ການຄາດຄະເນໃໝ່ຂອງ Growth Lab ຂຶ້ນກັບມະຫາວິທະຍາໄລ Harvard (ອາເມລິກາ) ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີແງ່ຫວັງກາຍເປັນພື້ນຖານເສດຖະກິດນໍາໜ້າຂອງໂລກກ່ຽວກັບການເຕີບໂຕ GDP ສະເລ່ຍຕໍ່ຫົວຄົນໃນທົດສະວັດຈະມາເຖິງ. ຕາມການຄົ້ນຄວ້າ, ບັນດາພື້ນຖານເສດຖະກິດທີ່ມີກໍາລັງຄວາມສາມາດຜະລິດຫຼາກຫຼາຍຮູບແບບ ແລະສັບສົນກວ່າຈະສວມບົດບາດເປັນກໍາລັງໜູນການເຕີບໂຕທົ່ວໂລກໃນໄລຍະຈະມາເຖິງ. ຫວຽດນາມ ແລະຈີນ ໄດ້ຮັບການຕີລາຄາວ່າ ມີຄວາມພົ້ນເດັ່ນໃນຄວາມສັບຊ້ອນທາງດ້ານເສດຖະກິດໃນລະດັບສູງກວ່າເມື່ອທຽບໃສ່ກັບລະດັບລາຍຮັບໃນປະຈຸບັນ. ດັດຊະນີນີ້ຖືກວັດແທກດ້ວຍດັດຊະນີລະດັບຄວາມສັບຊ້ອນທາງດ້ານເສດຖະກິດ (ECI), ສ່ອງແສງໃຫ້ເຫັນຄວາມຫຼາກຫຼາຍ ແລະປະລິມານເຕັກໂນໂລຢີໃນຜະລິດຕະພັນສົ່ງອອກຂອງແຕ່ລະປະເທດ.

leftcenterrightdel
ພາບປະກອບຄັດຈາກ: vov.vn

ທ່ານ Ricardo Hausmann ຜູ້ອໍານວຍການ Growth Lab ຖືວ່າ ບັນດາປະເທດທີ່ມີຄວາມສາມາດເປີດກວ້າງໄປສູ່ຂະແໜງການຜະລິດທີ່ສັບຊ້ອນຫຼາຍກວ່າຈະມີທ່າໄດ້ປຽບຫຼາຍໃນການແກ້ງແຍ້ງທົ່ວໂລກ. ໃນສະພາບຄວາມເຄັ່ງຕຶງດ້ານການຄ້າ ແລະການຫັນປ່ຽນລະບົບຕ່ອງໂສ້ສະໜອງ, ກໍາລັງຄວາມສາມາດຜະລິດເຕັກໂນໂລຢີສູງ ແລະການເຂົ້າຮ່ວມບັນດາເຄືອຂ່າຍອຸດສາຫະກຳສາກົນກາຍເປັນປັດໄຈສຳຄັນໃນການຕັດສິນການເຕີບໂຕ.

ດັດຊະນີການຜະລິດຫວ່າງມໍ່ໆມານີ້ກໍ່ສະແດງໃຫ້ເຫັນທ່າອ່ຽງການເຕີບໂຕຢ່າງແຂງແຮງ. ຕາມຂໍ້ມູນຂອງ S&P Global ແລ້ວ, ດັດຊະນີ PMI ຂະແໜງການຜະລິດຂອງຫວຽດນາມ ບັນລຸ 54,3 ຄະແນນໃນເດືອນກຸມພາ, ເປັນຂີດໝາຍ 8 ເດືອນຢ່າງລຽນຕິດທີ່ເງື່ອນໄຂດໍາເນີນທຸລະກິດໄດ້ຮັບການປັບປຸງ. ຜົນຜະລິດຂອງໂຮງງານ ແລະປະລິມານໃບສັ່ງຊື້ສິນຄ້າລ້ວນແຕ່ເພີ່ມຂຶ້ນ, ສ່ອງແສງໃຫ້ເຫັນຄວາມຕ້ອງການທີ່ໝັ້ນຄົງຈາກຕະຫຼາດທັງຢູ່ພາຍໃນ ແລະສາກົນ.

ພ້ອມກັບເຂດຜະລິດ, ຕະຫຼາດການເງິນກໍ່ເປີດກວ້າງຢ່າງວ່ອງໄວ. ຕາມບົດລາຍງານຂອງ FTSE Russell ແລ້ວ, ມູນຄ່າຕະຫຼາດຂອງດັດຊະນີ FTSE Frontier Vietnam Index ໄດ້ເພີ່ມຂຶ້ນຈາກ 11 ຕື້ໂດລາສະຫະລັດໃນປີ 2015 ຂຶ້ນເປັນ 59 ຕື້ໂດລາສະຫະລັດໃນປີ 2025. ຫວຽດນາມ ກໍ່ໄດ້ຮັບຄວາມຫວັງຍົກລະດັບຂຶ້ນເປັນຕະຫຼາດຫາກໍ່ພົ້ນເດັ່ນລະດັບສອງໃນປີ 2026, ຜ່ານນັ້ນ, ສາມາດດຶງດູດກະແສເງິນລົງທຶນຈາກສາກົນຕື່ມອີກ.

