ເຂດພູດອຍ, ທະເລໝູ່ເກາະ ແຂວງກວາງນິງ ມຸ່ງໄປເຖິງວັນບຸນເລືອກຕັ້ງ
ຜູ້ມີສິດເລືອກຕັ້ງຢູ່ບັນດາເຂດພູດອຍ, ທະເລໝູ່ເກາະຂອງແຂວງກວາງນິງ ພວມດຳລົງຊີວິດໃນຊຸມວັນທີ່ເຕັມໄປດ້ວຍບັນຍາກາດ ມຸ່ງໄປເຖິງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031.
ຢູ່ເກາະ ໂກໂຕ, ວຽກງານປະດັບປະດາ, ໂຄສະນາໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນຍິ່ງເຮັດໃຫ້ບັນຍາກາດມີຄວາມຄຶກຄື້ນກວ່າ. ນອກຈາກບັນດາປ້າຍໂຄສະນາ, ແຜ່ນຄຳຂວັນໄດ້ປະດັບປະດາຢູ່ຖະໜົນສາຍຕ່າງໆແລ້ວ, ຍັງມີລົດໄຟຟ້າປະຕິບັດການໂຄສະນາເຄື່ອນທີ່ລຽບຕາມກຸ້ມຊຸມຊົນ, ທ່າກໍາປັ່ນແຫ່ງຕ່າງໆອີກດ້ວຍ…
    |
 |
|
ຜູ້ຕາງໜ້າຄະນະກຳມະການເລືອກຕັ້ງເຂດພິເສດ ໂກໂຕ ໂຄສະນາກ່ຽວກັບການເລືອກຕັ້ງໃຫ້ແກ່ຊາວປະມົງ. ພາບ: vov.vn |
ອ້າຍ ດັ້ງວັນໂຮ້ຍ, ປະຊາຊົນບ້ານເກາະ ເຈິ່ນ, ແຂວງກວາງນິງ ໃຫ້ຮູ້ວ່າ: “ຂ້າພະເຈົ້າຮູ້ວ່າ ວັນທີ 15 ມີນາ ແມ່ນວັນເລືອກຕັ້ງ. ຕາມທຳມະດາແລ້ວ, ຂ້າພະເຈົ້າຈະໄປຈັບຫາປາແຕ່ 6 ໂມງເຊົ້າ, ແຕ່ມື້ນັ້ນຂ້າພະເຈົ້າຈະສັບຊ້ອນເວລາໄປປ່ອນບັດເລືອກຕັ້ງເພື່ອປະຕິບັດສິດທິພົນລະເມືອງຂອງຕົນ.”
ສ່ວນຢູ່ບັນດາເຂດພູສູງແຂວງກວາງນິງ, ບັນຍາກາດວັນບຸນຂອງທົ່ວປະເທດກໍໄດ້ຮັບການແຜ່ກະຈາຍໄປທົ່ວທຸກໝູ່ບ້ານ. ລຸງ ຫຼີວັນເທື່ອງ, ຫົວໜ້າບ້ານບິ່ງອານ, ຕາແສງບິ່ງລຽວ ໃຫ້ຮູ້ວ່າ: “ວຽກງານກະກຽມ, ນັບແຕ່ການຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ກົດລະບຽບ, ບັດຜູ້ມີສິດເລືອກຕັ້ງ, ພວກຂ້າພະເຈົ້າໄດ້ກະກຽມຮຽບຮ້ອຍແລ້ວ, ປັດຈຸບັນພວມຢູ່ໃນໄລຍະກວດກາຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ເພື່ອຮັບປະກັນໃຫ້ການເລືອກຕັ້ງບັນລຸໝາກຜົນດີທີ່ສຸດ. ບັນດາວຽກງານກະກຽມກ່ຽວກັບການປະດັບປະດາ, ໂຄສະນາ, ພວກຂ້າພະເຈົ້າກໍປະຕິບັດສຳເລັດແລ້ວ. ປະຊາຊົນມີຄວາມຫ້າວຫັນກະກຽມໃຫ້ແກ່ການເລືອກຕັ້ງ, ທຸກຄົນລ້ວນແຕ່ກຽມພ້ອມປະຕິບັດພັນທະ, ສິດທິພົນລະເມືອງຂອງຕົນໃຫ້ເປັນຢ່າງດີ".
ແຫຼ່ງຄັດຈາກ: vovworld.vn