ແລະຄວາມຕ້ອງການໄປມາຂອງປະຊາຊົນ, ຮຽກຮ້ອງໃຫ້ມີວິວັດການຫັນປ່ຽນດ້ານເຕັກໂນໂລຢີ ແລະວິທີການຄຸ້ມຄອງ... ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ສາມາດໃຫ້ບຸລິມະສິດແກ່ການຄັດເລືອກ ຮ່າໂນ້ຍ ແມ່ນສະຖານທີ່ທົດລອງ, ລະດົມການໜູນຊ່ວຍ ແລະການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສາກົນ ເພື່ອສ້າງຮູບແບບຄວບຄຸມການມົນລະພິດທາງອາກາດ, ຈາກນັ້ນຖອດຖອນບົດຮຽນປະສົບການ ແລະຂະຫຍາຍໄປສູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ.
    |
 |
|
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຕ້ອນຮັບທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງ Ramla Khalidi ແລະ ທ່ານນາງ Angela Pratt ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ການມົນລະພິດທາງອາກາດ ແມ່ນໜຶ່ງໃນບັນດາຂົງເຂດທີ່ UNDP ແລະ WHO ໄດ້ສົມທົບກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ, ພິເສດແມ່ນກະຊວງສາທາລະນະສຸກ ແລະກະຊວງກະສິກຳ ແລະສິ່ງແວດລ້ອມ. ທ່ານນາງ Ramla Khalidi ຢືນຢັນວ່າ ເຖິງວ່າແຫຼ່ງກຳລັງຍັງມີຄວາມຈຳກັດຢູ່ ຍ້ອນສະພາບການໂລກມີການຜັນແປຫຼາຍຢ່າງ, UNDP ຍັງຄົງມານະພະຍາຍາມລະດົມ ແລະນຳໃຊ້ແຫຼ່ງກຳລັງທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ເພື່ອແນໃສ່ປະກອບສ່ວນແທດຈິງເຂົ້າໃນການປັບປຸງຄຸນນະພາບອາກາດຢູ່ ຫວຽດນາມ ໃຫ້ດີຂຶ້ນ.
ໂດຍ: ທູຈາງ