ທ່າອ່ຽງດັ່ງກ່າວໄດ້ເກີດຂຶ້ນໃນສະພາບການກຳນົດທິດພັດທະນາໄດ້ກໍານົດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ດ້ວຍຈຸດສຸມແມ່ນປ່ຽນແປງໃໝ່ຮູບແບບການເຕີບໂຕ, ຊຸກຍູ້ການຫັນເປັນອຸດສາຫະກຳ ແລະຍົກສູງກໍາລັງຄວາມສາມາດດ້ານວິທະຍາສາດ-ເຕັກໂນໂລຢີ.

ນັກຊ່ຽວຊານ Ben Blissett ຢູ່ ອັງກິດ ໃຫ້ຂໍ້ສັງເກດວ່າ: “ໃນຫຼາຍປີຜ່ານມາ, ພັກກອມມູນິດຫວຽດນາມ ໄດ້ຊຸກຍູ້ການປະຕິຮູບແນໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະເພີ່ມກຳລັງດຶງດູດນັກລົງທຶນສາກົນ. ຕາມການຕີລາຄາຂອງ Economist Intelligence Unit, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ ໄດ້ຮັບການປັບປຸງໄວກວ່າເມື່ອທຽບກັບບັນດາປະເທດທີ່ໄດ້ຕິດຕາມ. ເຖິງວ່າປະສົບກັບສິ່ງທ້າທາຍກໍ່ຕາມ, ແຕ່ກໍ່ບໍ່ສາມາດປະຕິເສດໄດ້ວ່າສະຖຽນລະພາບດ້ານການເມືອງ ແລະກໍານົດທິດການປະຕິຮູບທີ່ສະເໝີຕົ້ນສະເໝີປາຍໄດ້ສ້າງພື້ນຖານອັນສຳຄັນໃຫ້ແກ່ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໃນຫຼາຍປີຜ່ານມາ”.

ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ໄດ້ປະຕິບັດນະໂຍບາຍເປີດປະຕູເສດຖະກິດ ແລະເຊື່ອມໂຍງເຂົ້າກັບສາກົນ, ດ້ວຍການເຂົ້າເປັນສະມາຊິກອາຊຽນປີ 1995, ໄດ້ລົງນາມໃນສັນຍາການຄ້າສອງຝ່າຍກັບອາເມລິກາ ໃນປີ 2000 ແລະກາຍເປັນສະມາຊິກຂອງອົງການການຄ້າໂລກໃນປີ 2007. ຂະບວນການຫັນການຄ້າເປັນເສລີ ແລະດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ປະກອບສ່ວນນໍາຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ເປີດກວ້າງທີ່ສຸດຢູ່ໃນໂລກ.

ພ້ອມກັນນັ້ນ, ຫວຽດນາມ ມີກຳລັງແຮງງານໜຸ່ມດ້ວຍເກນອາຍຸສະເລ່ຍປະມານ 33 ປີ ແລະລະດັບການສຶກສາທີ່ໄດ້ຮັບການຕີລາຄາຢ່າງຕັ້ງໜ້າໃນການຕີລາຄາສາກົນຄື PISA, ເກືອບເທົ່າກັບລະດັບສະເລ່ຍຂອງບັນດາປະເທດຂຶ້ນກັບ OECD. ແຫຼ່ງຊັບພະຍາກອນມະນຸດ ໄດ້ຮັບການບໍາລຸງສ້າງເປັນຢ່າງດີນັ້ນໄດ້ຊ່ວຍໃຫ້ພື້ນຖານເສດຖະກິດຄ່ອຍໆກ້າວຂຶ້ນສູ່ຂັ້ນຕອນທີ່ມີມູນຄ່າເພີ່ມຂຶ້ນສູງກວ່າໃນລະບົບຕ່ອງໂສ້ການຜະລິດ. ໃນສະພາບທີ່ການຄ້າທົ່ວໂລກຍັງມີການຜັນແປຫຼາຍຢ່າງ, ນັກຊ່ຽວຊານຫຼາຍທ່ານຖືວ່າຄວາມສາມາດປັບຕົວຂອງພື້ນຖານເສດຖະກິດ ແລະຂະບວນການປະຕິຮູບດ້ານລະບອບລະບຽບການຈະສືບຕໍ່ສວມບົດບາດສຳຄັນໃນການຮັກສາທ່າເຕີບໂຕໃນໄລຍະຍາວຂອງຫວຽດນາມ.

ໂດຍ:  ເຈິ່ນຮວ່ຽນ